Header Ads

ຖວທ ຕັ້ງເປົ້າຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 6 ລ້ານຄົນໃນປີ 2020




ທ່ານ ບໍ່ ແສງ ຄຳ ວົງ ດາລາ ລັດຖະມົນຕີ ກະຊວງ ຖວທ ໄດ້ ຊີ້ ແຈງ ຕໍ່ ກອງ ປະຊຸມ ສະໄໝ ສາມັນເທື່ອ ທີ 3 ຂອງ ສະພາ ແຫ່ງ ຊາດ ຊຸດ ທີ VIII ໃນ ອາທິດ ຜ່ານ ມາ ນີ້ ວ່າ: ໃນ ປີ 2020 ກະຊວງ ຖະແຫຼງ ຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວ ຕັ້ງ ເປົ້າ ໝາຍ ຈະ ດຶງ ດູດ ນັກ ທ່ອງ ທ່ຽວ ໃຫ້ ເຂົ້າ ມາ ທ່ອງ ທ່ຽວ ຢູ່ ສປປ ລາວ ຢ່າງ ຕ່ຳ 6 ລ້ານ ຄົນ ໂດຍ ຈະ ໄດ້ ມີ ການ ສືບຕໍ່ ພັດທະນາ ຂະແໜງ ທ່ອງ ທ່ຽວ ໃຫ້ ຫຼາຍ ຂຶ້ນ ເນັ້ນ ໃສ່ ການ ພັດທະ ນາ ແຫຼ່ງ ທ່ອງ ທ່ຽວ ແບບ ຍືນ ຍົງ ເຊັ່ນ: ທ່ອງ ທ່ຽວ ທາງ ທຳ ມະ ຊາດ ປະຫວັດສາດ ແລະ ວັດທະນະທຳ ເອົາໃຈໃສ່ ໂຄສະນາ ເຜີຍແຜ່ ບັນດາ ນິຕິ ກຳ ໃຫ້ ສັງຄົມ ຮັບ ຮູ້ ເຂົ້າໃຈ ຫຼາຍ ຂຶ້ນ ຊຸກຍູ້ ຂະ ບວນ ການ ວັດທະນະທຳ ສິລະ ປະ ພື້ນເມືອງ ໃນ ທົ່ວ ປະເທດ ຢ່າງ ຄຶກຄື້ນ.



ທ່ານ ບໍ່ ແສງ ຄຳ ວົງ ດາລາ ກ່າວ ຕື່ມ ອີ ກວ່າ: ໄລຍະ ເວລາ ຜ່ານ ມາ ນີ້ ລັດຖະບານ ໄດ້ ມີ ນະໂຍບາຍ ພັດທະ ນາ ແຫຼ່ງ ທ່ອງ ທ່ຽດ້ານ ຕ່າງໆ ເປັນຕົ້ນ ທາງ ດ້ານ ທຳ ມະ ຊາດ ປະຫວັດສາດ ແລະ ວັດທະນະທຳ ເຊິ່ງແຫຼ່ງ ທ່ອງ ທ່ຽວ ດັ່ງກ່າວ ໄດ້ ມີ ຕົວ ເລກ ເພີ່ມ ຂຶ້ນ ພື້ນຖານ ໂຄງ ລ່າງ ທີ່ ຮັບ ໃຊ້ ວຽກ ງານ ທ່ອງ ທ່ຽວ ກໍ່ ໄດ້ ຮັບ ການພັດທະນາ ເປັນ ຈຳນວນ ຫຼາຍ ທັງ ດ້ານ ປະລິມານ ແລະ ຄຸນະພາບ ເຊິ່ງ ປັດຈຸບັນ ພວກ ເຮົາ ມີ ໂຮງແຮມ ປະເພດ ຕ່າງໆ ປະມານ 540 ກວ່າ ແຫ່ງ ເຮືອນ ພັກ ທຸກ ປະເພດ ມີ ເກືອບ 2.000 ແຫ່ງ ຮ້ານ ບັນເທີງ ຫຼາຍ ກວ່າ 360 ກວ່າ ແຫ່ງ ຮ້ານ ອາຫານ 3.900 ກວ່າ ແຫ່ງ ໄປ ຄຽງ ຄູ່ ກັນ ນີ້ ອາຫານ ລາວ ກໍ່ ຍັງ ໄດ້ ຮັບ ຄວາມ ນິຍົມ ຊົມ ຊອບ ຈາກ ນັກ ທ່ອງ ທ່ຽວ ຫຼາຍ ຂຶ້ນ ພ້ອມ ນີ້ ລັດຖະບານ ກຳລັງ ສະເໜີ ພາກສ່ວນ ກ່ຽວຂ້ອງ ຂອງ ສາກົນ ຂຶ້ນ ທະບຽນ ມໍລະດົກ ໂລກ ທົ່ງ ໄຫ ຫີນ ນອກ ນີ້ ພວກ ເຮົາ ຍັງ ໄດ້ ສ້າງ ຂະ ບວນ ການ ສ້າງ ບ້ານ ວັດທະນະທຳ ຄອບຄົວ ວັດທະນະທຳ ສິລະ ປະ ພື້ນ ບ້ານ ໃຫ້ ຫຼາຍ ຂຶ້ນ ເພື່ອ ເປັນ ການ ດຶງ ດູດ ນັກ ທ່ອງ ທ່ຽວ ຈາກ ຕ່າງປະເທດ ໃຫ້ ນັບ ມື້ ນັບ ເພີ່ມ ຂຶ້ນ ໃນ ປີ 2016 ໄດ້ ມີ ນັກ ທ່ອງ ທ່ຽວ ເຂົ້າ ມາ ທ່ອງ ທ່ຽວ ຈຳນວນ 4,2 ລ້ານ ກວ່າ ຄົນ ສ້າງ ລາຍ ຮັບ ໃຫ້ ປະເທດ ເຮົາ ກວ່າ 700 ລ້ານ ໂດ ລາ ສະຫະລັດ ນອກຈາກ ນີ້ ເມືອງ ຫຼວງ ພະ ບາງ ຍັງ ໄດ້ ຮັບ ນາມມະຍົດ ເປັນ ເມືອງ ທີ່ ໜ້າ ທ່ອງ ທ່ຽວ ທີ່ ດີ ທີ່ ສຸດ ຫຼາຍ ປີ ຕິດຕໍ່ ກັນຈາກ ວາລະສານ ທີ່ ມີ ຊື່ ສຽງ ຂອງ ສາກົນ. 




ທີ່ມາ: ຂປລ 
_____________






Powered by Blogger.