Header Ads

ກະຊວງ ຜທ ເປີດເຜີຍ ມີການລົງທຶນໃໝ່ 1 ພັນກວ່າໂຄງການ ມູນຄ່າ 457 ຕື້ກວ່າກີບ


ທ່ານ ປອ. ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ລາຍງານຜົນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 3 ເດືອນຕົ້ນປີ 2017 ຕໍ່ກອງປະຊຸມສະພາ ວ່າ:
1). ສຳລັບ ອັດຕາເງິນເຟີ້ໃນ 3 ເດືອນຕົ້ນປີນີ້ ສະເລ່ຍ 1.8% ທຽບໃສ່ 3 ເດືອນຜ່ານມາ ຫຼຸດລົງເລັກນ້ອຍ ( ມະຕິ 16/ສພຊ ວາງໄວ້ບໍ່ໃຫ້ເກີນ 5% ); ປະລິມານເງິນ M2 ເພີ່ມຂຶ້ນ 13.2% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຖືວ່າຢູ່ໃນຂອບຂອງມະຕິວາງໄວ້ບໍ່ເກີນ 20%;
2). ອັດຕາແລກປ່ຽນ ສະເລ່ຍ 3 ເດືອນຕົ້ນປີ 2017 ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເງິນກີບອ່ອນຄ່າ 0.7% ທຽບໃສ່ເງິນໂດລາ ( ຈາກ 8,134.2 ກີບຕໍ່ໂດລາ ມາເປັນ 8,195.6 ກີບຕໍ່ໂດລາ ) ແລະ ທຽບໃສ່ເງິນບາດອ່ອນຄ່າ 2.2% ( ຈາກ 229.7 ກີບຕໍ່ບາດ ມາເປັນ 235 ກີບຕໍ່ບາດ );
3). ລາຍຮັບງົບປະມານງວດ I ປະຕິບັດໄດ້ 4,621 ຕື້ກວ່າກີບ, ເທົ່າກັບ 77.89% ຂອງແຜນການງວດ ຫຼື ເທົ່າກັບ 19.3% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 1.5%. ສ່ວນລາຍຈ່າຍປະຕິບັດໄດ້ 5,579 ຕື້ກວ່າກີບ ເທົ່າກັບ 78,8% ຂອງແຜນການງວດ ຫຼື ເທົ່າກັບ 17.6% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 24.9%.
4). ສຳລັບມູນຄ່າການສົ່ງອອກທາງການ ປະຕິບັດໄດ້ 1,212 ລ້ານໂດລາສະຫະລັັດ ເທົ່າກັບ 27.2% ຂອງແຜນການປີ; ມູນຄ່າການນໍາເຂົ້າທາງການປະຕິບັດໄດ້ 1,117 ລ້ານໂດລາສະຫະລັດ ເທົ່າກັບ 24.9% ຂອງແຜນການປີ; ດຸນການຄ້າເກີນດຸນປະມານ 95 ລ້ານໂດລາສະຫະລັດ;
5). ດ້ານການປະຕິບັດການລົງທຶນຂອງລັດ ແມ່ນສໍາເລັດການແຈ້ງປະຕິບັດໂຄງການໃຫ້ທຸກຂະແໜງການ ແລະ ທ້ອງຖິ່ນ ທີ່ສະພາອະນຸມັດ ຈໍານວນ 6,465 ໂຄງການ ມູນຄ່າ 3,300 ຕື້ີກີບ.
ໃນນີ້, ປະກອບມີບ້ວງ 500 ຕື້ກີບ ທີ່ທົດແທນການເລື່ອນຂອງປີຜ່ານມາ, ສ່ວນເຫຼືອຈໍານວນ 2,800 ຕື້ກີບ ໄດ້ຈັດສັນໃສ່. ນອກນັ້ນ, ຍັງມີສົມທົບທຶນໂຄງການຊ່ວຍເຫຼືອຈາກຕ່າງປະເທດ 322 ໂຄງການ ມູນຄ່າ 70.04 ຕື້ກີບ ກວມ 2.5%; ໂຄງການສືບຕໍ່ 3,098 ໂຄງການ ມູນຄ່າ 1,682 ຕື້ກວ່າກີບ ກວມ 60.1%; ໂຄງການ ໃໝ່ 1,481 ໂຄງການ, ມູນຄ່າ 457 ຕື້ກວ່າກີບ, ກວມ 16.3% ແລະ ແບ່ງຊຳລະໜີ້ສິນ 1,564 ໂຄງການ, ມູນຄ່າ 589 ຕື້ກວ່າກີບ, ເທົ່າກັບ 21.1%.

ຂໍ້ມູນ : ເສດຖະກິດ ການຄ້າ
-----------------


Powered by Blogger.