Header Ads

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມ ສະຫຼອງຄົບຮອບ 30 ປີ ການພົວພັນຮ່ວມມື ອາຊຽນ-ຈີນ ທີ່ ເມືອງຊົງຊິງ, ສປ. ຈີນ



ໃນວັນທີ 7 ມິຖຸນາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງຄົບຮອບ 30 ປີ ການພົວພັນຮ່ວມມື ອາຊຽນ-ຈີນ ທີ່ ເມືອງຊົງຊິງ, ສປ. ຈີນ, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຫວາງອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ. ຈີນ ແລະ ທ່ານ Teodoro Locsin, ລັດຖະມົນຕີຕ່າງປະເທດ ຂອງ ຟິລິບປິນ. ນອກຈາກນີ້, ຍັງມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ຕີລາຄາຄືນບັນດາໝາກຜົນແຫ່ງການຮ່ວມມື ອາຊຽນ-ຈີນ ທີ່ເປັນຮູບປະທໍາ ໃນໄລຍະ 30 ປີຜ່ານມາ, ເຊິ່ງກວມເອົາ ສາມເສົາຄໍ້າ ການສ້າງປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ), ພ້ອມທັງ ຮ່ວມກັນກໍານົດທິດທາງການຮ່ວມມືໃນຕໍ່ໜ້າ, ເຊິ່ງ 2 ຝ່າຍ ເຫັນດີຈະສືບຕໍ່ຮ່ວມມືກັນໃນບາງຂະແໜງການບູລິມະສິດ ທີ່ປະກອບດ້ວຍ ແຜນການຮ່ວມມືໄລຍະສັ້ນ ແລະ ໄລຍະຍາວ. 





ສໍາລັບການຮ່ວມມືໃນໄລຍະສັ້ນ ຫຼື ຮີບດ່ວນ, ອາຊຽນ ແລະ ຈີນ ຈະສຸມໃສ່ຮັດແໜ້ນການຮ່ວມມື ໃນການຮັບມືກັບພະຍາດໂຄວິດ-19 ແລະ ສິ່ງທ້າທາຍຫຼັງການລະບາດຂອງພະຍາດໂຄວິດ-19, ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ເປັນຕົ້ນ ການຄົ້ນຄວ້າ-ພັດທະນາ (R&D) ຢາວັກແຊັງຕ້ານພະຍາດໂຄວິດ-19 ແລະ ການສະໜອງຢາວັກແຊັງ ຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ຫຼື ໂຄແວັກ (COVAX) ແລະ ການຟື້ນຟູເສດຖະກິດຮອບດ້ານຫຼັງໂຄວິດ-19 ໂດຍເນັ້ນໃສ່ ການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານ ຂອງ ອາຊຽນ ແລະ ການສະໜັບສະໜູນຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດດຳເນີນທຸລະກິດ-ການຄ້າ ທາງເອເລັກໂຕຼນິກຮ່ວມກັນໄດ້. ສໍາລັບການຮ່ວມມືໃນໄລຍະຍາວ, ອາຊຽນ ແລະ ຈີນ ຈະສືບຕໍ່ຈັດຕັ້ງປະຕິບັດ ແຜນແມ່ບົດການເຊື່ອມຈອດອາຊຽນ 2025 (MPAC 2025); ການຈັດຕັ້ງປະຕິບັດແຜນປະຕິບັດງານການເຊື່ອມໂຍງອາຊຽນ ສະບັບທີ 4 (2021-2025); ການຈັດ ຕັ້ງປະຕິບັດເຂດການ ຄ້າເສລີ ອາຊຽນ-ຈີນ ແລະ ສັນຍາການຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ຫຼື RCEP; ແລະ ການສົ່ງເສີມການ ຮ່ວມມືອະນຸພາກພື້ນ ໂດຍສະເພາະ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ. 


ນອກນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ ການສົ່ງເສີມການພົວພັນຮ່ວມມືທີ່ສ້າງສັນ ລະຫວ່າງ ບັນດາປະເທດມະຫາອໍານາດ ແລະ ອື່ນໆ. ໃນກອງປະຊຸມຄັ້ງນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ຂອງ ສປ. ຈີນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫຼືອທາງດ້ານເຕັກນິກ-ວິຊາການ ແລະ ການສະໜອງທຶນຊ່ວຍເຫຼືອ ເພື່ອຮັບມື ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ; ພິເສດ, ແມ່ນການຊ່ວຍເຫຼືອໃນການສະໜອງວັກແຊັງຕ້ານໂຄວິດ-19 ທັງຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ. ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະເໜີໃຫ້ກອງປະຊຸມ ພິຈາລະນາ ບາງຂົງເຂດບູລິມະສິດການຮ່ວມມື ອາຊຽນ-ຈີນ ໃນໄລຍະຕໍ່ໜ້າ ເຊັ່ນ: ຂະແໜງສາທາລະນະສຸກ ໂດຍສະເພາະ ການສະໜັບສະໜູນ ການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານ ຂອງ ອາຊຽນ; ການສະໜັບສະໜູນການເຊື່ອມຈອດອາຊຽນ ແລະ ແຜນແມ່ບົດການເຊື່ອມຈອດອາຊຽນ 2025; ການຮັດແຄບຄວາມແຕກໂຕນດ້ານການພັດທະນາ; ການພັດທະນາຊັບພະຍາກອນມະນຸດ ແລະ ການຖ່າຍທອດບົດຮຽນ ແລະ ປະສົບການໃນວຽກງານການຫຼຸດຜ່ອນຄວາມທຸກຍາກ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລື ການກະກຽມດ້ານເນື້ອໃນ ແລະ ພິທີການ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ (PMC) ໃນເດືອນສິງຫາ 2021 ແລະ ກອງປະຊຸມສຸດຍອດຜູ້ນໍາອາຊຽນ-ຈີນ ທີ່ ໃນເດືອນ ຕຸລາ 2021. 






ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍ ກັບ ທ່ານ ບຸຍ ແທັງ ເຊີນ, ລັດຖະມົນຕີຕ່າງປະເທດ ຂອງ ສສ. ຫວຽດນາມ, ເຊິ່ງ ສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ກໍຄືທິດທາງການຮ່ວມມືໃນຕໍ່ໜ້າ, ໂດຍສະເພາະ ການຮ່ວມມືທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ. ໃນການພົບປະສອງຝ່າຍຄັ່້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ລັດຖະບານ ສສ. ຫວຽດນາມ ທີ່ ໄດ້ສົ່ງທີມແພດ ແລະ ມອບອຸປະກອນການແພດ ໃຫ້ແກ່ ສປປ ລາວ ເພື່ອຊ່ວຍໃນການຮັບມືກັບພະຍາດໂຄວິດ-19.


© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.