Header Ads

Elon Musk ປ່ອຍຄລິບອັບເດດແນວຄິດຖະໜົນອຸໂມງໃຕ້ດີນ ແລ່ນດ້ວຍຄວາມໄວ 200 km/h

ເມື່ອຕົ້ນປີທີ່ຜ່ານມາ Elon Musk ທະວິດເຕິວ່າເຂົ້າເບື່ອໜ່າຍກັບບັນຫາລົດຕິດ ແລະ ເຂົ້າຈະຕັ້ງບໍລິສັດ ຂຸດເຈາະອຸໂມງເພື່ອເຮັດເປັນເສັ້ນທາງລົດແລ່ນໃຕ້ດິນ  ແລະ ໃນເວລາດົນເຂົາກໍຕັ້ງບໍລິສັດ ຊື່ບໍລິສັດ The Boring Company ເພື່ອມາຮັບຜິດຊອບໂຄງການນີ້.​ ສຳລັບຂໍ້ມູນເບື້ອງຕົ້ນຂອງຖະໜົນອຸໂມງນີ້ແມ່ນສາມາດແລ່ນດ້ວຍຄວາມໄວ 200 km/h  ແລະ ສຳນັກຂ່າວຕ່າງປະເທດລະບຸວ່າ Elon Musk ໃຊ້ເວລາພຽງ 2-3% ຂອງເວລາເຂົາ ໂດຍວຽກສ່ວນໃຫຍ່ແມ່ນມອບໃຫ້ວິສະວິກອນຝືກຫັດທີ່ ບໍລິສັດ Tesla Motors Inc ເປັນຄົນຮັບຜິດຊອບ. ສໍາລັບ Elon Musk ເອງແມ່ນໃຊ້ເວລາສ່ວນໃຫຍ່ກັບທຸລະກິດ Tesla Meother, SolarCity, SpaceX ແລະ Neuralink. 

                                                   ພາບການກໍ່ຜະລິດຖະໜົນອຸໂມງ


ຄລິບແນວຄິດຖະໜົນອຸໂມງ ແລ່ນດ້ວຍຄວາມໄວ 200 km/h

ທີ່ມາ: The Boring Company | tonamcha.com
-----------------






Powered by Blogger.