Header Ads

ພາໄປສ່ອງຄວາມງາມ "ສາວບໍ່ແກ້ວ" ແລະ ຮູ້ຈັກແຂວງ ບໍ່ແກ້ວ


ທີມງານ #ໂຕະນໍ້າຊາ ພາໄປຊົມໂສມຄວາມງານສາວບໍ່ແກ້ວທີ່ຕ້ອງບອກວ່າບໍ່ທໍາມະດາ ພ້ອມກັບພາໄປຮູ້ຈັກແຂວງບໍ່ແກ້ວຕື່ມວ່າມີຫຍັງພີເສດ. ສໍາລັບແຂວງບໍ່ແກ້ວມເນື້ອທີ: 6.196 ກິໂລຕາແມັດ ຊື່ງພົນລະເມືອງທັງໝົດແມ່ນ 179,300 ກວ່າຄົນຍີງ: 89,300 ກວ່າຄົນຊາຍ: 90,000 ກວ່າຄົນ ແລະ ຄວາມໜາແໜ້ນ 29 ຄົນ/ກິໂລຕາແມັດ (ອີງຕາມສະຖິຕິ ປີ 2015)  ໂດຍປະກອບມີ  5 ເມືອງ ເຊັ່ນເມືອງຫ້ວຍຊາຍເມືອງຕົ້ນເຜິ້ງເມືອງເມິງເມືອງຜາອຸດົມ ແລະ ເມືອງປາກທາ 


ພາບຄວາມງາມ ສາວບໍ່ແກ້ວ

ພາບຄວາມງາມ ສາວບໍ່ແກ້ວ

ພາບຄວາມງາມ ສາວບໍ່ແກ້ວ

ແຂວງ ບໍ່ແກ້ວ 


ແຂວງບໍ່ແກ້ວ ເປັນແຂວງທາງພາກເໜືອ ຂອງສປປລາວ ຊຶ່ງຕັ້ງຢູ່ທາງຝັ່ງຊ້າຍແມ່ນ້ຳຂອງ, ມີເນື້ອທີ່ 6.196 ກມ2, ມີພົນລະ ເມືອງ 179,300 ກວ່າຄົນ, ຍິງ: 89.300 ກວ່າຄົນ (ສະຖິຕິປີ 2015) ແບ່ງອອກເປັນ 5 ເມືອງຄື: ເມືອງຫ້ວຍຊາຍ, ເມືອງຕົ້ນເຜິ້ງ, ເມືອງເມິງ, ເມືອງຜາອຸດົມ ແລະ ເມືອງປາກທາ. ມີ 354 ບ້ານ. ທີ່ວ່າ ການແຂວງ: ເມືອງຫ້ວຍຊາຍ. ຄວາມໜາແໜ້ນຂອງປະຊາກອນແມ່ນ: 24 ຄົນ/ກມ2. ແຂວງບໍ່ແກ້ວ ປະກອບດ້ວຍຫລາຍຊົນເຜົ່າຄື: ໄຕ, ລາວ, ລື້, ຍວນ, ກໍ່, ກຸ່ຍ, ຢ້າວ, ແລນແຕນ, ມູເຊີ, ກຶມມຸ. ປະຊາຊົນທີ່ຢູ່ຫ່າງໄກສອກຫລີກຈຳນວນໜຶ່ງ ຍັງນຸ່ງຖືຕາມຮີດຄອງປະເພນີດັ້ງເດີມ. ບາງສ່ວນກໍ່ຕຳຫູກ ຜະລິດ ຜ້າຝ້າຍເພື່ອຊົມໃຊ້ ພາຍໃນຄອບຄົວ. ບຸນປະເພນີ ທີ່ສຳຄັນ ໄດ້ແກ່ບຸນປີໃໝ່ ຫລື ກຸດສົງການ. ບຸນເກັບກ່ຽວ ແລະ ບຸນປະຈຳຄອບຄົວເຊັ່ນ: ບຸນຂຶ້ນເຮືອນໃໝ່ ແລະ ການເຢົາຢາ. ວາດຂັບລຳມີ: ຊັບລື້, ຂັບກໍ່, ຂັບເຕີມ. ການເດີນທາງໄປແຂວງບໍ່ແກ້ວ ສາມາດໄປໄດ້ຫລາຍວິທາງຄື: ທາງນ້ຳ, ທາງລົດ ແລະ ທາງຍົນ
-----------------



Powered by Blogger.