Header Ads

ຫຸ່ນຍົນຂຸດຫານໍ້າ ແລະ ແຮ່ທາດຕ່າງໆເທິງດວງຈັນ




ສໍານັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດ Moon Express  ທີ່ ສ. ອາດເມລິກາ ໄດ້ເປີດເຜີຍໂຄງການພັດທະນາຫຸ່ນຍົນສໍາລັບຂຸດຫານໍ້າ ແລະ ແຮ່ທາດຕ່າງໆໃນດວງຈັນ ເພື່ອນໍາມາສຶກສາຄວາມເປັນໄປໄດ້ທີ່ມະນຸດຈະຢູ່ອາໄສ ແລະ ສິ່ງມີຊີວິດຢູ່ເທິງດວງຈັນ.





ຢ່າງໃດກໍຕາມ, ບໍລິສັດ Moon Express ຍັງເນັ້ນຕື່ມອີກວ່າຫຸ່ນຍົນທີ່ພັດທະນາຂື້ນແມ່ນເພື່ອຈຸດປະສົງສໍາຫຼວດຊັບພະຍາກອນທໍາມະຊາດຕ່າງໆທີ່ຢູ່ເທິງດວງຈັນ ເຊິ່ງບໍລິສັດມີແຜນຜະລິດຫຸ່ນຍົນຫຼາກຫຼາຍຮູບແບບ ແລະ ໜຶ່ງໃນນັ້ນແມ່ນລຸ້ນ MX-1E ທີ່ມີຄວາມສູງເທົ່າກັບຂະໜາດມະນຸດ ມີຄວາມສາມາດກະໂດດ ແລະ ຢືນໄດ້ຄືກັບມະນຸດ ເຊິ່ງໂຄງການພັດທະນາຫຸ່ນຍົນດັ່ງກ່າວມາຂ້າງເທິງນີ້ແມ່ນຈະເລີມຕົ້ນໂຄງການໃນປີ 2020. 



ທີ່ມາ: Theverge 
© ໂຕະນໍ້າຊາ | tonamcha.com    
___________



Powered by Blogger.