ໂລກເຮົາຈະເກີດສົງຄາມໂລກຄັ້ງທີ 3 ເລື່ອງຈິງ ຫຼື ເລື່ອງມົ້ວ
ຈາກກໍລະນີສຳນັກຂ່າວເດລີມິເທີຂອງອັງກິດລາຍງານຂ່າວໂດຍລະບຸຄໍາທຳນາຍຂອງ ທ້າວ ໂຮເຣຊິໂອ້ ວິລເລກາສ ໝໍດູສາຍາ ຜູ້ສົ່ງສານແຫ່ງ ຊື່ງອ້າງວ່າສາມາດທຳນາຍເລື່ອງທີ່ປະທານາທິບໍດີ ໂດໂນ ທຣັມ ຂອງສະຫະລັດສັ່ງໂຈມຕີຖານທັບອາກາດປະເທດຊີລີໄດ້ຢ່າງຖືກຕ້ອງ ແລະ ຍັງໄດ້ທຳນາຍວ່າຈະເກີດສົງຄາມນິວເຄຣຍ ໃນວັນຄົບຮອບ 100 ປີ ການມາເຢືອນຂອງ "ແມ່ພຣະຟາຕິມາ " ຊື່ງນັ້ແມ່ນກົງກັບວັນທີ 13 ພຶດສະພາ, ຢ່າງໃດກໍຕາມ ໂຮເຣຊິໂອ້ ວິລເລກາສ ເຄີຍທຳນາຍວ່າ ໂດໂນ ທຣັມ ຈະຊະນະການເລືອກຕັ້ງສະຫະລັດຕັ້ງແຕ່ປີ 2015 ແລະ ທຳນາຍວ່າມະຫາເສດຖີຊາວນິວຢອກຄົນນີ້ຈະເປັນຜູ້ຈູດຊະນວນສົງຄາມໂລກຄັ້ງທີ 3 ພ້ອມເຄີຍເຕືອນວ່າຜູ້ນຳສະຫະລັດຄົນທີ່ 45 ຄົນນີ້ຈະໂຈມຕີປະເທດຊີລີ ຊື່ງເຫດການດັ່ງກ່າວກໍ່ໄດ້ເກີດຂຶ້ນແລ້ວໃນຕົ້ນເດືອນເມສາ 2017 ທີ່ຜ່ານມາ ແລະ ເຫດການດັ່ງກ່າວກໍນໍາມາາສູ່ຄວາມຂັດແຍ້ງລະດັບໂລກ ໂດຍມີປະເທດຣັດເຊຍ,ສປປ ເກົາຫຼີເໜືອ ແລະ ສປ ຈີນ ຮ່ວມນໍາຈົນເປັນເຫດໃຫ້ມີເຫດການເຄັ່ງຕືງຫຼາຍຢ່າງໃນເຂດຄາບທະເລ ສປປ ເກົາຫຼີເໜືອ ພ້ອມດຽວກັນກໍ ສະຫະລັດ ອາເມຣິກາ ແລະ ສປປ ເກົາຫຼີເໜືອ ກໍມີການເຄື່ອນໄຫວດ້ານກອງທັບຂອງທັງສອງຝ່າຍ ແລະ ຕ່າງຝ່າຍຕ່າງສະແດງກໍສັກກະຍະພາບທາງການທະຫານໃຫ້ຊາວໂລກຮັບຮູ້ ຈົນເປັນທີ່ມາຂອງການອ້າງອີງຄໍາທໍານາຍວ່າ ສົງຄາມໂລກຄັ້ງທີ 3 ຈະເກີດໃນວັນທີ 13 ພຶດສະພາ 2017 ແລະ ຢຸດຕິລົງໃນວັນ 13 ຕຸລາ ຂອງປີດຽວກັນ ຊື່ງນັ້ນເປັນການມາເຢືອນຄັ້ງສຸດທ້າຍຂອງແມ່ພຣະຟາຕິມາ ອິງການຕາມທໍານາຍຂອງ ໂຮເຣຊິໂອ້ ວິລເລກາສ.
ຄຣີບຂ່າວ TNN 24 ເລື່ອງຄໍາທໍານາຍຂອງ ໂຮເຣຊິໂອ້ ວິລເລກາສ ກ່ຽວກັບການເກີດ ສົງຄາມໂລກຄັ້ງທີ 3
ທີ່ມາ: TNN 24 ແລະ dailymail.com
-----------------
Post a Comment