ລັດຖະມົນຕີຕ່າງປະເທດອາຊຽນຖະແຫລງເລື່ອງແຫລມເກົາຫລີ
ມະນິລາ 28 ເມສາ: ລັດຖະມົນຕີຕ່າງປະເທດສະມາ ຄົມປະຊາຊາດອາຊີຕາເວັນ ອອກສຽງໃຕ້ (ອາຊຽນ) ອອກຖະແຫລງການໃນວັນທີ 28 ເມສານີ້ ສະແດງຄວາມກັງວົນຕໍ່ສະຖ ານະການຢູ່ແຫລມເກົາຫລີ, ເຖິງວ່າ ສປປ ເກົາຫລີ ຂໍຄວາມສະໜັບສະໜູນຈາກອາ ຊຽນກໍຕາມ.
ຖະແຫລງການກອງປະຊຸມລັດຖ ະມົນຕີຕ່າງປະເທດອາຊຽນ ຢູ່ນະຄອນຫລວງມະນິລາ ຂອງຟີລິບປິນ ລະບຸວ່າ: ອາຊຽນກັງວົນຢ່າງຍິ່ງທີ່ ຄວາມເຄັ່ງຕຶງຢູ່ແຫລມເ ກົາຫລີຮຸນແຮງຂຶ້ນ ລວມທັງກໍລະນີ ສປປ ເກົາຫລີ ທົດລອງນິວເຄຼຍ 2 ຄັ້ງໃນປີ 2016 ແລະ ຍິງລູກສອນໄຟຫລາຍຄັ້ງ, ອາຊຽນເນັ້ນໜັກດີວ່າ: ຄວາມໄຮ້ສະຖຽນລະພາບຢູ່ ແຫລມເກົາຫລີມີຜົນກະທົບ ຮ້າຍແຮງຕໍ່ພາກພື້ນ ແລະ ສາກົນ, ລັດຖະມົນຕີຕ່າງປະເທດອາຊ ຽຈຶ່ງຂໍຮຽກຮ້ອງຢ່າງຈິງ ຈັງໃຫ້ ສປປ ເກົາຫລີ ປະຕິບັດຕາມມະຕິສະພາຄວາມ ໝັ້ນຄົງແຫ່ງສະຫະປະຊາຊາ ດ ແລະ ກົດໝາຍສາກົນວ່າດ້ວຍການ ຄວບຄຸມໂຄງການນິວເຄຼຍ. ຂະນະດຽວກັນ, ຂໍໃຫ້ທຸກຝ່າຍທີ່ກ່ຽວຂ້ ອງຟື້ນການເຈລະຈາ 6 ຝ່າຍທີ່ຢຸດໄປໃນປີ 2009, ໃຊ້ຄວາມອົດກັ້ນເພື່ອບ ັນເທົາຄວາມເຄັ່ງຕຶງ ແລະ ງົດການກະທຳໃດໆທີ່ອາດເ ຮັດໃຫ້ສະຖານະການຮ້າຍແຮ ງ.
ລັດຖະມົນຕີຕ່າງປະເທດອາຊ ຽນອອກຖະແຫລງການດັ່ງກ່າວ , ເຖິງວ່າທ່ານ ຣີ ຍົງໂຮ ລັດຖະມົນຕີຕ່າງປະເທດ ສປປ ເກົາຫລີ ສົ່ງໜັງສືເຖິງອາຊຽນ ແລະ ສຳນັກຂ່າວ AFP ໄດ້ຮັບສຳເນົາໃນວັນທີ 27 ເມສາວ່າ: ເປັນເທື່ອທຳອິດທີ່ ສປປ ເກົາຫລີ ສົ່ງຈົດໝາຍເຖິງອາຊຽນ ເພື່ອຂໍການສະໜັບສະໜູນ, ຂໍໃຫ້ປະທານອາຊຽນແຈ້ງໃ ຫ້ກອງປະຊຸມລັດຖະມົນຕີຕ່ າງປະເທດຮູ້ເຖິງສະຖານະກ ານຮ້າຍແຮງຢູ່ແຫລມເກົາຫ ລີ ແລະ ລິເລີ່ມຂໍ້ສະເໜີທີ່ເໝ າະສົມ. ທ່ານ ຣີ ຍົງໄຮ ກ່າວເຖິງການຊ້ອມຮົບລະຫ ວ່າງອາເມລິກາ ແລະ ສ.ເກົາຫລີ ວ່າ: ເປັນເຫດຜົນທີ່ເຮັດໃຫ້ ສປປ ເກົາຫລີ ຕ້ອງພັດທະນາອາວຸດນິວເຄຼ ຍ, ພ້ອມເຕືອນວ່າ: ສປປ ເກົາຫລີ ມີປະສິດທິພາບຈະໃຊ້ອາວຸດ ນິວເຄຼຍໂຈມຕີສັດຕູກ່ອ ນເຊັ່ນດຽວກັນ.
ທີ່ມາ: ຂປລ
Post a Comment