Header Ads

ຄຸນປະໂຫຍດຂອງການຍ່າງອອກກໍາລັງກາຍ15 ນາທີຕໍ່ມື້



ອີງຕາມການຕີພີມຂອງວາລະສານ “British Journal of Sports Medicine ” ຢືນຢັ້ງວ່າ: ການຍ່າງອອກກໍາລັງກາຍ 15 ນາທີຕໍ່ມື້ມີຄຸນປະໂຫຍດຕໍ່ຮ່າງກາຍທີ່ສຸດ ໂດຍຂໍ້ມູນນີ້ສອດຄ່ອງກັບຜົນວິໄຈຂອງມະຫາວິທະຍາໄລ   Saint-Etienne ແລະ ມະຫາວິທະຍາໄລ  Jean Monnet (ປະເທດຝລັ່ງ). 



ສໍາລັບຄົນທີ່ອອກກໍາລັງກາຍດ້ວຍການຍ່າງ 15 ນາທີຈະຊ່ວຍຫຼຸດຄວາມສ່ຽງຂອງການເສຍຊີວິດໄດ້ເຖິງ  22% ເມື່ອທຽບກັບຄົນທີບໍ່ໄດ້ອອກກຳລັງກາຍເລີຍ  ໂດຍມີຜົນວິໄຈຢືນຢັນວ່າ ການອອກກໍາລັງກາຍດ້ວຍການຍ່າງ 15 ນາທີທຸກໆມື້ເຮັດໃຫ້ຊີວິດຍືນຍາວ ແລະ ຄວນຍ່າງຕໍ່ເນື່ອງຍ່າງຕໍ່າ 150 ນາທີຕໍ່ອາທິດ. 



ນີ້ແມ່ນຄຸນປະໂຫຍດຂອງການຍ່າງອອກກໍາລັງກາຍ : 

1. ຊ່ວຍປ້ອງກັນເບົາຫວານ
2. ຊ່ວຍຫຼຸດນໍ້າໜັກ 
3. ເພີ່ມລະດັບວິຕາມິນດີ 
4. ບັນເທົາອາການປວດ 
5. ປ້ອງກັນມະເຮັງລໍາໄສ້ໃຫຍ່, ມະເຮັງເຕົ້ານົມ ແລະ ມະເຮັງປອດ 
6. ເສີມສ້າງສຸຂະພາບຫົວໃຈ 
7. ຊ່ວຍປັບປຸງອາລົມ (ຜ່ອນຄາຍ)



ທີ່ມາ: healthyfoodhouse.com   
© ໂຕະນໍ້າຊາ | tonamcha.com    
___________



Powered by Blogger.