Header Ads

ມະຫັດສະຈັນ 10 ຄຸນປະໂຫຍດຈາກນໍ້າເຜິ້ງ​




ນ້ຳ​ເຜິ້ງ​ເປັນ​ຂອງ​ແຫລວ​ຊະນິດ​ໜຶ່ງ​ທີ່​ມີ​ລົດຊາດ​ຫວານ ໂດຍ​ເຜິ້ງ​ຈະ​ລວບລວມ​ນ້ຳ​ຫວານ​ຈາກ​ດອກ​ໄມ້​ຕ່າງໆ​ແລ້ວ​ນຳ​ມາ​ຜ່ານ​ຂະ​ບວນ​ການ​ທີ່​ຊັບ​ຊ້ອນ ນ້ຳ​ເຜິ້ງ​ຖືກ​ສ້າງ​ຂຶ້ນ​ມາ​ຈາກ​ນ້ຳ​ຕານ​ກູ​ໂຄດ, ຟະ​ລຸກ​ໂຕດ ແລະ ​ແຮ່ທາດ​ອື່ນ ໆ ເຊັ່ນ ທາດ​ເຫລັກ, ແຄ​ລຊຽມ, ຟອດ​ເຟດ, ໂຊ​ດຽມ, ຄໍ​ລີນ, ໂພ​ແທດ​ຊຽມ, ແມກ​ນີ​ຊຽມ ແລະ ​ຍັງ​ອຸດົມ​ໄປ​ດ້ວຍ​ວິ​ຕາ​ມິນ B1, B2, B3, B5 ແລະ B6. ເນື່ອງ​ຈາກ​ນ້ຳ​ເຜິ້ງ​ມີ​ຄຸນສົມບັດ​ເປັນ​ຢາ​ຂ້າ​ເຊື້ອ​ທີ່​ມີ​ປະ​ສິດ​ທິ​ພາບ​ຕ້ານ​ເຊື້ອ​ແບກ​ທີ​ເລຍ, ຈຶ່ງ​ມັກ​ພົບ​ເຫັນ​ແພດ​ນຳ​ນ້ຳ​ເຜິ້ງ​ມາ​ໃຊ້​ເປັນ​ຢາ​ໃນ​ການ​ປິ່ນປົວ​ຢູ່​ເລື້ອຍໆ. ນີ້​ຄື 10 ຄຸນ​ປະໂຫຍດ​ຂອງ​ນ້ຳ​ເຜິ້ງ




1. ຊ່ວຍ​ເພີ່ມ​ພະລັງ​ງານ
ນ້ຳ​ເຜິ້ງ​ສາມາດ​ເພີ່ມ​ລະ​ດັບ​ພະລັງ​ງານ​ຂອງ​ເຮົາ​ໄດ້​ທັນ​ທີ ເນື່ອງ​ຈາກ​ນ້ຳ​ຕານ​ທຳມະຊາດ​ໃນ​ນ້ຳ​ເຜິ້ງ​ເປັນ​ແຫລ່ງ​ຂອງ​ແຄ​ລໍ​ລີ່​ແລະ ​ພະລັງ​ງານ, ທັງ​ຍັງ​ຊ່ວຍ​ຕໍ່ສູ້​ກັບ​ຄວາມ​ເມື່ອຍ​ລ້າ.
2. ຊ່ວຍ​ຫຼຸດ​ຄວາມ​ເມື່ອຍ​ລ້າ​ຂອງ​ກ້າມ​ເນື້ອ
ນັກ​ກິລາ​ມັກ​ຈະ​ເກີດ​ຄວາມ​ເມື່ອຍ​ລ້າ​ຂອງ​ກ້າມ​ເນື້ອ​ເຊິ່ງ​ເປັນ​ບັນຫາ​ຫລັກ​ໃນ​ເຮັດວຽກ​ຂອງ​ພວກ​ພວກເຂົາ ແຕ່​ບັນຫາ​ສາມາດ​ແກ້​ໄຂ​ໄດ້​ໂດຍ​ດ້ວຍ​ນ້ຳ​ເຜິ້ງ. ນ້ຳ​ເຜິ້ງ​ສາມາດ​ເພີ່ມ​ປະ​ສິດ​ທິ​ພາ​ພະ​ດັບ​ຄວາມ​ອົດ​ທົນ​ ແລະ​ ຫຼຸດ​ຄວາມ​ເໜື່ອຍ​ລ້າ​ຂອງ​ກ້າມ​ເນື້ອ, ໂດຍ​ເກີດ​ຈາກ​ການ​ປະສົມ​ຜະ​ສານ​ທີ່​ລົງ​ຕົວ​ຂອງ​ກູ​ໂຄດ​ ແລະ​ ຟະ​ລຸກ​ໂຕດ​ໃນ​ນ້ຳ​ເຜິ້ງ ກູ​ໂຄດ​ຈະ​ຖືກ​ດູດ​ຊຶມ​ໄດ້​ໄວ​ ແລະ ​ຮ່າງກາຍ​ຈະ​ໄດ້ຮັບ​ພະລັງ​ງານ​ໃນ​ທັນ​ທີ, ຂະນະ​ທີ່​ຟະ​ລຸກ​ໂຕດ​ຈະ​ຖືກ​ດູດ​ຊຶມ​ໄດ້​ຊ້າ​ກວ່າ​ເຮັດໃຫ້​ສ້າງ​ພະລັງ​ງານ​ໄລ​ຍະ​ຍາວ​ໃຫ້​ກັບ​ຮ່າງກາຍ. 

3. ຄວບ​ຄຸມ​ນ້ຳ​ຕານ​ໃນ​ເລືອດ
ນ້ຳ​ເຜິ້ງ​ມີ​ລົດ​ຫວານ​ແຕ່​ຜູ້​ທີ່​ເປັນ​ພະຍາດ​ເບົາ​ຫວານ​ສາມາດ​ກິນໄດ້​ໂດຍ​ບໍ່​ມີ​ບັນຫາ ນ້ຳ​ເຜິ້ງ​ສາມາດ​ຊ່ວຍ​ຄວບ​ຄຸມ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ​ເນື່ອງ​ຈາກ​ການ​ລວມ​ກັນ​ຂອງ​ຟະ​ລຸກ​ໂຕດ​ແລະ​ກູ​ໂຄດ.



4. ປິ່ນປົວ​ອາການ​ໄອ
ງານວິໄຈພົບ​ວ່າ ນ້ຳ​ເຜິ້ງ​ເປັນ​ຢາ​ທີ່​ມີ​ປະ​ສິດ​ທິ​ພາບ​ຫລາຍກວ່າ​ຢາ​ແກ້​ໄອ​ທີ່​ຂາຍ​ກັນ​, ນ້ຳ​ເຜິ້ງ​ມີ​ຄຸນສົມບັດ​ຕ້ານ​ເຊື້ອ​ແບກ​ທີ​ເລຍ​ຊ່ວຍ​ບັນ​ເທົາ​ອາການ​ເຈັບ​ຄໍ ​ແລະ ​ຍັງ​ປ້ອງ​ກັນ​ການ​ຕິດ​ເຊື້ອ. ປະສົມ​ນ້ຳ​ເຜິ້ງ 1 ຊ້ອນ​ໂຕະ​ກັບ​ນ້ຳ​ຫມາກນາວ​ຄັ້ນ​ສົດ​ດື່ມ​ຫາກ​ມີ​ອາການ​ເຈັບ​ຄໍ. ນອກ​ຈາກ​ນີ້​ເຮົາ​ຍັງ​ສາມາດ​ປະສົມ​ນ້ຳ​ເຜິ້ງ ນ້ຳ​ຫມາກນາວ ​ແລະ ​ເກືອ​ໃນ​ນ້ຳ​ອຸ່ນ​ເພື່ອ​ໃຊ້​ໃນ​ການ​ບ້ວນ​ປາກ​ປິ່ນປົວ​ອາການ​ໄອ

5. ປິ່ນປົວ​ບາດແຜ
ນ້ຳ​ເຜິ້ງ​ມີ​ນ້ຳ​ຢາ​ຂ້າ​ເຊື້ອ​ຕາມ​ທຳມະຊາດ​ສາມາດ​ຕ້ານ​ເຊື້ອ​ແບກ​ທີ​ເລຍ ​ແລະ​ ຈຸລະຊີບ ຄຸນສົມບັດ​ເຫລົ່າ​ນີ້​ຈະ​ຊ່ວຍ​ເຮັດ​ຄວາມ​ສະ​ອາດ​ບາດແຜ ປ້ອງ​ກັນ​ການ​ຕິດ​ເຊື້ອ, ຫຼຸດ​ກິ່ນແລະ​ໜອງ, ຫຼຸດ​ອາການ​ປວດ​ແລະ​ຊ່ວຍ​ໃຫ້​ແຜ​ຫາຍ​ໄວ​ຂຶ້ນ. ຫາກ​ເຮົາ​ໄດ້​ມີ​ບາດແຜ​ໃຫ້​ເຮັດ​ຄວາມ​ສະ​ອາດ​ແຜ​ດ້ວຍ​ນ້ຳ​ອຸ່ນ​ຫລື​ສະ​ບູ່​ອ່ອນໆ, ຈາກ​ນັ້ນ​ໃຊ້​ນ້ຳ​ເຜິ້ງ​ທາ​ໃຫ້​ທົ່ວ​ບໍລິເວນ​ແລ້ວ​ພັນ​ດ້ວຍ​ຜ້າ​ພັນ​ແຜ ຄວນ​ປ່ຽນ​ຜ້າ​ພັນ​ແຜ​ທຸກ 24 ຊົ່ວ​ໂມງ

6. ປິ່ນປົວ​ແຜ​ໄຟ​ໄໝ້ ນ້ຳ​ຮ້ອນ​ລວກ
ຫາກ​ເຮົາ​ມີ​ແຜ​ທີ່​ເກີດ​ຈາກ​ການ​ໄໝ້​ເລັກໆ​ນ້ອຍ​ໆ ພຽງ​ໃຊ້​ນ້ຳ​ເຜິ້ງ​ທາ​ບາງໆ​ທີ່ບໍລິເວນ​ບາດແຜ, ຈະ​ຊ່ວຍ​ຫຼຸດ​ອາການ​ຄັນ​ແລະ​ຄວາມ​ເຈັບ​ປວດ ອີກ​ທັງ​ແຜ​ຍັງ​ເຊົາ​ໄວ​ຂຶ້ນ​ອີກ​ດ້ວຍ.



7. ແກ້​ບັນຫາ​ພະຍາດ​ນອນ​ບໍ່​ຫລັບ
ຫລາຍ​ຄົນ​ມີ​ບັນຫາ​ໃນ​ການ​ນອນ ນ້ຳ​ເຜິ້ງ​ສາມາດ​ຊ່ວຍ​ແກ້​ບັນຫາ​ນີ້​ໄດ້​ຢ່າງ​ດີ ເນື່ອງ​ຈາກ​ນ້ຳ​ເຜິ້ງ​ນັ້ນ​ເປັນ fat-digesting ຄາລ໌​ໂບ​ໄຮ​ເດ​ລົດ​ທີ່​ຊ່ວຍ​ກະຕຸ້ນ​ການ​ປ່ອຍ​ອິນ​ຊູ​ລິນ​ແລະ​ທິບໂຕເຟນ​ເຂົ້າ​ສູ່​ສະຫມອງ ທິບໂຕເຟນ​ເປັນ​ສານ​ທີ່​ເຮັດໃຫ້​ເກີດ​ອາການ​ງ່ວງ​ນອນ, ພຽງ​ແຕ່​ດື່ມ​ນ້ຳ​ເຜິ້ງ​ກັບ​ນົມ​ອຸ່ນ​ກ່ອນ​ນອນ​ຈະ​ຊ່ວຍ​ໃຫ້​ເຮົາ​ຫລັບ​ງ່າຍ​ຂຶ້ນ.

8. ຮັກສາຜິວ
ເນື່ອງ​ຈາກ​ຄຸນສົມບັດ​ຕ້ານ​ເຊື້ອ​ຈຸລິນຊີ​ແລະ​ເຊື້ອ​ລາ​ຂອງ​ນ້ຳ​ເຜິ້ງ ຈຶ່ງ​ເໝາະ​ສຳລັບ​ການ​ເບິ່ງແຍງ​ສຸກຂະພາບ​ຜິວ ສຳລັບ​ຄົົນທີ່​ເປັນ​ສິວ​ໃຊ້​ນ້ຳ​ເຜິ້ງ​ພຽງ​ເລັກນ້ອຍ​ທາ​ກ່ອນ​ເຂົ້າ​ນອນ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ​ໃນ​ຕອນ​ເຊົ້າ ພຽງ​ບໍ່ເທົ່າໃດ​ມື້​ເຮົາ​ກໍ​ຈະ​ມີ​ຜິວ​ທີ່​ໃສ​ປາດສະຈາກສິວ. ນອກ​ຈາກ​ນີ້​ນ້ຳ​ເຜິ້ງ​ຍັງ​ຊ່ວຍ​ປິ່ນປົວ​ອາການ​ອື່ນໆ ເຊັ່ນ: ກາກ​ເກື້ອນ, ພະຍາດ​ສະ​ເກັດ​ເງີນ, ຫຼຸດ​ການ​ອັກ​ເສບ​ຂອງ​ຜິວ​ໜັງ ​ແລະ​ ຫຼຸດ​ຄວາມ​ແຫ້ງ​ຫ່ຽວ​ອີກນຳ.


9. ຫຼຸດ​ນ້ຳ​ໜັກ
ໃນ​ນ້ຳ​ເຜິ້ງ​ມີ​ວິ​ຕາ​ມິນ ເກືອ​ແຮ່ ແລະ ​ກົດ​ອະ​ມິ​ໂນ, ສ່ວນ​ປະກອບ​ເຫລົ່າ​ນີ້​ຈະ​ເຮັດວຽກ​ຮ່ວມ​ກັນ​ເພື່ອ​ຊ່ວຍ​ເພີ່ມ​ການ​ເຜົາ​ຜານ​ໄຂ​ມັນ ​ແລະ​ ຄໍ​ເລດ​ເຕີ​ລອນ​ເຊິ່ງ​ຈະ​ຊ່ວຍ​ຫຼຸດ​ນ້ຳ​ໜັກ​ຂອງ​ຮ່າງກາຍ​ ແລະ​ ປ້ອງ​ກັນ​ພະຍາດ​ອ້ວນ. ພົບ​ວ່າການ​ດື່ມ​ນ້ຳ​ເຜິ້ງ​ປະສົມ​ນ້ຳ​ມະ​ນາວ​ປະສົມ​ນ້ຳ​ອຸ່ນ 1 ຈອກໃນ​ຂະນະ​ທ້ອງວ່າງ​ໃນ​ຕອນ​ເຊົ້າ​ເປັນ​ໜຶ່ງ​ໃນ​ວິທີ​ທີ່​ງ່າຍ​ທີ່ສຸດ​ໃນ​ການ​ຫຼຸດ​ນ້ຳ​ໜັກ.

10. ຊ່ວຍ​ຍ່ອຍ​ອາຫານ
ເອນ​ໄຊມ໌ glucose oxidase ທີ່​ຢູ່ໃນ​ນ້ຳ​ເຜິ້ງ​ສາມາດ​ຜະລິດ​ໄຮ​ໂດນ​ເຈນ​ເປີລ໌​ອອກ​ໄຊດ໌​ທີ່​ຊ່ວຍ​ໃນ​ປິ່ນປົວພະຍາດ​ກະເພາະ. ກິນນ້ຳ​ເຜິ້ງ 1-2 ຊ້ອນ​ໂຕະ​ກ່ອນ​ອາຫານ​ສາມາດ​ຊ່ວຍ​ຍ່ອຍ​ອາຫານ​ໄດ້​ເປັນ​ຢ່າງ​ດີ.

ເຖິງແມ່ນ​ນ້ຳ​ເຜິ້ງ​ຈະ​ມີ​ປະໂຫຍດ​ຕໍ່​ສຸກຂະພາບ​ຢ່າງຫລວງຫລາຍ ແຕ່​ກໍ​ບໍ່​ຄວນ​ໃຫ້​ນ້ຳ​ເຜິ້ງ​ແກ່​ເດັກ​ອາ​ຍຸ​ຕ່ຳ 1 ປີ​ກິນເພາະ​ອາດ​ກໍ່​ໃຫ້​ເກີດ​ພະຍາດ​ຕ່າງ ໆ​ທີ່​ເປັນ​ອັນຕະລາຍ​ຕໍ່​ເດັກນ້ອຍ​ໄດ້

ຮຽບຮຽງ : ໂຕະນໍ້າຊາ | tonamcha.com
-----------------



Powered by Blogger.