Header Ads

ລັດຖະບານລາວຮ່ວມກັບຈີນ ຈະສ້າງໂຮງໝໍມະໂຫສົດແຫ່ງໃໝ່ທົດແທນຫລັງເກົ່າທີ່ມີອາຍຸ 100 ກວ່າປີ



ລັດຖະບານລາວຕັດສິນໃຈຈະກໍ່ສ້າງໂຮງໝໍມະໂຫສົດແຫ່ງໃໝ່ທົດແທນຫລັງເກົ່າ, ຄາດວ່າຈະເລີ່ມລົງມືກໍ່ສ້າງພາຍໃນປີນີ້ ແລະ ຈະສໍາເລັດປີ 2022 ຂະນະທີ່ໂຄງການດັ່ງກ່າວແມ່ນການຮ່ວມມືລະຫວ່າງ ສປປ ລາວ ແລະ ຈີນ.

ແຫລ່ງຂ່າວຈາກໂຮງໝໍມະໂຫສົດໄດ້ເປີດເຜີຍອາທິດນີ້ວ່າ: ປັດຈຸບັນນີ້ສະຖາປານິກ ແລະ ຊ່ຽວຊານຈາກ ສປ ຈີນພວມເກັບກໍາຂໍ້ມູນພື້ນຖານ ແລະ ຂໍ້ມູນເພື່ອເປັນພື້ນຖານໃນການອອກແບບສໍາລັບການກໍ່ສ້າງອາຄານໂຮງໝໍແຫ່ງໃຫມ່ໂດຍມີຈຸດປະສົງທົດແທນຫລັງເກົ່າທີ່ມີລັກຊຸມໂຊມ.
ຄວາມພະຍາຍາມໃນການກໍ່ສ້າງໂຮງໝໍແຫ່ງດັ່ງກ່າວພາຍໃຕ້ການຊ່ວຍເຫລືອຂອງລັດຖະບານ ສປ ຈີນ ເຊິ່ງໂຮງຫມໍໃຫມ່ຈະປະກອບດ້ວຍ600 ຫ້ອງນອນ ແທນທີ່ອາຄານເກົ່າທີ່ມີພຽງ 450 ຕຽງກັບອາຍຸການສ້າງກ່ວາ 100 ປີ, ການກໍ່ສ້າງໂຮງຫມໍໃຫມ່ຈະມີຄວາມສູງ 15 ແມັດ 5 ຊັ້ນ ພ້ອມນີ້ລັດຖະບານຈີນຍັງຈະປະກອບສ່ວນອຸປະກອນທາງການແພດທີ່ທັນສະໄຫມໃຫມ່ທີ່ສຸດຄົບຊຸດ.


ທີ່ມາ: ຂປລ
© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.