Header Ads

ສະຫຼຸບຄະດີຂ້າປາດຄໍ ເພື່ອປິດປາກຫຼັງຂົ່ມຂືນ



ຄະດີຂ້າປາດຄໍສາວ 14 ທີ່ເມືອງເຟືອງກາຍເປັນຂ່າວທີ່ສັງຄົມໃຫ້ການຕິດຕາມເປັນຈຳນວນຫຼາຍຍ້ອນເຫດການຮຸນແຮງຜິດມະນຸດ, ຊຶ່ງຜ່ານການສືບສວນຫຼາຍຫຼົບຫຼາຍຕ່າວຂອງເຂົ້າໜ້າທີ່ ຄາດຕະກອນຍອມຮັບສາລະພາບທີ່ຕ້ອງຂ້າເພາະປິດປາກຜູ້ຕາຍບໍ່ໃຫ້ບອກພໍ່ແມ່.

ຄະດີຂົ່ມຂືນທຳສຳເລົາເດັກແລ້ວຂ້າປິດປາກເຊິ່ງເກີດຂຶ້ນໃນຄໍ່າຄືນຂອງວັນທີ 5 ຫາ 6 ພືດສະພາ 2017 ຜ່ານມານີ້ຕົກມາຮອດວັນທີ 7 ພຶດສະພາເຈົ້າໜ້າທີ່ຈຶ່ງສາມາດຈັບຕົວເປົ້າໝາຍຜູ້ກໍ່ເຫດຄາດຕະກຳໃນຄັ້ງນີ້ໄດ້ຊື່ທ້າວ ເສັງທໍ່ ອາຍຸ 40 ປີ ອາຊີບເຮັດສວນ ຢູ່ບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນມາສອບປາກຄຳ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຮັບສາລະພາບວ່າໄດ້ລົງມືຂົ່ມຂືນທຳສຳເລົາເດັກແລ້ວຂ້າປິດປາກເພື່ອລົບລີກຄວາມຜິດແທ້ ໃນເບື້ອງຕົ້ນວັນທີ 5 ພຶດສະພາ 2017 ທ້າວ ເສັງທໍ່ ພ້ອມ ເມຍ ແລະລູກໜຶ່ງຄົນໄປອານາໄມສວນ ແລ້ວກັບມາຮອດເຮືອນເວລາປະມານ 17-18 ໂມງແລງ ຫຼັງຈາກນັ້ນ ເວລາ 20 ໂມງຜູ້ກ່ຽວໄດ້ອາບນໍ້າ ແລະກິນເຂົ້າແລງແລ້ວກໍ່ຈັບເອົາມີດເນັບໃສ່ແອວແລ້ວຂີ່ລົດຈັກໄປຈອດຢູ່ເຮືອນຂອງນາງ ປານາຢ່າງ ເຊິ່ງເປັນຫຼານສາວຂອງຜູ້ກ່ຽວ ພ້ອມທັງເອີ້ນຖາມນາງປານາຢ່າງວ່າ: ນອນແລ້ວບໍ ຈາກນັ້ນຜູ້ກ່ຽວກໍ່ຂີ່ລົດອອກໄປ ຈຸດປະສົງແມ່ນໄປຊອກລົມສາວ ຮອດເວລາ 23:30 ທ້າວເສັງທໍ່ ກໍ່ຂີ່ລົດກັບມາຈອດຢູ່ຕໍ່ໜ້າເຮືອນນາງ ປານາຢ່າງໄຂປະຕູເຮືອນເຂົ້າໄປຈອບເບິ່ງເຫັນຫຼານນອນຢູ່ຈຶ່ງເກີດມີແນວຄິດຢາກຮ່ວມເພດກັບຫຼານ ຜູ້ກ່ຽວຈຶ່ງໄປມອດດອກໄຟແລ້ວລົງມືຂົ່ມຂືນໂດຍໃຊ້ມີດຈີ້ຄໍ ບໍ່ໃຫ້ເວົ້າສຽງດັງ ຖ້າບໍ່ໃຫ້ຈະປາດຖີ້ມ.


ເມື່ອຂົ່ມຂືນທຳສຳເລົາຫຼານສາວຂອງຕົນເອງສຳເລັດແລ້ວຍ່າງອອກມານາງປານາຢ່າງ ໄດ້ແລ່ນນຳຫຼັງດຶງເສື້ອທ້າວ ເສັງທໍ່ ໄວ້ ແລ້ວເວົ້າວ່າ: ຢ່າຟ້າວໄປມາລົມກັນກ່ອນຂ້ອຍບໍ່ພໍໃຈ ຂ້ອຍຊິບອກພໍ່ ແລະແມ່ ທ້າວເສັງທໍ່ ໄດ້ປິ່ນໜ້າກັບຄືນມາຫາ ນາງປານາຢ່າງ ແລ້ວໃຊ້ມືຈັບບ່າໄຫຼ່ເບື້ອງຊ້າຍ ນາງ ປານາຢ່າງ  ແລ້ວເອົາກຳປັ້ນຕີໃສ່ກົກຂາທັງສອງເບື້ອງ 2 ບາດ, ຕີປາກ 1 ບາດ ແລະກໍ່ເວົ້າວ່າ: ບໍ່ໃຫ້ບອກພໍ່ແມ່ ແຕ່ນາງ ປານາຢ່າງ ກໍ່ຢືນຢັນວ່າ ເຮັດແນວໃດກະຊິບອກພໍ່ແມ່ ໃນເວລານັ້ນໄດ້ເຮັດໃຫ້ ທ້າວ ເສັງທໍ່ ໃຈຮ້າຍ, ໃຈໂມໂຫຂື້ນທັນທີ ຈຶ່ງທອດເອົາມີດທີ່ເນັບຢູ່ແອວຜູ້ກ່ຽວ ປາດຄໍ ນາງ ປານາຢ່າງ ມີເລືອດໄຫຼອອກຢ່າງຫຼວງຫຼາຍ ຈົນເສຍຊີວິດຄາທີ່ ແລ້ວຈຶ່ງວາງລົງພື້ນເຮືອນ ຫຼັງຈາກນັ້ນຜູ້ກ່ຽວກໍ່ຈັບເອົາເກີບຍ່າງອອກມາຫາລົດຈັກຂັບເມືອເຮືອນ ເມື່ອຮອດເຮືອນແລ້ວ ຜູ້ກ່ຽວກໍ່ໄດ້ແກ້ເສື້ອ, ໂສ້ງອອກ ແລ້ວເອົາໄປເຊຶ່ອງໄວ້ແຄມນໍ້າສ້າງຈຶ່ງເຂົ້າໄປນອນຕາມປົກກະຕິ.

ຕົກມາຮອດຕອນເຊົ້າຂອງວັນທີ 6 ພຶດສະພາ 2017 ເວລາ 6 ໂມງ 20 ນາທີ ນ້ອງຊາຍຜູ້ເສຍຊີວິດໄດ້ໄປບອກທ້າວ ນາຢ່າງ ນ້ອງຊາຍຂອງພໍ່ຜູ້ເສຍຊີວິດວ່າ ນາງ ປານາຢ່າງຜູ້ເປັນເອື້ອຍນອນເສຍຊີວິດຢູພື້ນເຮືອນ ຈາກນັ້ນທ້າວ ນາຢ່າງ ຈຶ່ງໄປບອກທ້າວ ເສັງທໍ່ ຜູ້ກໍ່ເຫດເຊິ່ງເປັນອ້າຍຂອງແມ່ຜູ້ເສຍຊີວິດວ່າຫຼານສາວຕາຍແລ້ວ ຜູ້ກ່ຽວຈຶ່ງໄປແຈ້ງ ປກສ ກຸ່ມ ແລະການຈັດຕັ້ງບ້ານຜາສັງ ໄປຊັນນະສູດສົບຜູ້ກ່ຽວກໍ່ເຮັດໜ້າທີ່ປ້ອງກັນເວນຍາມຢູ່ສະຖານທີ່ເກີດເຫດ ເພື່ອບໍ່ໃຫ້ຄົນສົງໃສ  ເມື່ອຊັນນະສູດແລ້ວມາຮອດວັນທີ 7 ພຶດສະພາ 2017 ເຈົ້າໜ້າທີ່ຈຶ່ງກັກຕົວທ້າວ ເສັງທໍ່ ມາສອບປາກຄຳ ໃຊ້ເວລາຫຼາຍວັນຜູ້ກ່ຽວຈຶ່ງຍອມຮັບສາລະພາບວ່າໄດ້ລົງມືຂົ່ມຂືນ ແລະຄາດຕະກຳຫຼານສາວແທ້ ເພື່ອລົບຫຼີກຄວາມຜິດ.



 ເຈົ້າໜ້າທີ່ຄະດີອາຍາແຂວງວຽງຈັນກ່າວວ່າ: ສາຍເຫດຂອງການຄາດຕະກໍາຄັ້ງນີ້ແມ່ນຍ້ອນຄວາມໂມໂຫຂອງຜູ້ກ່ຽວ, ເຮັດແລ້ວຈຶ່ງຄິດ ກ່ອນກໍ່ເຫດຄາດຕະກຳໃນເບື້ອງຕົ້ນພໍ່ແມ່ຂອງນາງ ປານາຢ່າງ ໄດ້ໄປເຮັດສວນຢູ່ເມືອງທຸລະຄົມ ແລ້ວໄດ້ຝາກນາງປານາຢ່າງ ກັບນ້ອງຊາຍຂອງນາງປານາຢ່າງ 1 ຄົນ ອາຍຸ 7 ປີ ເຊິ່ງໄດ້ຝາກໄວ້ນຳທ້າວ ເສັງທໍ່ ຜູ້ເປັນອ້າຍເປັນລຸງເບິ່ງແຍງເພາະວ່າເປັນຜູ້ທີ່ໄວ້ເນື້ອເຊື່ອໃຈ ແຕ່ລະມື້ແມ່ນໃຫ້ທຽວໄປເບິ່ງ ແລະບາງມື້ຜູ້ກ່ຽວກໍ່ໄດ້ເອົາຂອງກິນໄປໃຫ້ຈິ່ງບໍ່ມີໃຜຄາດຄິດວ່າຈະລົງມືຂົ່ມຂືນຈົນເຖິງຂັ້ນຕ້ອງຂ້າຖີ້ມດັ່ງທີ່ເກີດຂຶ້ນ.

 ເຊິ່ງການກະທຳດັ່ງກ່າວແມ່ນຜິດຕໍ່ກກົດໝາຍອາຍາໃນມາດຕາ 128 ແລະ 88 ແຫ່ງສາທາລະນະລັດປະຊາທິປະໄຕປະຊາ ຊົນລາວ ປະຈຸບັນເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງວຽງຈັນ ກຳລັງສະຫຼຸບສັງລວມຂໍ້ມູນຫຼັກຖານສົ່ງໄອຍະການສັ່ງຟ້ອງສານຕັດສິນຕໍ່ຜູ້ກ່ຽວຢ່າງສະສົມ.

ທີ່ມາ: laosupdate 
© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.