ຍີ່ປຸ່ນປ່ອຍດາວທຽມ Michibiki ລະບົບ GPS ດວງທີ 2 ຂຶ້ນສູ່ວົງໂຄຈອນ
ໃນວັນທີ 1 ມິຖຸນາ 2017 ນີ້ ສຳນັກຂ່າວ RT ແລະ ສະຖາໂທລະພາບ HNTV ລາຍງານວ່າ: ຍີ່ປຸ່ນສົ່ງຈະຫຼວດ H-2A (H-IIA) ບັນທຸກດາວທຽມ Michibiki ດວງທີ 2 ຂຶ້ນສູ່ງວົງໂຄຈອນຕາມແຜນພັດທະນາເຄື່ອຂ່າຍດາວທຽມ 4 ດວງ ສຳລັບລະບົບລະບຸຕຳແໜ່ງໃນໂລກ ຫຼື GPS ຂອງຕົນເອງ ທີ່ ສູນປ່ອຍຈະຫຼວດທາເນກະຊິມະ ເຊິ່ງຕັ້ງຢູ່ທາງພາກໃຕ້ຂອງປະທເດຍີ່ປຸ່ນ. ໃນລາຍງານລະບຸວ່າການສົ່ງຈະຫຼວດແມ່ນມີຂື້ນໃນເວລາ 09:17 ນາທີຕາມເວລາທ້ອງຖິ່ນ (local time) ເຊິ່ງຖືເປັນດາວທຽມດວງທີ 2 ພາຍຫຼັງທີ່ໄດ້ສົ່ງດວງທຳອິດສົ່ງຂຶ້ນໄປແລ້ວເມື່ອປີ 2010 ຈາກທັງໝົດ 4 ດວງ.
ຄລີບ -2 ຈາກສໍານັກຂ່າວ RT
ທີ່ມາ: HNTV & RT
© ໂຕະນໍ້າຊາ | tonamcha.com
-----------------
Post a Comment