Header Ads

6 ເລື່ອງທີ່ຄວນຮູ້ກ່ຽວກັບ Kim Jong Un



1. ຜູ້ນໍາເກົາຫຼີເໜືອຄົນນີ້ບໍ່ໄດ້ຢາກຕັດຜົມຊົງແຊກກາງ ແຕ່ກໍຖືກໂນ້ມນ້າວຈາກຄົນໃນພັກແຮງງານໃຫ້ເຂົາຕັດຊົງນີ້ ເຫດຜົນເພາະຄົນໃນພັກແຮງງານຕ້ອງການໃຫ້ເຂົາຄ້າຍຄືກັບ Kim-il-Sung ຜູ້ເປັນປູ່ ແລະ ຢາກໃຫ້ປະຊາຊົນເຂົ້າໃຈວ່າ Kim Jong-Un ນັ້ນແມ່ນປູ່ຂອງເຂົາກັບຊາດມາເກີດ ແລະ ເຫດຜົນທີ່ສຳຄັນກວ່ານັ້ນແມ່ນໄລຍະທີ່ປູ່ຂອງເຂົາເປັນຜູ້ນໍາ ເກົາຫຼີເໜືອ ແມ່ນເປັນຍຸກທີ່ຈະເລີນຮຸ່ງເຮືອງທີ່ສຸດຂອງ ເກົາຫຼີເໜືອ ແລະ ປະຊາຊົນທັງປະເທດກໍນັບຖື Kim-il-Sung ຜູ້ເປັນປູ່ຂອງເຂົາແບບມອບຊີວິດໃຫ້ໄດ້. 



2.      ຜູ້ນໍາ Kim Jong-Un ມັກເບິ່ງຮູບເງົາເປັນຊີວິດຈິດໃຈ ເຊິ່ງເຂົາມີຮູບເງົາສະສົມເຖິງ 15000 ເລື່ອງ ແຖມຍັງມີເຈົ້າໜ້າທີ່ແປຮູບເງົາຕ່າງປະເທດເປັນພາສາເກົາຫຼີນໍາອີກ. ຜູ້ນໍາເກົາຫຼີເໜືອຄົນນີ້ມີວິໄສທັດ ແລະ ມີຄວາມຝັນຢາກພັດທະນາອຸດສະຫະກຳຮູບເງົາເກົາຫຼີເໜືອໃຫ້ເປັນທີ່ຍອມຮັບຂອງໂລກ ເຊິ່ງເຄີຍຕົກເປັນຂ່າວໃນການລັກພາໂຕຜູ້ກໍາກັບ ແລະ ນັກສະແດງເກົາຫຼີໃຕ້ໃຫ້ໄປຢູ່ເກົາຫຼີເໜືອເພື່ອໃຫ້ຊ່ວຍພັດທະນາອຸດສະຫະກຳຮູບເງົາເກົາຫຼີເໜືອ. ສຳລັບນັກສະແດງທີ່ຜູ່ນໍາເກົາຫຼີຄົນນີ້ມັກທີ່ສຸດແມ່ນ Elizabet Tatlor.


3.     ຫຼາຍຄົນອາດບໍ່ຮູ້ວ່າຜູ້ນໍາ Kim Jong-Un ມີ Degree ເປັນເຖິງນັກຮຽນນອກ ເຊິ່ງເຂົາເຄີຍໄປສຶກສາຕໍ່ດ້ານພາສາທີ່ປະເທດ Switzerland ແຕ່ປອມໂຕເປັນນັກສືດສາໃນສະຖານະເປັນລູກເຈົ້າໜ້າທີ່ສະຖານທູດ ເຊິ່ງເພື່ອນຮ່ວມຫ້ອງກໍບໍ່ມີໃຜຮູ້ວ່າເຂົາເປັນເຖິງລູກຊາຍຜູ້ນໍາເກົາຫຼີເໜືອ

4.     Kim Jong-Un ມີອ້າຍນ້ອງນໍາກັນ 3 ຄົນໂດຍເຂົາເປັນລູກຄົນກາງ ສ່ວນອ້າຍແມ່ນ Kim Jon-Chul ແລະ ນ້ອງສາວແມ່ນ Kim Yo-Jong ເຊິ່ງຜູ້ຂອງເຂົາ Kim Jong-il ເຄີຍຢາກໃຫ້ອ້າຍເຂົາຂື້ນມາຮັບຕໍາແໜ່ງບໍລິຫານປະເທດ ແຕ່ກໍຖືກປະຕິເສດສຽວແຂງບໍ່ຍອມຮັບ ເຊັ່ນດ່ຽວກັບນ້ອງສາວຂອງເຂົາ Kim Yo-Jong ທີ່ຕ້ອງການເຮັດທຸລະກິດເທົ່ານັ້ນ




5.     Kim Jong-Un ມັກກິລາ Basketball ທີ່ສຸດ ເຊິ່ງທີມໃນດວງໃຈຂອງເຂົາແມ່ນ Chicago Blues  ແລະ ເຂົາຍັງເຊີນທີມ Basketball ໄປຢ້ຽມຢາມເຖິງ ນະຄອນຫຼວງພຽງຢາງ  ແລະ ນີ້ກໍເປັນເລື່ອງແປກທີ່ເຂົາຕ້ອງຟັກຕ້ອງວ່ຽງກັບ ສະຫະລັດ ອາເມລິກາ ແຕ່ຜູ້ນໍາຄົນນີ້ກໍຍັງມັກທີມ  Basketball ຈາກສະຫະລັດ ອາເມລິກາ


6.     ອາຫານທີ່ Kim Jong-Un ມັນທີ່ສຸດແມ່ນຫູສະຫຼາມ ເຊິ່ງເປັນເມນູທີ່ເຂົາສາມາດກີນໄດ້ທຸກມື້ ໂດຍສະເພາະຫູສະຫຼາມຕຸ່ນໝາກພ້າວ, ຫູສະຫຼາມຕຸ່ນໄຜ່ ແລະ ເມນູອື່ນໆຈາກຫູສະຫຼາມ. ນອກນັ້ນ ເຂົາຍັງນໍາເຂົ້າອາຫານພິເສດຈໍານວນໜຶ່ງຈາກຕ່າງປະເທດເພື່ອນໍາມາເປັນເມນູບໍາລຸງເຂົາຈົນໄດ້ຫຸ່ນແບບທີ່ເຫັນໃນນຮູບນີ້ແລະ.

ໂຕະນໍ້າຊາ | tonamcha.com
-----------------



Powered by Blogger.