Header Ads

ລັດ ວາງມາດຕະການລາຍຈ່າຍປີ 2017 ໂປ່ງໃສຂຶ້ນ



​ເພື່ອ​ໃຫ້​ບັນລຸ​ໄດ້​ຕາມ​ ແຜນການ​ຄາດ​ຄະ​ເນຂອງ​ປີ 2017 ​ແລະ ​ສາມາດ​ສູ້​ຊົນ​ຈັດ​ເກັບ​ລາຍ​ຮັບ​ ໃຫ້​ໄດ້​ເພີ່ມ​ຂຶ້ນ ​ແມ່ນ​ຈະ​ໄດ້ດຳ​ເນີນ ​ມາດ​ຕະການ ​ທາງ​ດ້ານ​ລາຍ​ຮັບ​ ໃຫ້​ມີ​ຄວາມ​ເຂັ້ມ​ງວດ, ທັນ​ສະພາບ​ການ ​ແລະ ມີ​ປະສິດທິ​ຜົນ. ພ້ອມ​ທັງ, ດຳ​ເນີນ​ມາ​ດຕະການ​ ທາງ​ດ້ານ​ລາຍ​ຈ່າຍ ​ໃຫ້​ມີ​ຄວາມ​ຮັດ​ກຸມ ​ແລະ ເອົາ​ໃຈ​ໃສ່​ຕໍ່​ການ ​ປະຕິບັດ​ນະ​ໂຍບາຍ​ ປະ​ຢັດ​ມັດທະຍັດ​ ໃຫ້​ເປັນ​ຮູບ​ປະ​ທຳ. ​ເຊິ່ງ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ ກະຊວງ​ການ​ເງິນ ​ໄດ້​ສະ​​ເໜີຕໍ່​ ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ​ ຊຸ​ດທີ VIII ກ່ຽວ​ກັບ​ການ​ຄາດ​ຄະ​​ເນ ​ທິດ​ທາງ​ແຜນ​ງົບປະມານ ໝົດ​ປີ 2017 ທີ່​ຈະ​ຕ້ອງ​ໄດ້​ວາງ ​ມາດ​ຕະການ​ສຳຄັນ ທາງ​ດ້ານ​ລາຍ​ຈ່າຍ​ງົບປະມານ.

ທ່ານ ສົມ​ດີ ດວງ​ດີ ​ໄດ້​ສະ​ເໜີ​ໃຫ້​ຮູ້​ວ່າ: ຕ້ອງ​ຈັດຕັ້ງ​ປະຕິບັດ ​ມາ​ດຕະການ​ປະຢັດ ​ແລະ ຕ້ານ​ການ​ຟູມ​ເຟືອຍ​ ຕາມ​ລຳ​ດັດ ຂອງ​ນາຍົກລັດຖະມົນຕີ ວາງອອກ​ຢ່າງ​ເຂັ້ມ​ງວດ ​ແລະ ມີ​ປະສິດທິ​ຜົນ​ສູງ ຕາມ​ຄຳ​ສັ່ງ​ຂອງ ​ນາຍົ​ກລັດຖະມົນຕີ ກ່ຽວ​ກັບ​ການ​ປະຢັດ ​ການ​ນຳ​ໃຊ້​ ງົບປະມານ​ຂອງ​ລັດ; ສືບ​ຕໍ່​ເຂັ້ມ​ງວດ​ ໃນ​ການ​ກວດກາ, ການສະ​ເໜີ​ ​ຂໍ​ເບີກ​ຈ່າຍ​ບໍລິຫານ, ລາຍ​ຈ່າຍ​ດັດສົມ ​ແລະ ລາຍ​ຈ່າຍ​ຊື້​ໃໝ່​ ໃຫ້​ມີ​ປະສິດທິ​ຜົນ ​ເຊັ່ນ: ຄ່າ​ນ້ຳ​ປະປາ ​ແລະ ຄ່າ​ໄຟຟ້າ ຕ້ອງ​ພຽງພໍ​ກັບ​ ການ​ນຳ​ໃຊ້​ຕົວ​ຈິງ ​ເພື່ອ​ບໍ່​ໃຫ້​ເກີດ​ເປັນ​ໜີ້​ສະ​ສົມ, ສ່ວນ​ການ​ຈັດ​ກອງ​ປະຊຸມ, ການຈັດ​ງານ​ລ້ຽງ, ການ​ຮັບ​ແຂກ, ການ​ເດີນທາງ​ ໄປ​ວຽກ​ທາງ​ການ ພາຍ​ໃນ ແລະ ຕ່າງປະ​ເທດ, ການຈັດ​ຊື້​ພາຫະນະ, ​ເຄື່ອງ​ໃຊ້​ຫ້ອງການ ​ແລະ ອື່ນໆ ຖ້າ​ເຫັນ​ວ່າ​ລາຍ​ຈ່າຍ​ຮ່ວງ​ໃດ​ມີ​ລາຄາ​ສູງ ​ເກີນ​ຄວາມ​ເປັນ​ຈິງ, ບໍ່ມີ​ຄວາມ​ຈຳ​ເປັນ ກໍ​ຈະ​ບໍ່​ໄດ້​ຮັບ​ການ​ອະນຸມັດ; ປະສານ​ສົມທົບ​ກັບ ​ກະຊວງ​ພາຍ​​ໃນ ​ແລະ ພາກສ່ວນ​ກ່ຽວຂ້ອງ ດຳ​ເນີນ​ການ​ກວດກາ​ ຈຳ​ນວນ​ພົນ​ພະນັກງານ-ລັດຖະກອນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຄິດ​ໄລ່​ ລາຍ​ຈ່າຍ​ເງິນ​ເດືອນ ​ແລະ ​ເງິນ​ອຸດ​ໜູນ ​ໃຫ້​ຖືກຕ້ອງ ​ແລະ ຊັດ​ເຈນ​ຕາມ​ຄວາມ​ເປັນ​ຈິງ; ປະສານ​ສົບ​ທົບ​ກັບ​ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຄົ້ນຄວ້າ​ຫັນ​ການ​ເບີກ​ຈ່າ​ຍ​ເງິນ​ເດືອນ ​ແລະ ​ເງິນ​ອຸດ​ໜູນ ​ໃຫ້​ແກ່​ພະນັກງານ​ບໍລິຫານ ​ແລະ ບາງ​ກຳລັງ​ຕາມ​ເງື່ອນ​ໄຂ​ຕົວ​ຈິງ ​ໃນ​ການ​ເບີກ​ຈ່າຍ​ຜ່ານ​ບັດ ATM ​ເພື່ອ​ສ້າງ​ຄວາມ​ໂປ່​ງ​ໃສ; ​ເອົາ​ໃຈ​ໃສ່​ການ​ກວດກາ​ ຫຼັງ​ການ​ຈ່າຍ​ຢ່າງ​ເຄັ່ງ​ຄັດ ​ໂດຍ​ແຕ່ງ​ຕັ້ງ​ຄະນະ​ ລົງ​ກວດກາ​ຢູ່​ບັນ​ດາ​ແຂ​ວງ ​ແລະ ​ເມືອງ ​ເພື່ອ​ເຮັດ​ໃຫ້ການ​ນຳ​ໃຊ້​ ງົບປະມານຖື​ກ​ເປົ້າ​ໝາຍ ​ແລະ ມີ​ປະສິດທິ​ຜົນ​ສູງ; ປະສານ​ສົບ​ທົບ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃນ​ການ​ແຕ່ງ​ຕັ້ງ​ຄະນະ ລົງ​ກວດກາ​ນບັນດາ ​ໂຄງການ​ລົງທຶນ​ຂອງ​ລັດ ທີ່​ມີ​ມູນ​ຄ່າ 50 ຕື້​ກີບ​ຂຶ້ນ​ໄປ ​ເພື່ອ​ກວດກາ​ຄືນ ​ການ​ຄິດ​ໄລ່​ມູນ​ຄ່າ​ໂຄງການ ​ໃຫ້​ສອດຄ່ອງ​ກັບ​ລາ​ຄາ​ຕົວ​ຈິງ, ພ້ອມ​ນັ້ນ ຖ້າ​ເຫັນ​ວ່າ​ໂຄງການ​ ບໍ່​ມີ​ຄວາມ​ຄືບ​ໜ້າ ຫຼື ບໍ່​ມີ​ປະສິດທິ​ຜົນ ກໍ​ສະ​ເໜີ​ໂຈະ​ໂຄງການ​ດັ່ງກ່າວ ​ເພື່ອ​ຫຼຸດຜ່ອນ​ລາຍ​ຈ່າ​ຍໜີ້​ສິນ​ ຂອງ​ລັດຖະບານ; ​ປະສານ​ສົບ​ທົບ​ກັບ​ ກະຊວງ​ພາຍ​ໃນ ​ເພື່ອ​ຕັ້ງໜ້າ​ປະຕິບັດ​ຄຳ​ສັ່ງ​ ຂອງ​ນາຍົກລັດຖະມົນຕີ ສະ ບັບເລກທີ 55/ນຍ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ ການ​ເບີກ​ຈ່າຍ​ເງິນ​ເດືອນ, ​ເງິ​ນອຸດ​ໜູນ ​ແລະ ​ເງິນ​ນະ​ໂຍບາຍ ​ໂດຍ​ສະ​ເພາະ​ ການ​ເບີກ​ຈ່າຍ​ຕົວ​ຈິງ​ຢູ່​ຂັ້ນ​ເມືອງ ​ແລະ ຢູ່​ຂະ​ແໜງ​ການ ​ທີ່​ມີ​ຈຳນວນ​ພົນ​ຫຼາຍ​ເຊັ່ນ: ສຶກສາ, ສາທາ ​ແລະ ອື່ນໆ ​ເພື່ອ​ຕັດ​ຮອນ​ ຂັ້ນ​ຕອນ ການຈັດ​ຕັ້ງປະຕິບັດ ​ໃຫ້​ກະທັດ​ຮັດ ​ແລະ ວ່ອງ​ໄວ​ກວ່າ​ເກົ່າ; ພ້ອມ​ທັງ​ກວດກາ​ຄືນ​ ບາງ​ຮ່ວງ​ລາຍ​ຈ່າຍ​ ທີ່​ຂຶ້ນ​ແຜນ ​ບໍ່​ສອດຄ່ອງ​ກັບ​ຄວາມ​ເປັນ​ຈິງ ​ເປັນຕົ້ນ​ແມ່ນ ລາຍ​ຈ່າຍ​ເງິນ​ເດືອນ ​ແລະ ​ເງິນ​ນະ​ໂຍບາຍ ທີ່​ເຫັນ​ວ່າການ​ສະ​ເໜີ​ແຜນ​ ເກີນ​ຄວາມ​ຕ້ອງການ​ຈ່າຍ​ຕົວ​ຈິງ, ລາຍ​ຈ່າຍ​ບໍລິຫານ ​ແລະ ລາຍ​ຈ່າຍ​ດັດສົມ ທີ່​ຂຶ້ນ​ແຜນ​ ມີ​ລັກສະນະ​ຊ້ຳ​ຊ້ອນ​ກັນ ​ເພື່ອ​ຫລຸດຜ່ອນ​ການ​ ຂາດ​ດຸນ​ງົບປະມານ ​ແລະ ​ແຕ່ງ​ຕັ້ງ​ຄະນະ​ປະສານ​ງານ​ກັບ​ ທະນາຄານ ​ແຫ່ງ ສປປ ລາວ ຢ່າງ​ເປັນ​ປົກກະຕິ ​ເພື່ອ​ຄົ້ນຄວ້າ​ກົນ​ໄກ ​ແລະ ມາດ​ຕະການ​ລະດົມ ​ແຫ​ລ່ງດຸ່ນດ່ຽງ​ງົບປະມານ ​ໃຫ້​ໄດ້​ຕາມ​ແຜນ.

ທີ່ມາ: ຂປລ/ຂ່າວ: ສົມ​ຫວັງ 
-----------------


Powered by Blogger.