5 ຄໍາສອນທີ່ຄົນຈີນສອນລູກຫຼານໃຫ້ຊີວິດຈະເລີນກ້າວໜ້າ
ເຊື່ອວ່າຫຼາຍຄົນຄົງເຄີຍໄດ້ຍິນເລື່ອງລາວຄໍາສອນຂອງຄົນຈີນທີ່ສົ່ງຕໍ່ກັນມາຫຼາຍລຸ້ນຄົນໃນການບົ່ມສອນລູກຫຼານຕັ້ງຫຼາຍ 1000 ປີ ຄໍາສອນເຫຼົ່ານັ້ນນໍາພາຊີວິດທີ່ດີ ແລະ ຖານະທີ່ໝັ້ນຄົງໃນສັງຄົມໃຫ້ກັບຄົນຈີນໄດ້ຢ່າງມະຫັດສະຈັນ ເຊິ່ງໜຶ່ງໃນຄໍາສອນເຫຼົ່ານັ້ນປະກອບດ້ວຍ:
1. ຍາກ : ຫ້າມໃຊ້ຄໍານີ້ກັບລູກຫຼານເພາະມັນຈະກິດກັ້ນຄວາມສາມາດຂອງເດັກນ້ອຍ ແລະ ເຮັດໃຫ້ພວກເຂົາຈື່ວ່າທຸກສິ່ງໃນໂລກໃບນີ້ນັ້ນຍາກໄປໝົດ ແລະ ສຸດທ້າຍເຂົາກໍກາຍເປັນຄົນບໍ່ມີຄວາມພະຍາຍາມ;
2. ເປັນໄປບໍ່ໄດ້: ຄໍານີ້ຍິ່ງຕ້ອງໃຫ້ລູກຫຼານອອກຫ່າງເພາະມັນຈະຝັງໃນຈິດສຳນືກເຂົາຕະຫຼອດຊີວິດ ເວລາຈະເຮັດຫຍັງມັກຈະຄິດເຖິງບັນຫາກ່ອນ ແລະ ກໍບອກໂຕເອງວ່າເປັນໄປບໍ່ໄດ້ ກາຍເປັນຄໍາຕິດປາກ ແລະ ນະໄສໃນທີ່ສຸດ;
3. ເມື່ອຍ: ເປັນຄໍາທີ່ເຮັດໃຈພາວະຈິດຮູ້ສຶກເມື່ອຍ ພໍຈິດເມື່ອສະໝອງຈະສັ່ງໃຫ້ຮ່າງກາຍເມື່ອຍໄປນໍາ ລອງນຶກເຖິງເຫດການທີ່ເຮົານັ່ງຢູ່ກັບໝູ່ ແລ້ວໝູ່ເຮົາອຸທານອອກມາວ່າ ເມື່ອຍກັບເລື່ອງໃດໜຶ່ງ ເຮົາກໍຈະເກີດຄວາມຮູ້ສຶກເມື່ອຍຕາມຄໍາເວົ້າໝູ່ຄ້າຍກັບຖືກສະກົດຈິດ ແລະ ນີ້ແຫຼະຈິ່ງແມ່ນຄໍາບໍ່ຄວນສອນລູກຫຼານ;
4. ຂີ້ຄ້ານ : ຄໍານີ້ສາມາດເປັນພະຍາດຕິດຕໍ່ໄດ້ ເມື່ອເຮົາມີຄໍາວ່າຂີ້ຄ້ານຂື້ນມາໃນຫົວ ບັນດາສາລະພັດ "ຂີ້" ທີ່ເຮັດໃຫ້ຊີວິດເຮົາຕົກຕໍ່າກໍຈະເກີດຕາມມາ. ຄໍານີ້ບໍ່ຄວນແມ້ແຕ່ຈະເວົ້າຫຼິ້ນ ຫຼື ເວົ້າຕໍ່ໜ້າເດັກນ້ອຍເພາະຈະເຮັດໃຫ້ເຂົ້າຕິດຄໍານີ້ ແລະ ໃຊ້ຄໍານີ້ມາຕໍ່ລອງກັບເຮົາເມື່ອຍລບໍ່ຢາກເຮັດວຽກ ຫຼື ປະຕິບັດຕາມຄໍາສັ່ງເຮົາ;
5. ຢ້ານ: ເປັນຄໍາທີ່ມີຜົນຕໍ່ຈິດວິທະຍາຂອງເດັດນ້ອຍເມື່ອເຂົາຊືມຊັບເອົາຄໍາວ່າຢ້ານເຂົ້າຈິດໃຈ ເຂົາກໍບໍ່ກ້າສະແດງອອກ ແລະ ນໍາສະເໜີຄວາມຄິດໃໝ່ໆ ເມື່ອດົນໄປກໍກາຍເປັນຄວາມເຄີຍຊີນ ແລະ ກາຍເປັນນິໄສໄປໃນທີ່ສຸດ.
ສິ່ງທີ່ຄົນຈີນສອນລູກຫຼານເຂົາອີກວາລີໜຶ່ງແມ່ນ "ຂະຫຍັນ ຊື່ສັດ ອົດທົນ ແລະ ຮູ້ບຸນຄຸນຄົນ" ເຊິ່ງຄໍາສອນນີ້ເອງເຖິງເຮັດໃຫ້ຄົນຈີນສ້າງທຸລະກິດຈາກເສື່ອຜືນໜອນໜ່ວຍໃຫ້ຈະເລີ່ນຮຸ່ງເຮືອງໃນທຸກແຜນດີນທີ່ມີຄົນຈີນຢູ່ ແລະ ເປັນຕໍາລາສ້າງຄວາມມັ່ງຄັ້ງໃຫ້ກັບຄົນຈີນເລື່ອຍມາ.
ຮຽບຮຽງ : ໂຕະນໍ້າຊາ | tonamcha.com
-----------------
Post a Comment