Header Ads

ສປປ ລາວ ໄດ້ຮັບເລືອກຕັ້ງ ເປັນຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76



ໃນຕອນເຊົ້າວັນທີ 7 ມິຖຸນາ 2021 ທີ່ສຳນັກງານໃຫຍ່ອົງການ ສປຊ ນະຄອນນິວຢອກ, ສ.ອາເມລິກາ ໄດ້ມີກອງປະຊຸມແບບເປີດກວ້າງ ຂອງ ສະມັດຊາໃຫຍ່ ສປຊ ສະໄໝທີ 75 ຄັ້ງທີ 72, ພາຍໃຕ້ການເປັນປະທານຂອງ ທ່ານ ໂວນຄານ ບອສເກີ (Volkan Bozkir), ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 75. ໃນນັ້ນ, ກອງປະຊຸມໄດ້ມີການເລືອກຕັ້ງເອົາປະທານ-ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ແລະ ເລືອກຕັ້ງເອົາປະທານຂອງ 6 ຄະນະກໍາມະການຫລັກຂອງ ສະມັດຊາໃຫຍ່ ສປຊ ສະໄໝທີ 76. 

ໃນການເລືອກຕັ້ງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ໄດ້ມີຜູ້ລົງສະໝັກສອງທ່ານ ຄື: ທ່ານ Zalmai Rassoul ອະດີດລັດຖະມົນຕີ ການຕ່າງປະເທດ ອັຟການິສຖານ ແລະ ທ່ານ Abdulla Shahid (ລັດຖະມົນຕີ ກະຊວງການຕ່າງປະເທດ ຂອງ ມາວດິບ) ໂດຍຜ່ານການປ່ອນບັດແບບປິດລັບ. ຜົນການເລືອກຕັ້ງແມ່ນ ທ່ານ Abdulla Shahid ໄດ້ຮັບເລືອກຕັ້ງໃຫ້ເປັນປະທານສະ ມັດຊາໃຫຍ່ ສປຊ ສະໄຫມທີ 76. ພ້ອມກັນນັ້ນ, ກໍ່ໄດ້ມີການເລືອກຕັ້ງເອົາຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ຈໍານວນ 21 ປະເທດ, ເຊິ່ງເປັນຕົວແທນຈາກແຕ່ລະພາກພື້ນ ບວກກັບສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ ສປຊ, ໃນນັ້ນຈາກພາກພື້ນອາຊີ-ປາຊີຟິກ ມີ 4 ປະເທດໄດ້ຮັບເລືອກ ຄື: ບັງກະລາເດັດ, ກູເວດ, ສປປ ລາວ ແລະ ຟິລິບປິນ.  





ການເຮັດໜ້າທີ່ ຂອງ ປະທານ ແລະ ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ແມ່ນຈະເລີ້ມຈາກເດືອນກັນຍາ 2021 ຫາ ເດືອນກັນຍາ 2022, ເຊິ່ງເປັນໄລຍະທີ່ມີຄວາມໝາຍສໍາຄັນຍິ່ງ ໃນທ່າມກາງທີ່ສະພາບແວດລ້ອມສາກົນ ມີການຜັນແປຢ່າງໄວວາ ແລະ ຄາດຄະເນໄດ້ຍາກ, ໂດຍສະເພາະ ແມ່ນການຟື້ນຟູຈາກສະພາບວິກິດການ ອັນເກີດຈາກພະຍາດໂຄວິດ-19, ຂໍ້ຂັດແຍ່ງທີ່ຍັງເກີດຂຶ້ນຢູ່ບາງພາກພື້ນໃນໂລກ, ວິກິດການດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ປະຊາຄົມໂລກ. ການເຮັດໜ້າທີ່ດັ່ງກ່າວ, ຍັງເປັນການສືບຕໍ່ຍົກສູງບົດບາດ ຂອງ ສປປ ລາວ ໃນເວທີສາກົນ ໂດຍສະເພາະໃນເວທີ ສປຊ ໃຫ້ພົ້ນເດັ່ນຍິ່ງຂຶ້ນ, ເຊິ່ງ ສປປ ລາວ ເຮົາຈະເຮັດໜ້າທີ່ເປັນປະທານບັນດາກອງປະຊຸມສາກົນຕ່າງໆ ໃນຂອບສະມັດຊາໃຫຍ່ ສປຊ, ກອງປະຊຸມລະດັບສູງຕ່າງໆ ເປັນຕົ້ນແມ່ນ ກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ ສປຊ ສະໄໝທີ 76 ທີ່ຈະໄຂຂຶ້ນໃນເດືອນກັນຍາ 2021 ຊຶ່ງຈະມີຜູ້ນຳຂັ້ນປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຂັ້ນສູງຈາກ 193 ປະເທດສະມາຊິກເຂົ້າຮ່ວມ. 





ການປະຕິບັດໜ້າທີ່ດັ່ງກ່າວ, ຍິ່ງຈະຕ້ອງໄດ້ເພີ້ມທະວີຄວາມເອົາໃຈໃສ່ຂຶ້ນກວ່າເກົ່າ ໂດຍສະເພາະ ແມ່ນໃນທ່າມກາງສະພາບທີ່ມີການຜັນແປຕະຫລອດເວລາ, ຮັບປະກັນການປະຕິບັດໜ້າທີ່ແບບເປັນກາງ, ໂປ່ງໄສ ແລະ ອີງຕາມກົດລະບຽບການດໍາເນີນຂອງສະມັດຊາໃຫຍ່ ສປຊ, ລວມທັງການປຶກສາຫາລືຮ່ວມກັບ ປະເທດສະມາຊິກ ສປຊ ກ່ຽວກັບ ບັນຫາສໍາຄັນຕ່າງໆ ທີ່ບໍ່ສາມາດຄາດຄະເນລ່ວງໜ້າໄດ້ ເຊັ່ນ: ການລິເລີ້ມ ແລະ ດໍາເນີນການເຈລະຈາບັນດາຮ່າງຖະແຫລງການ ແລະ ຮ່າງຍັດຕິຕ່າງໆ, ການປຶກສາຫາລື ແລະ ການຈາລະຈາລະຫວ່າງລັດຖະບານ ວ່າດ້ວຍການປະຕິຮູບສະພາຄວາມໝັ້ນຄົງ ສປຊ ປະຈໍາ ປີ 2022 ແລະ ກອງປະຊຸມຂອງຄະນະກໍາມະການສະເພາະກິດ ວ່າດ້ວຍການປະຕິຮູບສະມັດຊາໃຫຍ່ ສປຊ ປະຈໍາປີ 2022 ແລະ ການເຮັດໜ້າທີ່ສໍາຄັນອື່ນໆ ໂດຍອີງຕາມການມອບໝາຍຂອງ ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76. 


ສະມັດຊາໃຫຍ່ ສປຊ ແມ່ນໜຶ່ງໃນ 6 ອົງກອນຫລັກ ຂອງ ສປຊ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍພາຍໃຕ້ກົດບັດຂອງ ສປຊ ໃນປີ 1945, ມີບົດບາດຕັດສິນ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງໂລກ, ທັງເປັນເວທີໃນການຖະແຫລງດ້ານນະໂຍບາຍຂອງບັນດາ 193 ປະເທດສະມາຊິກ ສປຊ. ຜ່ານມາ ສປປ ລາວ ເຄີຍໄດ້ຮັບເລືອກຕັ້ງໃຫ້ເປັນຮອງປະທານສະມັດຊາໃຫຍ່ ສປຊ ແລ້ວ 1 ຄັ້ງ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 50, ໃນປີ 1995.


ພາບ-ຂ່າວ :  ຂປລ 
© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.