Header Ads

ມະຫັດສະຈັນແຫຼ່ງທ່ອງທ່ຽວ ແຂວງຄໍາມ່ວນ

ແຂວງ ຄຳ ມ່ວນ ເນື້ອທີທັງໝົດ 16.315 ກິໂລຕາແມັດ ແລະ ມີພົນລະເມືອງ 329.100 ກວ່າຄົນ, ຍີງ: 197.300 ກວ່າຄົນ, ຊາຍ: 194.800 ກວ່າຄົນ ແລະ ຄວາມໜາແໜ້ນ 24 ຄົນ/ກິໂລຕາແມັດ (ສະຖິຕິ ປີ 2015)  ໂດຍປະກອບມີ 10 ເມືອງເຊັ່ນ: ເມືອງທ່າ ແຂກ, ມະຫາໄຊ, ໜອງ ບົກ, ຫີນບູນ, ຍົມ ມະ ລາດ , ບົວລະພາ, ນາ ກາຍ, ເຊບັ້ງ ໄຟ, ໄຊ ບົວທອງ ແລະ ເມືອງຄູນ ຄຳ.


ແຂວງ ຄຳ ມ່ວນ ຕັ້ງຢູ່ ເຂດ ພາກ ກາງຂອງ ປະ ເທດ , ທິດເໜືອຕິດກັບແຂວງບໍລິຄຳໄຊ ແລະ ທິດໃຕ້ຕິດກັບແຂວງສະຫວັນນະເຂດ, ທິດຕາເວັນອອກຕິດກັບ ສສ ຫວຽດນາມ ແລະ ຕິດຕາເວັນຕົກຕິດກັບ ແຂວງນະຄອນພະນົມ   ແຫ່ງຣາຊະອານາຈັກໄທ

ພູມ ສັນຖານ ແຂວງ ຄຳ ມ່ວນ ມີ ເນື້ອ ທີ່ ທັງໝົດ 16.315 ກິໂລຕາແມັດ ເປັນ ເຂດ ທົ່ງພຽງ ລຽບ ຕາມ ແຄມແມ່ນ້ຳ ຂອງ ທາງ ທິດຕາ ເວັນ ອອກ ມີ ສາຍພູ ຫຼວງ ເຊື່ ເປັນ ເຂດ ແດນ ລະ ຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ແຂວງ ຄຳ ມ່ວນ ມີ ພົນລະ ເມືອງ 329.100 ກວ່າຄົນ ຄວາມ ໜາ ແໜ້ນ ສະ ເລ່ຍ ປະມານ 24 ຄົນ ຕໍ່ ກິ ໂລ ຕາແມັດ

ແຂວງ ຄຳ ມ່ວນ 

ແຂວງ ຄຳ ມ່ວນ ຫ່າງ ຈາກ ນະຄອນຫລວງ ວຽງ ຈັນ 350 ກິ ໂລ ແມັດ ແລະ ຍັງ ເປັນ ແຂວງ ທີ່ ເປັນ ທີ່ ຕັ້ງຂອງ ພູ ພຽງ ນາ ກາຍ ເປັນ ພູ ພຽງ ທີ່ ໃຫ່ຍ ແລະ ອຸດົມສົມບູນ ໄປ ດ້ວຍ ທຳມະ ຊາດ ແບ່ງ ອອກ ເປັນ 2 ເຂດນິ ເວດ ວິທະຍາ ຄື: ເຂດ ພູດ ອຍ ແລະ ເຂດ ທົ່ງພຽງ, ເຂດ ພູດ ອຍກວມ 53.7% ຂອງ ເນື້ອ ທີ່ ທັງ ໝົດ. ເຂດ ນີ້ ເປັນ ເຂດ ພື້ນຖານ ປະຕິວັດ, ການ ຄົມມະນາຄົມ ຍັງ ມີ ຄວາມ ຫຍຸ້ງຍາກ ໂດຍ ສະ ເພາະ ແມ່ນ ລະດູຝົນ. ເຂດ ທົ່ງພຽງກວມ 46.3% ເຂດ ນີ້ ເໝາະ ແກ່ການປູກຝັງ ລ້ຽງສັດ, ພື້ນຖານ ໂຄງ ລ່າງ ໄດ້ ຮັບ ການ ພັດ ທະນາ. ແຂວງ ຄຳ ມ່ວນ ໄດ້ ກຳນົດ ເອົາ 3 ທ່າ ແຮງ ຕົ້ນຕໍ ເຂົ້າ ໃນ ການ ພັດທະນາ ເສດຖະກິດ-ສັງຄົມ ຄື: ທ່າ ແຮງ ດ້ານ ກະສິກຳ-ປ່າ ໄມ້, ທ່າ ແຮງ ດ້ານ ພະລັງງານ ບໍ່ ແຮ່ ແລະ ທ່າ ແຮງ ທາງ ດ້ານ ການ ບໍລິການ, ເຊີ່ງ ທັງ 3 ທ່າ ແຮງ ແມ່ນ ອີງ ໃສ່ ເງື່ອນໄຂ ທາງດ້ານ ທີ່ ຕັ້ງພູມ ສັນຖານ ແລະ ຄວາມ ອຸດົມສົມບູນ ທາງ ດ້ານ ທຳ ມະ ຊາດ. ມີ 588 ບ້ານ, 64.109 ຫຼັງຄາ ເຮືອນ, ມີ 69.703 ຄອບຄົວ, ພົນລະ ເມືອງ 365.143 ຄົນ, ຍີ 184.159 ຄົນ, ບ້ານ ທຸກ ຍາກ 76 ບ້ານ, ຄອບຄົວ ທຸກ ຍາກ 4.667 ຄອບຄົວ, 74 ກຸ່ມ ບ້ານ, ມີ 2 ຈຸດ ສຸມ ພັດທະນາ ຂອງ ແຂວງ ຄື: ຈຸດ ສຸມຫຼັງຄັງ-ວັງ ມະ ເນີ ແລະ ຈຸດ ສຸມ ໜອງມ້າຽນ້ຳຈະຫຼາ ເມືອງ ບົວລະພາ 

ສະຖານ ທີ ທ່ອງ ທ່ຽວ : ວັດ ສີ ໂຄດ ຕະບູນ, ທ່າ ຝຮັງ, ນ້ຳພຸ, ກຳ ແພງ ຫີນ ຍັກ, ຖ້ຳ ພະ, ແລະ ຖ້ຳ ນາງ ແອ່ນ 


ພະທາດສີໂຄດຕະບອງ: ຕັ້ງຢູ່ລຽບຕາມແຄມແມ່ນ້ຳຂອງຫ່າງຈາກຕົວເມືອງທ່າແຂກ ໄປທາງທິດໄຕ້ຕາມເສັ້ນທາງໄປເມືອງໜອງບົກ ປະມານ 6 ກິໂລແມັດ ພະທາດສີໂຄດຕະບອງ. ຖ້ຳພະ ຫລື ຖ້ຳຜາຊ້າງ : ຕັ້ງຢູ່ໃນເຂດເມືອງ: ມະຫາໄຊ ບໍລິເວັນ ບ້ານນາຊາງ ຫ່າງຈາກເມືອງທ່າແຂກ ປະມານ 17 ກິໂລແມັດ ຖ້ຳພະ ຫລື ຖ້ຳຜາຊ້າງ ເປັນຖ້ຳ ທີ່ຕັ້ງຢູ່ເທີງໜ້າຜາຂອງໜ່ວຍພູ ແລະ ສາມາດຍ່າງຂື້ນໄປຫາຖ້ຳໄດ້ ເຊື່ງພາຍໃນຖ້ຳ ມີຂະໜານນ້ອຍ ເປັນທີ່ປະດິດສະຖານພະພຸດທະຮູບຫຼາຍຮ້ອຍອົງ ທ່ີເປັນຄຳ, ເງີນ ແລະ ໄມ້ ປົນເປກັນຢູ່, ແຕ່ເປັນພະພຸດທະຮູບ ໃນສະໄຫມສົງຄາມໂລກ. ຖ້ຳນາງແອ່ນ: ຖ້ຳນາງແອ່ນ ເປັນຖ້ຳຂະໜານໃຫ່ຍ ຫ່າງຈາກເມືອງທ່າແຂກ ໄປທາງທິດປະມານ 18 ກິໂລແມັດ ທາງດ້ານໃນອາກາດເຢັນທີ່ມີລົມພັດຈາກດ້ານໃນອອກມາດ້ານນອກ ດ້ານໃນຂອງຖ້ຳມີລັກສະນະຫີນງອກ ຫີນຫຍ້ອຍ, ເປັນຫຍັງຈື່ງເອີ້ນວ່າ ຖ້ຳນາງແອ່ນ ຍ້ອນຊາວບ້ານເລົ່າຕໍ່ກັນມາວ່າຖ້ຳແຫ່ງນີ້ເຄີຍ ເປັນທີ່ຢູ່ອາໃສ ຂອງນົກນາງ ແອ່ນມາກ່ອນ. ກຳແພງຫີນໃຫ່ຍ: ກຳແພງຫີນໃຫ່ຍ ແຫ່ງນິ້ຕັ້ງຢູ່ຫາງຈາກເມືອງທ່າແຂກ ໄປທາງທິດເໜືອ ຫລື ແຂວງບໍລິຄຳໄຊ ປະມານ 7 ກິໂລແມັດ. ເປັນກຳແພງຫີນ ທີ່ວາງຊ້ອນກັນ ຂື້ນຫຼາຍຯກ້ອນ ຍາວຍຽດຫຼາຍຮ້ອຍແມັດ ຢູ່ໃນປ່າຂ້າງທາງ ທີ່ເຊື່ອກັນວ່າສ້າງມາຫຼາຍພັນປີແລ້ວ. ຖ້ຳກອງລໍ: ເປັນຖ້ຳນ້ຳລອດ ທີ່ຍາວປະມານ 7 ກິໂລແມັດ ຫ່າງຈາກຕົວເມືອງທ່ານແຂກ ປະມານ 200 ກິໂລແມັດ, ຕັ້ງຢູ່ແຂວງຄຳມວນ ໃນເຂດປ່າສະຫງວນ ແຫ່ງຊາດ ພູຫີນບູນ ເຊື່ງນ້ຳທີລອດ ແມ່ນແມ່ນ້ຳຫີນບູນໃນຖ້ຳມີຫີນງອກຫີນຫຍ້ອຍຂະໜາດໃຫ່ຍ ເຊີ່ງເປັນຍເສັ້ນທາງຄົມມະນາຄົມຫລັກຂອງ ໝູ່ບ້ານນາຕານ ທີ່ບໍ່ມີທາງເສັ້ນທາງອອກສູ່ພາຍນອກ ນອກຈາກເສັ້ນທາງນ້ຳໃຊ້ເຮືອຫາງ ມາອີກ ຝາກໜື່ງ


-----------------

ທີ່ມາ: ຂປລ  

Powered by Blogger.