Header Ads

ແນວຄິດການເລິ່ມເຮັດທຸລະກິດຂອງ ສະຕິບ ຈ໋ອບ


ເຊື່ອວ່າຫຼາຍຄົນເປັນສາວົກ  ຫຼື ແຟນພັນແທ້ຜະລິດຕະພັນພາຍໃຕ້ແນວຄິດຂອງຜູ້ຊາຍຊື່ ສະຕິບ ຈ໋ອບ ບໍ່ຢ່າງໃດກໍຢ່າງໜຶ່ງແນ່ນອນ ເຊັ່ນ : iPhone, iPad, Macbook ແລະ iMac  ເຊິ່ງຜູ້ຊາຍຄົນທີ່ຢູ່ເບື້ອງຫຼັງຜະລິດແອັບເປິນຜູ້ພິກໂລກວົງການຟັງເພງມາແລ້ວດ້ວຍການເປີດໂຕ iPod ຜະລິດພັນທີ່ປ່ຽນຮູບແບບການຟັງເພງຂອງໂລກໄປຕະຫຼອດການ ພ້ອມກັບການເຊື່ອມໂລກດົນຕີຜ່ານ iTune  ແຕ່ນັ້ນເປັນພຽງນໍ້າຈີ້ມ ເມື່ອ iPhone ເປິດຍິ່ງຕອກຢໍ້າຄວາມເປັນເລີດຂອງຜູ້ຊາຍຄົນນີ້ດ້ວຍຜົນສໍາເລັດ ແລະ ການຕອບຮັບຢ່າງມະສານ ຈົນເຮັດໃຫ້ຮຸ້ນຂອງ Apple Inc ທະຍານຂື້ນຕໍ່ເນື່ອງ ແລະ ເຮັດໃຫ້ບໍລິສັດ ແອັບເປິນກາຍເປັນບໍລິສັດທີ່ມີມູນຄ່າແບຣນສູງທີ່ສຸດໃນໂລກ.

ເລື່ອງລາວຂອງ ສະຕິບ ຈ໋ອບ ແລະ ບໍລິສັດແອັບເປີນ ຈາກອູ່ສ້ອມລົດກາຍເປັນບໍລິສັດຫຼາຍແສນລ້ານໂດລາພາຍໃນເວລາບໍ່ເທົ່າໃດປີ.  ສະຕິບ ຈ໋ອບ ປະສົບຄວາມສຳເລັດສູງສຸດ ແລະ ຕົກຕໍ່າທີ່ສຸດເມື່ອຖືກໄລ່ອອກຈາກບໍລິສັດທີ່ຕົນເອງສ້າງມັນມາກັບມື ມັນເປັນສະເໜືອການຕາຍແລ້ວເກີດໃໝ່ເມື່ອບໍລິສັດໄປບໍ່ລອດ ໂດຍສຸດທ້າຍແລ້ວເຂົາກໍກັບມາພິກຟື້ນສະຖານະການບໍລິສັດແອັບເປີນ ທີ່ກຳລັງຕົກຕໍ່າໃນຂະນະນັ້ນໃຫ້ກັບມາຍິ່ງໃຫຍ່ອີກຄັ້ງ.


ຄໍາຖາມ :  ເສະຕິບ ຈ໋ອບ ຂົາມີຫຼັກຄິດ, ວິທີເຮັດວຽກ , ປັດສະຍາການດໍາເນິນຊີວິດແນວໃດ  ແລະ  ປັດໃຈອັນໃດທີ່ເຮັດໃຫ້ເຂົາມີພະລັງໃນການສູ້ກັບບັນຫາຈົນກາຍເປັນບຸກຄົນທີ່ໂລກຕ້ອງຈົດຈໍາ ເຊິ່ງວິດີໂອນີ້ອາດແມ່ນບາງສ່ວນທີ່ເປັນໜຶ່ງໃນຫຼາຍປັດໃຈທີ່ເຮັດໃຫ້ຜູ້ຊາຍຄົນນີ້ປະສົບຄວາມສໍາເລັດ. 


ທີ່ມາUni Common Knowledge
© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.