Header Ads

ປະຫວັດຄວາມເປັນມາພຣະເຈົ້າໝ່ານ ວັດຊຽງທອງ ຣາຊະວໍຣະວິຫາຣ ເມືອງຫຼວງພະບາງ



ປະຫວັດຄວາມເປັນມາພຣະເຈົ້າໝ່ານ ວັດຊຽງທອງ ຣາຊະວໍຣະວິຫາຣ ເມືອງຫຼວງພະບາງ

(1). ພຣະເຈົ້າໝ່ານໄດ້ມີການປະດິດສະຖານຢູ່ວັດຊຽງທອງມາຕະຫຼອດ ແລະ ບໍ່ເຄີຍມີປະຫວັດການເຄື່ອນຍ້າຍໄປບ່ອນໃດນອກເຂດວັດເລີຍ;
 (2).ອົງພຣະເຈົ້າໝ່ານ ມີນໍ້າຫນັກ 75 ກິໂລ ແທ່ນພຣະເຈົ້າໝ່ານ ແມ່ນມີນໍ້າຫນັກ 20,5 ກິໂລ ແລະ ລວມອົງພຣະເຈົ້າໝ່ານພ້ອມແທ່ນ ແມ່ນ 95,5 ກິໂລ;

(3).ພຣະເຈົ້າໝ່ານແມ່ນເປັນເນື້ອທອງສຳຣິດ ແຕ່ສີອອກຮຸ່ງແຈ້ງຄື ທອງນາຄາ;    
                                                                           (4).ກ່ອນປີ ຄສ 1930, ພຣະເຈົ້າໝ່ານແມ່ນໄດ້ປະດິດສະຖານຢູ່ອົບມຸງ "ຊາວບ້ານຊາວເມືອງເອີ້ນອູບມຸງນີ້ວ່າ ອຸບໝ່ານ"
(5). ອຸບໝ່ານນີ້ແມ່ນຕັ້ງຢູ່ບໍລິເວນຂອງສວນດອກໄມ້ດ້ານຫຼັງສິມໃນປະຈຸບັນ, ພາຍຫລັງຈາກອົບມຸງໝ່ານຫລົ້ມລົງແລ້ວ ເພິ່ນກໍ່ນຳເອົາພຣະເຈົ້າຫມ່ານມາປະດິດສະຖານໄວ້ທີ່ຫໍພຣະໝ່ານ ດັ່ງທີ່ເຮົາເຫັນໃນປະຈຸບັນນີ້;

(6).ສ່ວນບັນດາພຣະພຸທທະຮູບອົງອື່ນໆກໍ່ຄືພຣະເຈົ້າທີ່ຕັ້ງຢູ່ກາງສວນດອກໄມ້ກໍ່ສ້າງຖານຂຶ້ນໂດຍນຳເອົາຫິນເປັນຖານພຣະ "ຫິນດັ່ງກ່າວກໍ່ໄດ້ມາຈາກອຸບມຸງໃນເມືອກ່ອນຈາກຖານພຣະນັ້ນ", ຈົນຊາວບ້ານຊາວເມືອງຕັ້ງຊື່ພຣະພຸດທະຮູບອົງທີ່ປະດິດສະຖານທີສວນດອກໄມ້ນັ້ນວ່າ ພຣະເຈົ້າຕາກແດດ;
(7).ສາທຸມ້າວ ມະນີວັງໂສ ເຈົ້າອາວາດໃນຂະນະນັ້ນ ໄດ້ຝັນວ່າພາຍໃນສວນດອກໄມ້ ມີແສງແດດຮ້ອນແຮງ ແລະ ຕາມຮີດຂອງເມືອງຫລວງພຣະບາງແລ້ວ ພຣະພຸທຕ້ອງມີສິ່ງປຸກສ້າງໂດຍບໍ່ໃຫ້ຕາກແດດຕາກຝົນ;
(8).ມາຮອດໃນປີ ຄສ 1987 ເພິນຈິ່ງນຳພາສາທຸອ້າຍຈົວປັບປຸງ ແລະ ສ້າງຫໍມຸງໃຫ້ພຣະເຈົາຕາກແດດນັ້ນ;
(9).ສ່ວນພຣະເຈົ້າໝ່ານຫລັງຈາກອົບມຸງຫລົ້ມແລ້ວ, ເພິ່ນກໍ່ນຳໄປປະດິດສະຖານຢູ່ຫໍພຣະເຈົ້າໝ່ານດັ່ງທີ່ເຫັນທຸກມື້ນີ້;
(10).ຫໍພຸທມາຣາວິໄຊ ພຣະເຈົ້າໝ່ານ ທີ່ຕັ້ງຢູ່ດ້ານຫລັງສີມຂອງວັດຊຽງທອງ ນີ້ສ້າງຂຶ້ນມາຫລາຍຮ້ອຍປີແລ້ວ ແລະ ມີການບູລະນະປະຕິສັງຂອນຢ່າງວິຈິດຣິຈະນາ ປະດັບປະດາ ຫໍພຸທມາຣາວິໄຊ ໃຫ້ງົດງາມ ມີການຕິດແກ້ວສີໃສ່ ສຳເລັດເມື່ອປີ ຄສ 1974;
(11).ນາຍຊ່າງປະຈຳຣາຊສຳນັກພຣະຣາຊວັງ ເພຍຕັນ ເປັນຫົວຫນ້າໃນການປະຕິສັງຂອນໃຫຍ່ໃນຄັ້ງນີ້, ພຣະເຈົ້າໝ່ານ ເປັນພຣະພຸທທະຮູບຢືນ ເຊິ່ງມີຄວາມເຊື່ອວ່າ ມີລິດເດດທາງດ້ານຟ້າຝົນ ແລະ ປະທານບຸດ;

                                                                                     


(12). ເລື່ອງນີ້ຄົນຫລວງພຣະບາງຮູ້ກັນດີ, ຖ້າປີໃດອະຣາດທະນາພຣະເຈົ້າໝ່ານລົງຫົດສົງ ຟ້າຝົນກໍ່ຈະຕົກໃຫ້ແຜ່ນດິນຊຸ່ມເຢັນ ແລະໃຜທີ່ມີລູກຢາກ ກໍ່ຈະມີການມາບະມາບົນບານ ເພື່ອຂໍລູກສຶບຕະກຸນຈາກພຣະເຈົ້າໝ່ານອົງນີ້;

(13). ການນຳເອົາພຣະເຈົ້າໝ່ານລົງຫົດສົງນີ້ແມ່ນເກີດຂຶ້ນຄັ້ງທຳອິດປະມານປີ ຄໍສໍ 1979, ໂດຍປີນັ້ນເມືອງຫລວງພຣະບາງ ເກີດແຫ້ງແລ້ງມາຫລາຍເດືອນ ແລະ ອາກາດກໍ່ຮ້ອນອົບເອົ້າ ໜອກຄວັນຈາກການຈູດໄຮ່ ກໍ່ປົກຄຸມທົ່ວເມືອງ;
(14). ເຖົ້າແກ່ແນວໂຮມ ສາລະວັດບ້ານຄີລີ ຊຽງທອງ ໂພນເຮືອງ ບ້ານກາງ ກໍ່ໄດ້ມາປືກສາ ກັບສາທຸໃຫຍ່ ມ້າວ ມະນີວັງໂສ ເຈົ້າອະທິການວັດໃນສະໄໝນັ້ນ;
(15).ສາທຸໃຫຍ່ ມ້າວ ມະນີວັງໂສ ກໍ່ໄດ້ໄປປືກສາກັບ ສາທຸໃຫຍ່ ຄຳຈັນ ວິຣະຈິດຕະ ເຈົ້າອະທິການ ວັດແສນ ສຸຂາຣາມ;
(16). ຜ່ານການປືກສາ ແລະ ເຫັນສົມຄວນເອົາພຣະເຈົ້າໝ່ານ ລົງຫົດສົງ ເປັນຄັ້ງທຳອິດ ປີ ຄສ 1979, ເປັນປີທີ່ເອົາພຣະເຈົ້າໝ່ານລົງຫົດສົງນັ້ນ ແມ່ນບໍ່ໄດ້ເຮັດເປັນພິທີໃຫຍ່ ແມ່ນເອົາລົງຫົດສົງໃນສິມ ວັດຊຽງທອງ ຜູ້ມາຫົດສົງກໍ່ມີແຕ່ຊາວບ້ານແຖວໆອ້ອມວັດເທົ່ານັ້ນ;
(17). ຫລັງຈາກນັ້ນເມືອງຊາວເມືອງຮູ້ ແລະ ຊ່າລືວ່າມີການນຳເອົາພຣະເຈົ້າໝ່ານລົງຫົດສົງແລ້ວ ຕ່າງກໍ່ພາກັນມາຫລາຍຂຶ້ນ ທາງວັດ ກໍ່ໄດ້ປືກສາຫາລືກັນ ຍ້ອນມີພໍ່ແມ່ພີ່ນ້ອງມາຫົດສົງຫລາຍ ໄດ້ເຮັດຢູ່ໃນອາຮາມນັ້ນກໍ່ຄັບແຄບ;
(18).ເຫັນສົມຄວນໃຫ້ມີການຕັ້ງຜາມ ຢູ່ທາງຫນ້າສິມຂອງວັດຊຽງທອງ ຈາກນັ້ນທຸກໆປີ ກໍ່ມີການອະຣາດທະນາພຣະເຈົ້າໝ່ານລົງຫົດສົງຫລັງຈາກແລ້ວບຸນປີໃຫມ່ລາວທຸກໆປີມາຕະຫລອດ;
(19). ການນຳເອົາພຣະເຈົ້າໝ່ານລົງຫົດສົງນັບແຕ່ປີ ຄສ 2000 ເປ໊ນຕົ້ນມາ, ທາງບ້ານ-ເມືອງ ກໍໄດ້ຕົກລົງກັນເອົາພຣະເຈົ້າໝ່ານລົງສົງ ບາງປີ ກໍ່ວັນທີ່ 22 , ບາງປີກໍ່ ວັນທີ 23 ຂອງເດືອນເມສາ ຂອງທຸກໆປີ.



ທີ່ມາ: Art and Culture of Laos | Tonamcha.com
-----------------




Powered by Blogger.