Header Ads

ປະຊາຊົນ100 ກວ່າຄົນປະສົບເຄາະຮ້າຍແຮງຍ້ອນອັກຄີໄຟ ທີ່ບ້ານອາຊິງໃຕ້ , ເມືອງສະໝ້ວຍ, ແຂວງສາລະວັນ




ເຫດຊາວບ້ານ ບ້ານອາຊີງ ເມືອງສະໝ້ວຍ ແຂວງສາລະວັນ ໄດ້ປະສົບເຫດອັກຄີໄພຄັ້ງຮ້າຍແຮງໃນວັນທີ 11 ກໍລະກົດ 2017 ຜ່ານມານີ້ ເຮັດໃຫ້ເຮືອນ 33 ໃນ 34 ຫຼັງຄາທົ່ວບ້ານຖືກໄໝ້ເຫຼືອພຽງເຖົ່າຖ່ານ ເຊິ່ງປັດຈຸບັນອຳນາດການປົກຄອງແຂວງກຳລັງລະດົມກຳລັງໄປຊ່ວຍປຸກຕູບໃຫ້ຢູ່ເພື່ອບັນເທົາທຸກຊົ່ວຄາວ ແລະ ຮັບບໍລິຈາກສິ່ງຂອງຈໍາເປັນສໍາລັບດໍາລົງຊີວິດ. 



ສໍາລັບທ່ານໃດຜູ້ໃຈບຸນ ຫຼື ຜູ້ມີ່ຕ້ອງການຮ່ວມບໍລິຈາກສາມາດພົວພັນ ທ່ານສົມສັກ, ຫົວໜ້າຫ້ອງວ່າການເມືອງສະໝ້ວຍ ເບີໂທ 020- 5848 8864

ສະຖານທີ່ຮັບເຄື່ອງບໍລິຈາກ (ນະຄອນຫຼວງວຽງຈັນ)
ວັດມູນນິທິຫລັກ 29,ທາງ13 ໄຕ້ບ້ານໂພນສະຫວັນເມືອງໄຊທານີ ນະຄອນຫລວງວຽງຈັນ,
ທ່ານພຣະອາຈາຣຍ໌ພົງສະຫວັນ ອານຸສິນ 020-9789 4514.
ທ່ານ ພຣະອາຈາຣຍ໌ຄຳປະສົງ ວົງວິຫານ  030-5146 245



ຂໍ້ມູນເພິ່ມເຕິມລະບຸວ່າ : ສາເຫດທີ່ເຮັດໃຫ້ເກີດອັກຄີໄຟໃນຄັ້ງນີ້ຍ້ອນ ຊາວບ້ານດັງໄຟຢູ່ໃນເຮືອນ ເຊິ່ງມີດົ້ນຟືນຍາວຕິດໃສ່ຝາເຮືອນ ແລະ ເມື່ອເກີດໄຟໄໝ້ຈຶ່ງລຸກລາມໄປໃສ່ເຮືອນ ຈົນເຮັດໃຫ້ເຮືອນອີກ 33 ຫຼັງນັ້ນໄໝ້ໄປພ້ອມກັນ ເຊິ່ງເຫດການດັ່ວກ່າວແມ່ນເກີດຂື້ນໃນເວລາປະມານຕອນບ່າຍຂອງວັນທີ 11 ກໍລະກົດ 2017 ຜ່ານມານີ້.


ໃນວັນທີ 13 ກໍລະກົດຜ່ານມານີ້ ທ່ານ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງສາລະວັນໄດ້ນຳພາພະນັກງານລັດຈຳນວນໜຶ່ງ ນຳເຂົ້າສານອາຫານແຫ້ງ, ເຄື່ອງນຸ່ງຮົ່ມ, ຜ້າຫົ່ມ ແລະ ມຸ້ງໄປມອບໃຫ້ຊາວບ້ານ ພ້ອມກັບໄດ້ລະດົມອ້າຍນ້ອງພະນັກງານລັດໄປຊ່ວຍປະຊາຊົນປຸກຕູບເພື່ອເປັນທີ່ພັກຊົ່ວຄາວ. 





ປະຈຸບັນຊາວບ້ານທັງໝົດໃນ 33 ຄອບຄົວແມ່ນຂາດທີ່ຢູ່ອາໄສ (ອາໄສຢູ່ຕູບຊົ່ວຄາວ), ອາຫານການກິນ ແລະ ເຄື່ອງນຸ່ງຫົມ ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງຂອງເມືອງໄດ້ທະຍອຍໃຫ້ການຊ່ວຍເຫຼືອສິ່ງຈຳເປັນຕ່າງໆໄປແກ້ໄຂຄວາມເປັນຢູ່ໃນເບື້ອງຕົ້ນສໍາລັບຄອບຄົວຜູ້ປະສົບອັກຄີໄຟທີ່ກ່າວຂ້າງເທິງນີ້.







© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.