Header Ads

ທະນາຄານແຫ່ງ ສປປ ລາວ ແຈ້ງເຕືອນຫ້າມສະຖາບັນການເງິນດໍາເນີນທຸລະກໍາກ່ຽວຂ້ອງກັບເງິນຄຣິບໂຕ





ຫ້ອງການທະນາຄານແຫ່ງ ສປປ ລາວ  ຂໍຖືເປັນກຽດແຈ້ງມາຍັງ ສະຖາບັນການເງິນ (ທະນາຄານທຸລະກິດ ແລະ ສະຖາບັນການເງິນຕ່າງໆ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ) ໃນຂອບເຂດທົ່ວປະເທດ ຊາບວ່າ : ປະຈຸບັນ ການພັດທະນາເຕັກໂນໂລຊີມີຄວາມກ້າວໜ້າ ແລະ ຂະຫຍາຍຕົວຢ່າງກ້ວ່ງຂວາງໃນຈັງຫວະທີ່ໄວ ໂດຍໄດ້ມີການນໍາເອົາເຕັກໂນໂລຊີ Blockchain ມາໃຊ້ໃນການດໍາເນີນທຸລະກໍາທາງການເງິນ ແລະ ພັດທະນາຮູບແບບການໃຫ້ບໍລິການທາງການເງິນໃນລັກສະນະຕ່າງໆ ລວມທັງການກໍາເນີດຂອງເງິນຄຣິບໂຕ  (Cyptocurrency) ເປັນຕົ້ນແມ່ນ Bitcoin , Ethereum, Litecoin ແລະ ອື່ນໆ. ໃນ ສປປ ລາວ ກໍເລີ່ມມີການໂຄສະນາຊວນເຊື່ອໃຫ້ມີການນໍາໃຊ້ເງິນຄຣິບໂຕເຂົ້າໃນການຊໍາລະສີນຄ້າ ແລະ ບໍລິການ, ມີການໂຄສະນາໃຫ້ລົງທຶນ,​ຊື້-ຂາຍ ຫຼື ດໍາເນີນທຸລະກໍາທາງການເງິນທີ່ກ່ຽວຂ້ອງກັບເງິນຄຣິບໂຕ  ໂດຍອ້າງວ່າເປັນເງິນດີຈີຕອນ (Digital Currency) ທີ່ມີຄົນນິຍົມໃຊ້ທົ່ວໂລກ . ສໍາລັບລາຍລະອຽດຕາມແຈ້ງການລຸ່ມນີ້ :  




© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.