Header Ads

ການທ່ອງທ່ຽວເມືອງວັງວຽງ ມີທຶນໝູນວຽນຫລາຍກວ່າ 70 ຕື້ກກີບໃນປີ 2016


ເມືອງວັງວຽງ ເປັນສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ສວຍສົດງົດງາມຂອງ ແຂວງວຽງຈັນ ທັງມີຊື່ສຽງ ເປັນທີ່ຮູ້ຈັກກັນໄປທົ່ວໂລກ, ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວໃນແຕ່ລະປີ ເປັນຈຳນວນຫລວງຫລາຍ ໂດຍສະເພາະ ປີ 2016 ຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວ ເມືອງວັງວຽງ ທັງໝົດ183.245 ຄົນ, ໃນນີ້ ມີນັກທ່ອງທ່ຽວ ຈາກຕ່າງປະເທດ 141.643 ຄົນ, ສະເລ່ຍແລ້ວເປັນນັກທ່ອງທ່ຽວ ມາຈາກທະວີບອາຊີ ປະມານ 50%, ຈາກທະວີບເອີຣົບ 30% ແລະ ມາຈາກທະວີບຕ່າງໆ 20%.

ທ່ານ ບຸນມີ ພົມມະວົງສາ ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງວັງວຽງ ກ່າວວ່າ: ນັບແຕ່ປີ 2016 ຮອດປັດຈຸບັນ ສັງເກດເຫັນວ່າມີນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວເມືອງວັງວຽງ ສ່ວນຫລາຍມາແບບຄອບຄົວ, ແບບເປັນກຸ່ມ ໂດຍສະເພາະ ແມ່ນນັກທ່ອງທ່ຽວຈາກ ສ ເກົາຫລີ ເຊິ່ງໄດ້ລັ່ງໄຫລເຂົ້າມາຢ່າງຕໍ່ເນື່ອງ ເຮັດໃຫ້ການ ທ່ອງທ່ຽວ ເມືອງວັງວຽງ ມີບັນຍາກາດຟົດຄຶກ ຄື້ນມ່ວນຊື່ນຕະຫລອດປີ. ຈາກຄວາມນິຍົມຊົມຊອບດັ່ງກ່າວ, ໄດ້ເຮັດໃຫ້ເມືອງວັງວຽງມີທຶນໝູນວຽນ ໃນຂົງເຂດການທ່ອງທ່ຽວ ເຖິງ 73 ຕື້ກວ່າກີບໃນປີ 2016.



ທົ່ວເມືອງວັງວຽງ ມີສະຖານທີ່ທ່ອງທ່ຽວທຳມະຊາດ ທັງໝົດ 43 ແຫ່ງ, ໃນນີ້ ມີຖ້ຳ 34 ແຫ່ງ, ນ້ຳຕົກຕາດ 2 ແຫ່ງ, ຜາຊົມວິວ 4 ແຫ່ງ ແລະ ອ່າງນ້ຳທຳມະຊາດ 3 ແຫ່ງ.ມີໜ່ວຍບໍລິການສະຖານທີ່ພັກແຮມ ທັງໝົດ 145 ຫົວໜ່ວຍ, ໃນນີ້ ມີໂຮງແຮມລະດັບມາດຕະຖານ 2 ດາວ 1 ແຫ່ງ, ໂຮງແຮມຂຽວມາດຕະຖານອາຊຽນ 1 ແຫ່ງ, ໂຮງແຮມທົ່ວໄປ 16 ແຫ່ງ, ຣີສອດ 10 ແຫ່ງ, ເຮືອນພັກ 116 ແຫ່ງ, ໂຮມສະເຕ 1 ແຫ່ງ 8 ຫລັງຄາເຮືອນ, ລວມມີຫ້ອງນອນທັງໝົດ 2.745 ຫ້ອງ ສາມາດຮອງຮັບແຂກ ແລະ ນັກທ່ອງທ່ຽວໄດ້ 5.745 ຄົນ/ວັນ. ນອກນີ້, ຍັງມີຫົວໜ່ວຍທຸລະກິດບໍລິການ ປະເພດອາຫານ, ເຄື່ອງດື່ມ, ບັນເທີງ, ອົບ-ນວດ ແລະ ຂາຍເຄື່ອງທີ່ລະນຶກ ຫລາຍກວ່າ 150 ຫົວໜ່ວຍ, ມີ 16 ບໍລິສັດທ່ອງທ່ຽວ, 21 ໜ່ວຍບໍລິການນຳທ່ຽວເຮືອກາຍັກ, 1 ກຸ່ມບໍລິການກົງເບັງ ແລະ 1 ກຸ່ມບໍລິການເຮືອຈັກຫາງຍາວ.

ຫົວໜ້າຫ້ອງການ ຖວທ ໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ ໄດ້ມີການປັບປຸງເພີ່ມບາງຂໍ້ກຳນົດ, ກົດລະບຽບ ແລະ ມາດຕະການ ຕໍ່ບັນດາຜູ້ປະກອບການທຸລະກິດ ບໍລິການທ່ອງທ່ຽວ ເພື່ອໃຫ້ມີຄວາມສະດວກ ໃນການຕິດຕາມກວດກາ ແລະ ຄຸ້ມຄອງ ເພື່ອຮັບປະກັນ ໃຫ້ມີຄວາມສະຫງົບປອດໄພ; ສິ່ງສຳຄັນໄດ້ເອົາໃຈໃສ່ ສຶກສາອົບຮົມບັນດາ ຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການຕ່າງໆ ກ່ຽວກັບການທ່ອງທ່ຽວ ໃຫ້ເຄື່ອນໄຫວຖືກຕ້ອງກັບ ລະບຽບກົດໝາຍ ເຮັດໃຫ້ການທ່ອງທ່ຽວ ເມືອງວັງວຽງ ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອບໍ່ໃຫ້ມີນັກທ່ອງທ່ຽວມົ້ວສຸມ ກັບສິ່ງເສບຕິດ ຫລື ທາດເບື່ອຕ່າງໆ ຄືເມື່ອກ່ອນ ຕະຫລອດ ຮອດການຈຳກັດພຶດຕິກຳການນຸ່ງຖື ທີ່ບໍ່ເໝາະສົມຂອງນັກທ່ອງທ່ຽວນຳອີກ.


ຂໍ້ມູນ : ຂປລ   | Photo: tommasodonelli
-----------------

Powered by Blogger.