Header Ads

ມີໄຊ ຂຸນວິເສດ ໄວລຸ້ນ 200 ລ້ານ



ຖ້າເວົ້າເຖິງໄວລຸ້ນຄົງບໍ່ເປັນເລື່ອງແປກ ແລະ ບໍ່ໜ້າໃຈເທົ່າໃດ ສ່ວນໃຫຍ່ຊິວິດໝົດໄປກັບຫຼິ້ນກິນ ແລະ ໃຊ້ຊີວິດໄປແບບແຕ່ລະມື້ແຕ່ລະວັນ ຊໍ້າບໍ່ພໍບາງຄົນຍັງລ້າງຜານເງິນພໍ່ແມ່ມາໃຊ້ແບບບໍ່ເກີດປະໂຫຍດ ເຊິ່ງບາງຄົນເກີດໃນຄອບຄົວເຫຼືອຢູ່ເຫຼືອກິນກັບໄປຫຍຸ້ງກ່ຽວກັບສິ່ງເສບຕິດ ແລະ ບາງຄົນບໍ່ທັນເວົ້າເລື່ອງເງິນມີໃຊ້ ເວົ້າເລື່ອງເຂົ້າຕົກທ້ອງແຕ່ເຊົ້າຮອດສວຍກະບໍ່ມີພໍເມັດກັບດັນໄປຫຍຸ້ງກ່ຽວກັບສິ່ງເສບຕິດຕື່ມ ບາດອອກເຮືອນປານພະຍາ ແຕ່ກັບມາເຮືອນຂີ້ແມວເຕັມກະດົ້ງ ແລະ ໃຊ້ເງິນທີ່ພໍ່ແມ່ຫາມາໃຫ້ດ້ວຍຢາດເຫຼືອແຮງກາຍໄປກັບສິ່ງບໍ່ມີປະໂຫຍດ. 

ມື້ນີ້ tonamcha.com ພາທ່ານມາຮູ້ຈັກ ມີໄຊ ຂຸນວິເສດ ໄວລຸ້ນ 200 . ແມ່ນແລ້ວ!   ທ່ານອ່ານບໍ່ຜິດດອກເພາະເຂົາຮູ້ຫາເງິນ ແລະ ເຮັດທຸລະກິດຕັ້ງແຕ່ນ້ອຍດ້ວຍເງິນພຽງ 20 ລ້ານກິບສໍາລັບຕັ້ງຕົ້ນ ແລະ ຕໍ່ຍອດສູ່ 200 ລ້ານກີບ ພ້ອມກັບເຮັດທຸລະກິດເຖິງ 3 ຢ່າງໃນເວລາດຽວກັນ ເຊັ່ນ :  ເຮືອນພັກ, ຮ້ານແລກປ່ຽນເງິນຕາ ແລະ ສູນອອກກໍາລົງກາຍ (Fitness Center).



ສໍາລັບຄົນທົ່ວໄປອາດຄິດວ່າເປັນເລື່ອງທໍາມະດາ ແຕ່ເຮົາມາຫວນຄິດເບິ່ງວ່າ ຖ້າມີຄົນອາຍຸຊໍ້າ ມີໄຊ ຕອນນັ້ນເຮົາເຮັດຫຍັງ, ຄິດຫຍັງ,​ຢູ່ໃສ ແລະ ກໍາລັງຕິດຫຼິ້ນເກມຢູ່ບໍ່ ຫຼື ວ່າແນວໃດ. ນີ້ແມ່ນເລື່ອງລາວຂອງ ມິໄຊ ເຊິ່ງອາດສາມາດສ້າງແຮງບັນດານໃຈໃຫ້ໄວລຸ້ນນັບຮ້ອຍ ຫຼື ອາດສ້າງແຮງບັນດານໃຈໃຫ້ຜູ້ໃຫຍ່ອີກນັບລ້ານ.  


5 ວະລີເດັດຂອງໜຸ່ມນ້ອຍຄົນນີ້ : 

1. ຊື້ລົດລາຄາແພງ ກ່ອນເຮັດທຸລະກິດ 
2. ເຮັດເຮືອນຫຼັງໃຫຍ່ ເກີນປະໂຫຍດ
3. ກ້າຢືມເງີນມາຊື້ລົດ ແຕ່ບໍ່ກ້າຢືມເງີນມາລົງທຶນ
4. ກ້າຢືມເງີນມາເຮັດເຮືອນຫຼັງໃຫຍ່ ແຕ່ບໍ່ກ້າເຮັດທຸລະກິດໃຫຍ່
5. ຕືກໃຫຍ່ໆສູ່ໆເລີ່ມຕົ້ມດ້ວຍກ້ອນດີນຈີ່ກ້ອນນ້ອຍໆ 


© ໂຕະນໍ້າຊາ | tonamcha.com     
___________










Powered by Blogger.