Header Ads

8 ຄຸນສົມບັດເພື່ອກ້າວສູ່ຄວາມສຳເລັດທີ່ຍິ່ງໃຫຍ່



ມື້ນີ້ທີມງານ tonamcha.com ຂໍແນະນໍາ 8 ຄຸນສົມບັດເພື່ອກ້າວສູ່ຄວາມສຳເລັດທີ່ຍິ່ງໃຫຍ່ແບບສັງເຂັບເພື່ອຄວາມເຂົ້າໃຈງ່າຍ ແລະ ສາມາດນໍາໄປປະຕິບັດໃຊ້ໃນຊີວິດ ແລະ ເພື່ອໃຫ້ຜົນປະກອບການຊີວິດດີຂື້ນສໍາລັບຊີວິດປີ 2017 ນີ້.

ຄຸນສົມບັດ#1: ມີຄວາມຮອບຮູ້
ຄວາມຮອບຮູ້ບໍ່ໝາຍເຖິງຮູ້ທຸກເລື່ອງ ແຕ່ຫາກແມ່ນການຮູ້ໃນສິ່ງທີ່ຈໍາເປັນສຳລັບວຽກ ຫຼື ການໃຊ້ຊິວິດ ໂດຍສະເພາະເປົ້ນໝາຍຊີວິດທີ່ຕ້ອງຊັດເຈນກ່ອນອາຍຸ 25 ປີຍິ່ງດີ ແຕ່ຖ້າກາຍ 45 ປີເຂົ້າສູ່ໄຕມາດທີ່ສາມຂອງຊີວິດອາດຕ້ອງໃຊ້ຄວາມພະຍາຍາມຫຼາຍກວ່າເກົ່າ ເພາະຊີວິດການເຮັດວຽກມາຮອດເຄິ່ງທາງແລ້ວ. ຄວາມຮອບຮູ້ຍັງໝາຍເຖິງການໃຊ້ຄົນເປັນ ແລະ ຮູ້ວ່າຜູ້ໃດເກັ່ງຫຍັງເພື່ອນໍາມາເປັນທີມງານເຮົາ.​ ຕົວຢ່າງ: Henry  Ford ຜູ້ກໍຕັ້ງບໍລິສັດຟອດທີ່ຄັ້ງໜຶ່ງເຂົາເຄີຍຖືກຖາມເລື່ອງຄວາມສາມາດໃນການຜະລິດລົດ ແຕ່ Henry  Ford ກັບຕອບວ່າ ເຂົາບໍ່ຈໍາເປັນຕ້ອງຮູ້ໝົດທຸກເລື່ອງ ແຕ່ເຂົາຮູ້ວ່າຜູ້ໃດເກັ່ງຫຍັງ ແລະ ມີຄວາມສາມາດຫຍັງ ແລະ ໃຊ້ຄົນເຫຼົ່ານັ້ນໃຫ້ເປັນກໍພໍ;

ຄຸນສົມບັດ#2: ມັກສັງເກດ
ຄຸນສົມບັດໜຶ່ງຂອງຜູ້ນໍາທີ່ຍິ່ງໃຫຍ່ ຫຼື ຄົນທີ່ປະສົບຄວາມສໍາເລັດລະດັບໂລກແມ່ນການຮູ້ຈັກສັງເກດ ເພື່ອດູດເອົາແນວຄິດ,ຄວາມຮູ້ ແລະ ໂອກາດທີ່ແຝງຢູ່ໃນສະພາບແວດລ້ອມທົ່ວໄປ ແຕ່ຄົນສ່ວນໃຫຍ່ອາດບໍ່ສັງເກດ ຫຼື ເກັບກ່ຽວສິ່ງເຫຼົ່ານັ້ນມາຕໍ່ຍອດສູ່ທຸລະກິດ ຫຼື ປັບໃຊ້ກັບຊີວິດ ແຕ່ຜູ້ນໍາທີ່ຍິ່ງໃຫຍ່ເຂົາສັງເກດເຫັນ ແລະ ລົງມືເຮັດໃຫ້ມັນເກິດຜົນກາຍເປັນຄວາມສໍາເລັດໃນທີ່ສຸດ;


ຄຸນສົມບັດ#3: ມີທັກສະນະຄະຕິອັນດີຕໍ່ຄົນ ແລະ ສິ່ງອ້ອມຂ້າງ
ຂໍ້ນີ້ອາດບໍ່ພຽງແຕ່ຄວນມີ ແຕ່ຈໍາເປັນຕ້ອງໃຫ້ມີເພາະໃນສັງຄົມປັດຈະບັນມີເລື່ອງໃຫ້ຕ້ອງຄິດ, ຕ້ອງລໍາບາກໃຈ, ເສຍໃຈ ແລະ ທຸກໃຈຕັ້ງແຕ່ເລື່ອງເລັກນ້ອຍຈາກຄອບຄົວ, ບ່ອນເຮັດວຽກ, ເພື່ອນຮ່ວມງານ ແລະ ເພື່ອນສະມິດ ເຊິ່ງທັງໝົດນີ້ມັນຮຽກຮ້ອງໃຫ້ມີທັກສະນະຄະຕິອັນດີຕໍ່ຄົນ ແລະ ສິ່ງອ້ອມຂ້າງ ຫຼື ເວົ້າອີກຢ່າງໜຶ່ງວ່າການເບິ່ງໂລກໃນແງ່ດີ ແຕ່ບໍ່ໝາຍເຖິງການເປັນ “ຄົນໂລກສວຍ”. ຄຸນສົມບັດນີຈະເຮັດໃຫ້ເຮົາມີບໍລະວານ ແລະ ມິດຫຼາຍກວ່າສັດຕູ ເຊິ່ງແນ່ນອນແລະ ຖ້າເປັນແບບນີ້ຄົນທີ່ສະໜັບສໜູນເຮົາກໍຈະຫຼາຍຕາມໄປນໍາ.

ຄຸນສົມບັດ#4: ມີວິໄນ
ຄວາມໝາຍຂອງຄໍາວ່າວິໄນ ໝາຍເຖິງການຮັກສາເວລາ ແລະ ການກຳນົດທຸກກິດຈະກໍາຂອງລະມື້ໃຫ້ສໍາເລັດໄປຕາມແຜນການທີ່ວາງໄວ້ ຖ້າເປັນໄປໄດ້ກໍຄວນມີ “to do list” ເພື່ອຕິດຕາມກິດຈະກໍາໃຫ້ບັນລຸຕາມເປົ້າໝາຍ;


ຄຸນສົມບັດ#5: ມີຄວາມສຸຂຸມ
ແມ່ນສິ່ງທີ່ເຮັດໃຫ້ເຮົາໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຜູ້ອື່ນ ແນ່ນອນເມື່ອເຊື່ອໃຈເກີດການຈະເຮັດງານໃຫຍ່ຍ່ອມຈະມີຜູ້ຄົນໃຫ້ການສະໜັບສະໜູນເຕັມທີ່;

ຄຸນສົມບັດ#6: ມີຄວາມຄິດສ້າງສັນສະເໝີ
ໃນສັດຕະວັດທີ 21 ແມ່ນສັດຕະວັດແຫ່ງຄວາມຄິດສ້າງສັນເພື່ອໃຫ້ວຽກ ຫຼື ຜົນງານອອກມາດີ ແລະ ມີປະສິດທີພາບສູງສຸດ ພ້ອມແຂ່ງຂັນກັບສິ່ງໃໝ່ໆສະເໝີ;


ຄຸນສົມບັດ#7: ມີຄວາມຫຼົງໄຫຼໃນສິ່ງທີ່ເຮັດ
ການທີ່ຈະເປັນຜູ້ນໍາທີ່ຍິ່ງໃຫຍ່ ຫຼື ຄົນທີ່ປະສົບຄວາມສໍາເລັດຕ້ອງມີຄວາມຫຼົງໄຫຼໃນສິ່ງທີ່ເຮັດ, ເຮັດຢ່າງມີເປົ້າໝາຍ, ມີອຸດົມການ ແລະ ມີແບບແຜນ;

ຄຸນສົມບັດ#8: ມີຄວາມຢືດຢຸ່ນຕໍ່ໂລກແຫ່ງຄວາມເປັນຈິງ
ໂລກໃບຄວາມສົມບູນເປັນເລື່ອງມະໂນ ເຊິ່ງມັນຮຽກຮ້ອງໃຫ້ຕ້ອງມີຄວາມຢືດຢຸ່ນຕໍ່ໂລກ ແລະ ເບິ່ງໂລກໃນແງ່ບວກ ເພື່ອໃຫ້ຊີວິດບໍ່ຈົມຢູ່ກັບຄວາມຜິດພາດໃນອາດີດ ແລະ ຄວາມຄິດແບບເດີມໆ ເຊິ່ງມັນຈະເຮັດໃຫ້ເຮົາຢູ່ກັບທີ່ໄປຕະຫຼອດການ. 




© ໂຕະນໍ້າຊາ | tonamcha.com 
-----------------



Powered by Blogger.