Header Ads

ໃນຍຸກ "Internet of Things"

ໃນຍຸກ "Internet of Things" ຄົນທີ່ອ່ານນ້ອຍ ຫຼື ບໍ່ມັກອ່ານອາດພົບບັນຫາໃນການໄຈ້ແຍກຂໍ້ມູນ, ວິເຄາະ ແລະ ກັ່ນກອງຄວາມຖືກຕ້ອງຂອງຂ່າວສານ ຍິ່ງທຸກມື້ນີ້ເຟສບຸ໊ກເພຈທີ່ນໍາສະເໜີຂ່າວສານໃນບ້ານເຮົາເກີດຂື້ນປານດອກເຫັດ ຫຼື ເວົ້າໄດ້ວ່າຫຼາຍກວ່າເກືອບເທົ່າກັບພົນລະເມືອງທີ່ອາໄສຢູ່ນະຄອນຫຼວງ. ສໍາລັບສະຖິຕິເບື້ອງຕົ້ນບອກໃຫ້ຮູ້ວ່າຈໍານວນຄົນເຂົ້າ ເຖິງອິນເຕີເນັດມີ 1.4 ລ້ານຄົນ ແລະ ຄົນທີ່ໃຊ້ເຟສບຸ໊ກມີ 7 ແສນກວ່າຄົນ ເຊິ່ງກໍອາດເປັນໂຕເລກທີ່ເຮັດໃຫ້ຫຼາຍຄົນຫວັງເມັດເງິນໂຄສະນາໃນເຟສບຸ໊ກໂດຍການສ້າງເພຈປັ່ນຍອດໄລຍອດແຊຣ ຈົນບໍ່ສົນໃຈວ່າໂຕໃດຄວນລົງ ແລະ ບໍ່ຄວນລົງ ແຕ່ສິ່ງສໍາຄັນເກືອບທຸກເພຈລົງຂ່າວແບບດຽວກັນໃນແຕ່ລະມື້ ຫຼື ເວົ້າງ່າຍໆວ່າເຈົ້າກອບຂ່າວຂ້ອຍ ຂ້ອຍກະກອບຂ່າວເຈົ້າ ແນ່ນອນປາຍທາງຂອງທຸກຂ່າວແມ່ນຜູ້ອ່ານ ແລະ ເປົ້າໝາຍຫຼັກແມ່ນຜູ້ໂຄສະນາໃນເພຈ/ເວບໄຊທ.

ປະເດັນຂອງເລື່ອງນີ້ບໍ່ແມ່ນຄົນເຮັດເພຈຂ່າວຜິດ ຫຼື ຕ້ອງມີຜູ້ໃດຜູ້ໜຶ່ງຮັບຜິດຊອບ ເພາະເພຈຈຊານວນຫຼາຍກໍມີໂຕຕົນ ແລະ ໜ້າເຊື່ອຖືໄດ້ ແຕ່ປະເດັນແມ່ນຜູ້ອ່ານຕາງຫາກທີ່ຕ້ອງຮັບຜິດຊອບກັບຂ່າວທີ່ໂຕເອງກັບລັງບໍລິໂພກຢູ່ວ່າຂໍ້ມູນຂ່າວ ສານ ນັ້ນຖືກຕ້ອງ ຫຼື ມີແຫຼ່ງທີ່ມາໜ້າເຊື່ອຖືໄດ້ບໍ່ ກ່ອນທີ່ເຮົາຈະແຊຣຕໍ່ໂດຍທີ່ບໍ່ຮູ້ວ່າຂ່າວນັ້ນບໍ່ມີມູນຄວາມຈິງ ຫຼື ເປັນອາດຂ່າວປອມລວງໂລກ ແລະ ປັ່ນຍອດໄລຍອດແຊຣເພຈເທົ່ານັ້ນ.
ໃນຫຼາຍອາທິດຜ່ານມາ ສື່ຕ່າງປະເທດກໍາລັງທົກຖຽງກັນເລື່ອງຂ່າວປອມທີ່ເກີດຂື້ນໃນສື່ອອນລາຍໂດຍກຸ່ມຄົນຈໍານວນໜຶ່ງຫວັງປັ່ນກະແສສັງຄົມໃຫ້ລົງເຊື່ອໃນຂ່າວນັ້ນໆ ເຊິ່ງເລື່ອງທີ່ເປັນປະເດັນກໍຄືຂ່າວການເລືອກຕັ້ງໃນສະຫະລັດ ອາເມຣິກາ ແລະ ຂ່າວການສູ້ຮົບໃນຕາເວັ້ນອອກກາງ ທີ່ມີການປ່ອຍຂ່າວ ແລະ ຮູບພາບໄປໃນທາງສ້າງຄວາມແຕກແຍກ ຫຼາຍກ່າວນໍາສະເໜີຂ່າວແບບສ້າງສັນຕາມຂໍ້ມູນຄວາມເປັນຈິງ.

ຄໍາຖາມ ແລ້ວກ່ຽວກັບ "ການອ່ານ" ແນວໃດ ?
ກ່ຽວແນ່ນອນ ເພາະເມື່ອເຮົາກ້າວສູ່ຍຸກຂໍ້ມູນຂ່າວສານລົ້ນໂລກທີ່ຄົນທໍາມະດາກໍກາຍເປັນນັກຂ່າວ, ກາຍເປັນຄົນດັງຂ້າມຄືນ, ເລື່ອງບາງຢ່າງກາຍເປັນກະແສສັງຄົມແບບບໍ່ຮູ້ທີ່ມາທີ່ໄປ, ເນັດໄອດໍ ທີ່ບໍ່ຮູ້ວ່າສ້າງຄຸນງາມຄວາມດີຕອນໃດຈົນເຮັດໃຫ້ໄວເດັກນ້ອຍບາງຄົນຕິດຕາມຊີວິດ ຈົນລືມຕິດຕາມຊີວິດພໍ່ແມ່ໂຕເອງທີ່ກຳລັງນັ່ງລໍຖ້າກິນເຂົ້າກັບລູກໃນຕອນແລງນີ້, ບາງຄົນລວຍຂ້າມຄືນ, ບາງຄົນຕື່ມຂື້ນມາເຫຼືອແຕ່ໂຕ ແລະ ອີກຫຼາຍເລື່ອງລາວທີ່ມາໃນຍຸກ internet of things.
ເພາະການອ່ານຈະເຮັດໃຫ້ເຮົາ...


Powered by Blogger.