6 ສະໝຸນໄພລາວສະມາດແກ້ເບົາຫວານ ແລະ ຄວາມດັນ
ເມື່ອຮ່າງເຮັດວຽກ ຫຼື ເກີດຄວາມບົດຜ່ອງຈາກຕັບອ່ອນເພຍ ເຮັດການຫຼັ່ງຂອງອິນຊູລິນຜິດປົກກະຕິ ເຊິ່ງອິນຊູລິນເຮັດໜ້າທີ່ນໍ້າຕານໄປສູ່ສ່ວນຕ່າງຂອງຮ່າງກາຍໂດຍສະເພາະກ້າມຊີ້ນເພື່ອສ້າງເປັຮພະລັງງານ ແລະ ເມື່ອອິນຊູລິນໃນຮ່າງກາຍບໍ່ພຽງພໍກໍຈະເຮັດໃຫ້ມີນໍ້າຕານໃນເລືອດສູງຂື້ນ.
ອາການແຊກຊ້ອນຂອງຄົນເປັນເບົາຫວານ:
ຄົນເປັນເບົາຫວານມັກມີພະຍາດແຊກຊ້ອນຕ່າງໆ ເຊັ່ນ : ຄວາມດັນ, ໂລກຫຼອດເລືອດໃນຫົວໃຈ, ຫຼອດເລືອດໃນສະໝອງ, ໄຕວາຍ,ອາການຊາ, ປາຍປະສາດເຊື່ອມ, ຕາຝາງມົວ ແລະ ເກິດຕໍ້ຫີນໃນແກ້ວຕາ ເຊິ່ງພະຍາດທີ່ມັກເກິດຄຽງຄູ່ກັບໂລກເບົາຫວານແມ່ນຄວາມດັນ ເຊິ່ງແພດໝໍຈະໃຊ້ຢາເພື່ອເພື່ອຄວບຄຸມ ແລະ ຮັກສາອາການໃຫ້ນໍ້າຕານໃນເລືອດຢູ່ໃນເກນປົກກະຕິ ແຕ່ກໍມີຜູ້ປ່ວຍຫຼາຍຄົນທີ່ສະແຫວງຫາວິທີປິ່ນປົວໂດຍໃຊ້ສະໝຸນໄພ ເຊິ່ງໜຶ່ງໃນສະໝຸນໄພທີ່ມີສານຫຼຸດເບົາຫວານກໍແມ່ນພຶດຜັກໃນບ້ານເຮົາ.
ນີ້ແມ່ນ 6 ສະໝຸນໄພທີ່ມີຄຸນປະໂຫຍດແກ້ເບົາຫວານ ແລະ ຄວາມດັນ:
1. ໝາກຫະ
ມີຄຸນປະໂຫຍດດພາະປະກອບມີວິຕາມິນເອ ແລະ ຊີສູງທີ່ເປັນສັບພະຄຸນສາມາດຫຼຸດນໍ້າຕານໃນເລືອດ ແລະ ຢຸດການເກິດຕໍ້ຫີນໃນແກ້ວຕາໄດ້.
2 . ໃບຢານາງ
ມີຄຸນປະໂຫຍດເປັນຢາເຢັນ ເມື່ອກີນເຂົ້າໄປຈະເຮັດໃຫ້ຮ່າງກາຍເຢັນລົງ ເຮັດໃຫ້ລະບົບໃນຮ່າງກາຍສາມາດຜະລິດອິນຊູລິນມາເຜົາຜານນໍ້າຕານໄດ້ເປັນປົກກະຕິ ຈິ່ງເປັນໜຶ່ງໃນສະໝຸນໄພແກ້ເບົາຫວານຂອງສະໜຸນໄພພື້ນເມືອງ.
3 ຜັກທຽມ
ມີຄຸນປະໂຫຍດຊ່ວຍຫຼຸດຄວາມດັນ ຄວນເລືອກກີນຜັກທຽມຫົວແກ່ ເຊິ່ງການກິນສົດຈະມິປະໂຫຍດຫຼາຍກວ່າການປຸງສຸກ.
4 ຫົວສີໄຄ
ເປັນອີກສະໝຸນໄພແກ້ເບົາຫວານ ແລະ ຄວາມດັນ ເຊິ່ງເປັນຢາພື້ນເມືອງບ້ານເຮົາທີ່ຮູ້ກັນດີ ເພາະນິຍົມນໍາມາປຸງອາຫານ ແລະ ໃນ ຫົວສີໄຄກໍມີສານທີ່ສາມາດຂັບປັດສະວະ, ຂັບລົມ ແລະ ຍັງສາມາດຫຼຸດຄວາມດັນໄດ້ນໍາອີກ.
5 ຜັກຕໍານິນ
ເປັນຜັກທີ່ຄຸນປະໂຫຍກຫຼາຍຢ່າງ ລວມທັງເປັນຢາສະໝຸນໄພພື້ນເມືອງເຮົາສາມາດຮັກສາເບົາຫວານໄດ້ ເຊິ່ງໃນຕໍາລາຢາພື້ນເມືອງຂອງຊາວອິນເດຍກໍລະບຸວ່າ ຜັກຕໍານິນ ແມ່ນຢາຮັກສາເບົາຫວານ.
6 ຜັກອີເລີດ
ເປັນຜັກພື້ນບ້ານຂອງລາວອີກຊະນິດໜຶ່ງທີ່ມີສັບພະຄຸນຮັກສາເບົາຫວານ ແລະ ແກ້ຄວາມດັນ ເຊິ່ງໃນໃບຜັກອີເລີດມີສານເຮັດໃຫ້ນໍ້າຕານຫຼຸດລົງໄດ້ດີ ແລະ ທັງມີສານອະນຸມູນອິດສະຫຼະ, ມີແຄລຊຽມ, ວິຕາມິນເອ ແລະ ວິຕາມິນຊີສູງ.
ໝາຍເຫດ : ເຖິງແມ່ນວ່າສະໝຸນໄພທັງ 6 ຊະນິດນີ້ຈະສາມາດແກ້ຄວາມດັນ ແລະ ເບົາຫວາໄດ້ໃນທາງສະໝຸນໄພຢາພື້ນເມືອງ ແຕ່ການຮັກສາພະຍາດກໍຄວນປຶກສາແພດໝໍ ຫຼຶ ຜູ້ຊ້ຽວຊານໃນການໃຫ້ຄໍາແນະນໍາ ແລະ ປິ່ນປົວຢ່າງຖືກວິທີ.
© ໂຕະນໍ້າຊາ | tonamcha.com
-----------------
Post a Comment