Header Ads

ລັດຖະບານ ຈະໄດ້ຈ່າຍຄ່າຊົດເຊີຍໃຫ້ທຸກຄອບຄົວຢ່າງສົມເຫດສົມຜົນ 100% ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງ ເສັ້ນທາງລົດໄຟ ລາວ-ຈີນ



ອີງຕາມການລາຍງານຂອງ ລາຍການຮູ້ທັນການສັນຈອນວ່າ : ລັດຖະບານ ສປປ ລາວ ຈະໄດ້ຈ່າຍຄ່າຊົດເຊີຍໃຫ້ທຸກຄອບຄົວຢ່າງສົມເຫດສົມຜົນ 100% ສໍາລັບຂອງປະຊາຊົນຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງໃນການດໍາເນີນການທາງຄະນະສໍາຫຼວດຂັ້ນທ້ອງຖີ່ນ ແລະ ຂັ້ນເທະງກໍໄດ້ມີການລົງກວດກາ, ສໍາຫຼວດພື້ນທີ່ ແລະ ແຈ້ງເຕື່ອນປະຊາຊົນກ່ອນລ່ວງໜ້າ.




ສໍາລັບຄອບຄົວໃດຖືກຜົນກະທົບໃນທຸກກໍລະນີ ເປັນຕົ້ນແມ່ນ ດິນ, ຮົ້ວ, ສວນ ແລະ ຕົ້ນໄມ້ໃບຫຍ້າ  ແມ່ນທາງໂຄງການຈະໄດ້ຈ່າຍຄ່າຊົມເຊີຍໃຫ້ເທົ່າຕົວ ພ້ອມກັບຫາດິນທົດແທນໃນຂົງເຂດການຜະລິດ ແລະ ອາຊີບໃຫ້ຢ່າງເໜາະສົມໂດຍໃຫ້ປະຊາຊົນເຫັນພ້ອມຈິ່ງລົງມືກໍ່ສ້າງໄດ້.  



ທີ່ມາ: ຮູ້ທັນສັນຈອນ 
© ໂຕະນໍ້າຊາ | tonamcha.com    

___________



Powered by Blogger.