Header Ads

ລັດຖະບານອານຸມັດທຶນ 3,3 ຕື້ກີບ ສຳລັບ 6 ພັນໂຄງການໃນປີນີ້



ໃນສົກໄຕມາດທຳອິດປີ 2017 ນີ້ລັດຖະບານໄດ້ຈັດສັນງົບປະມານແລ້ວ 3,3 ພັນຕື້ກີບເພື່ອຈັດຕັ້ງປະຕິບັດ 6 ພັນກວ່າໂຄງການໃນຂອບເຂດປະເທດ ໃນນັ້ນມີບ້ວງທົດແທນການເລື່ອນຈາກປີຜ່ານມາ 500 ຕື້ກີບ ສ່ວນ 2,8 ພັນຕື້ກີບແມ່ນບ້ວງຈັດສັນໃສ່ໃໝ່ ແນວໃດກໍດີ ເພື່ອເປັນການຫຼຸດຜ່ອນການໃຊ້ຈ່າຍໃຫ້ໜ້ອຍລົງຕື່ມນາຍົກໄດ້ອອກຄຳສັ່ງ 09/ນຍ ນັບເປັນການໃຫ້ປະຢັດ ຢ່າງສຸດຂີດ ສິ່ງໃດບໍ່ຈຳເປັນແມ່ນບໍ່ໃຫ້ມີການໃຊ້ຈ່າຍ.

ຕາມຂໍ້ມູນການເປີດເຜີຍຈາກລັດຖະບານໃຫ້ຮູ້ວ່າ: ໃນໄລຍະ 3 ເດືອນຕົ້ນປີ 2017 ລັດຖະບານໄດ້ສຳເລັດການແຈ້ງ ປະຕິບັດໂຄງການໃຫ້ທຸກຂະແໜງການ ແລະທ້ອງຖິ່ນ ທີ່ສະພາອະນຸມັດຈຳນວນ 6.465 ໂຄງການ ໃນມູນຄ່າ 3.300 ຕື້ກີບ ໃນນີ້ ປະກອບມີບ້ວງ 500 ຕື້ກີບ ທີ່ທົດແທນການເລື່ອນຂອງປີຜ່ານມາ, ສ່ວນເຫຼືອຈຳນວນ 2.800 ຕື້ກີບ ໄດ້ຈັດສັນໃສ່ຄື ສົມທົບທຶນໂຄງການຊ່ວຍເຫຼືອຈາກຕ່າງປະເທດ 322 ໂຄງການ ມູນຄ່າ 70,04 ຕື້ກີບ ກວມ 2,5%, ໂຄງການສືບຕໍ່ 3.098 ໂຄງການມູນຄ່າ 1.682 ຕື້ກີບ ກວມ 60,1%, ໂຄງການ ໃໝ່ 1.481 ໂຄງການ ມູນຄ່າ 457,93 ຕື້ກີບ ກວມ 16,3% ແລະແບ່ງຊຳລະໜີ້ສິນ 1.564 ໂຄງການ ມູນຄ່າ 589,88 ຕື້ກີບ ກວມເອົາ 21,1% ໂດຍລວມແລ້ວແຜນການລົງທຶນຂອງລັດທັງໝົດໃນປີ 2017 ມີມູນຄ່າ 5.463 ຕື້ກີບ.
ເພື່ອເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດນະໂຍບາຍປະຢັດແຫ່ງຊາດ, ການນຳໃຊ້ງົບປະມານແຫ່ງ ລັດເຂົ້າສູ່ການພັດທະນາເສດຖະກິດ-ສັງຄົມ ໃຫ້ເກີດປະໂຫຍດສູງສຸດ, ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນຢ່າງແທ້ຈິງ ແລະຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດຍືນຍົງ ແລະສີຂຽວ ແລະເປັນແບບຢ່າງອັນດີໃຫ້ແກ່ສັງຄົມ, ນາຍົກລັດຖະມົນຕີ ຈຶ່ງໄດ້ອອກຄຳສັ່ງວ່າດ້ວຍການປະຢັດລາຍຈ່າຍງົບປະມານ ຂອງລັດ ສະບັບເລກທີ 09/ນຍ ລົງວັນທີ 19 ພຶດສະພາ 2017 ເຊັນໂດຍທ່ານ ທອງລຸນ ສີສຸລິດ.




ສະເພາະເນື້ອໃນຂໍ້ 2.3 ເວົ້າເລື່ອງ ການລົງທຶນຂອງລັດນາຍົກສັ່ງໃຫ້ກວດຄືນທຸກໆໂຄງການລົງທຶນຂອງລັດໃນຄວາມຮັບຜິດຊອບຂອງຕົນ, ດັດສົມໜ້າວຽກຕ່າງໆຂອງໂຄງການລົງທຶນ ຂອງຂະແໜງການຂັ້ນສູນກາງ, ແຂວງ ແລະນະຄອນຫຼວງ ເພື່ອເຮັດໃຫ້ມູນຄ່າລວມການລົງທຶນເໝາະສົມກັບແຜນງົບປະມານລົງທຶນທີ່ຄາດຄະເນຈະໄດ້ຮັບ ໃນ 2-3 ປີຕໍ່ໜ້າ, ແຕ່ງຕັ້ງຄະນະເພື່ອ ກວດກາຄືນມູນຄ່າໂຄງການຂະໜາດກາງ ແລະໃຫຍ່ໃຫ້ຖືກຕາມມູນຄ່າຕົວຈິງ ເປັນຕົ້ນ ມູນຄ່າໂຄງການນອກແຜນທີ່ຍັງ ຄ້າງຊຳລະໃນປະຈຸບັນ, ຢຸດຕິໂຄງການນອກແຜນຢ່າງຂາດຕົວ, ຢຸດຕິໂຄງການທີ່ບໍ່ມີການປະເມີນຜົນຕາມກົດໝາຍກຳນົດ ແລະໂຄງການທີ່ມີປະສິດທິຜົນຕໍ່າ.

ທີ່ມາ: Support Prime Minister Thongloun Sisoulith
-----------------


Powered by Blogger.