Header Ads

9 ຫຼັກຄິດເພື່ອກ້າວສູ່ຄວາມສຳເລັດໃນຊີວິດ



1. ທຸກບັນຫາທີ່ກຳລັງປະເຊີນນັ້ນແມ່ນໂອກາດຊ້ອນຢູ່ສະເໝີ
ຫຼາຍຄົນມັກທໍ້ ແລະ ໝົດກຳລັງໃຈການກ້າວກໍ່ໄປໃນຊີວິດ  ແຕ່ຄົນທີ່ເປັນນັກສູ້ ຫຼຶ ປະສົບຜົນສໍາເລັດຈະເບິ່ງເຫັນໂອກາດໃນທຸກບັນຫາທີ່ເຂົາກຳລັງປະເຊີນ ແລະ ນໍາສິ່ງນັ້ນມາຕໍ່ຍອດເປັນທຸລະກິດສ້າງເງິນໄດ້ຢ່າງມະຫາສານ ເຊັ່ນ : ເຟສບຸ໊ກ ພົບວ່າບັນຫາຂອງຄົນໃນການຕິດຕໍ່ສື່ສານ ແລະ ບໍ່ມີຄວາມສຳພັນລະຫວ່າໝູ່ເພື່ອນ ຫຼື ວ່າຄອບຄົວ ເຊິ່ງ ເຟສບຸ໊ກ ກໍທໍາໜ້າທີ່ເປັນໂຕກາງໃນການເຊື່ອມສິ່ງທີ່ສັງຄົມກຳລັງຂາດ ແຕ່ສຸດທ້າຍກໍຕໍ່ຍອດຈົນສ້າງເມັດເງິນໄດ້ມະຫາສານ. ອີກຕົວຢ່າງໜື່ງແມ່ນ Uber ທີ່ຜູ້ໂດຍສານພົບບັນຫາໃນການເອີ້ນໃຊ້ບໍລິການ TAXI ເຊິ່ງແອັບ Uber ເຫັນບັນຫານີ້ ແລະ ນໍາມາສ້າງເປັນໂອກາດທາງທຸລະກິດ ເຊິ່ງມີຫຼາຍທຸລະກິດໃນໂລກນີ້ສ້າງຂື້ນມາຈາກບັນຫາເຊັ່ນດຽວກັບ AirBnB ທີ່ຜູ້ກໍຕັ້ງມັກເດີນທາງ ແຕ່ບັນຫາຄືທີ່ພັກເຕັມ ຫຼື ລາຄາແພງຈົນບາງຄັ້ງນັກທ່ອງທ່ຽວກະເປົາບາງອາດບໍ່ສາມາດຈ່າຍໄດ້  ເຊິ່ງກໍຕັ້ງບໍລິສັດ AirBnB ຈາກການເຫັນບັນຫານີ້ເລີຍເກີດແນວຄິດທຸລະກິດຈ່ອງທີ່ພັກແບບ “Sharing economics”  ແລະ ນັ້ນກໍເຮັດໃຫ້ AirBnB ເປັນສະຕຣາອັບ ທີ່ຂະຫຍາຍຕົວ ແລະ ເຕີບໃຫຍ່ລະດັບໂລກ;



2. ສິ່ງທີ່ສຳຄັນແມ່ນການສ້າງມູນຄ່າ
ການສ້າງທຸລະກິດ ຫຼື ເຮັດໃຫ້ຕົນເອງມີຄຸນຄ່າຄື ການສ້າງມູນຄ່າ, ສຳລັບຄົນແມ່ນການເພີ່ມພູມຄວາມຮູ້ ແລະ ທັກສະທີ່ຕົນນັ້ນຂາດຫາຍ ເພື່ອໃຫ້ໄດ້ເງິນເດືອນສູງ, ຮັບການເລື່ອນຕໍາແໜ່ງ ແລະ ປະສົບຄວາມສໍາເລັດໃນອາຊີບການງານ. ແຕ່ສໍາລັບທຸລະກິດແລ້ວການສ້າງມູນຄ່າ ແມ່ນການໃສ່ຄວາມຄິດສ້າງສັນ, ສ້າງເລື່ອງລາວ, ອອກແບບ Packaging ໃຫ້ສະດຸຕາ  ແລະ ເຕີມເຕັມອົງປະກອບອື່ນໆທີ່ຈໍາເປັນຕໍ່ທຸລະກິດ;




3. ຄວາມຢ້ານກົວຂອງເຮົາເປັນຕົວຊີ້ວັດວ່າສິ່ງທີ່ເຮົາກຳລັງເຮັດນັ້ນຈະປະສົບຜົນສຳເລັດ ຫຼື ລົ້ມແຫຼວ
ຄວາມຢ້ານກົວແມ່ນສ່ວນໜຶ່ງຂອງຄວາມເຊື່ອ ເມື່ອເຮົາເຊື່ອໃນສິ່ງທີ່ເຮົາເຮັດ, ສິ່ງທີ່ເຮົາເຫັນ, ສິ່ງທີ່ເຮົາເປັນ ແລະ ສິ່ງທີ່ເຮົາຢາກໄດ້ ເຮົາກໍຈະນໍາພາຈິດໃຕ້ສໍານຶກໃຫ້ຄິດວ່າ “ເປັນໄປໄດ້” ເຮົາກໍຈະບໍ່ຢ້ານກົວຕໍ່ກັບສິ່ງທີ່ປະເຊີນ. ຈົ່ງຄິດສະເໝີວ່າ “່ສີ່ງທີ່ເຮົາເຮັດມື້ນີ້ ແມ່ນສິ່ງທີ່ເຮົາຈະເປັນໃນອະນາຄົດ”



4. ເຮົາບໍ່ສາມາດຄາດຫວັງກັບທຸກຢ່າງໄດ້
ໂລກໃບນີ້ຄາດຫວັງຫຍັງໄດ້ຍາກຈາກສິ່ງພາຍນອກ ເພາະແມ້ແຕ່ສິ່ງພາຍໃນຄືໂຕເຮົາເອງກໍຍັງຍາກໃນການຄາດຫວັງບາງເລື່ອງ ເຊັ່ນ: ການວາງແຜນຊີວິດ ຫຼຶ ຕັ້ງເປົ້າໝາຍຊີວິດ ເຊິ່ງຕອນຕັ້ງໃໝ່ໆເບິ່ງເອົາຈິງເອົາຈັງ ແລະ ມີພະລັງຂະໜາດ ແຕ່ພໍ 15 ວັນຜ່ານໄປ ໄຟທີ່ມີຫຼັບມອດໄປແບບບໍ່ຮູ້ໂຕ ແລະ ນີ້ແລະ ຄືສິ່ງສະແດງວ່າການຄາດຫວັງຈາກໂຕເອງກໍ່ຍັງບໍ່ເປັນຜົນ ແລ້ວການຄາດຫວັງຈາກຜູ້ອື່ນ ຫຼື ສິ່ງພາຍນອກແລະ ຊີເປັນແນວໃດ. ປະໂຫຍກທີ່ຕ້ອງຈື່ໃນຫົວໃນການດໍາເນີນຊີວິດຄື “ຕົນເປັນທີ່ເພິ່ງແຫ່ງຕົນ” ;

5. ເຮົາເປັນຄົນກຳນົດເປົ້າໜາຍຂອງຊິວິດ ແລະ ຄວາມສົນໃຈໃດໜື່ງ ເຊັ່ນດຽວກັບຄວາມສໍາເລັດ
ຄວາມສໍາເລັດເລີ່ມທີ່ໂຕເຮົາວ່າຈະປະສົບຜົນສຳເລັດ ຫຼື ລົ້ມແຫຼວ  ເຊິ່ງມີແຕ່ເຮົາທີ່ກຳນົດຊີວິດເຮົາໄປໃນທິດທາງທີ່ຢາກເປັນ, ຢາກໄດ້, ຢາກມີ ແລະ ອີກຫຼາຍສະລະພັດ “ຢາກ” ແຕ່ລົງມືເຮັດ ຫຼື ເຮັດແບບຖີ້ມໆປະໆແລ້ວຊີວິດນີ້ຈະປະສົບຄວາມສຳເລັດໄດ້ແນວໃດ;




6. ເວລາເປັນສິ່ງທີ່ມີຄ່າກວ່າເງິນ 
ຄໍານີ້ໃນພາສາອັງກິດຂຽນວ່າ “Time is valuable than  money ” ເຫດຜົນເພາະເວລາບໍ່ມີຂາຍຢູ່ຕະຫຼາດເຂດດົງໂດກ (ໄຟໄໝ້ບາງສ່ວນມື້ເຊົ້ານີ້) , ບໍ່ສາມາດຍ້ອນເວລາ, ບໍ່ສາມາດແປງປ່ຽນເວລາ, ບໍ່ສາມາດເພີ່ມເວລາໃຫ້ຫຼາຍກວ່າ 24 ຊົ່ວໂມງຕໍ່ມື້ໄດ້ ແລະ ສິ່ງສໍາຄັນເວລາໃນຊີວິດການເປັນຄົນເຮົານັ້ນກໍແສນສັ້ນ ແລະ ເວລາໃນຊີວິດເຮົາມັນຖືແບ່ງເປັນ 4 ໄຕມາດ 

ໄຕມາດທີ  1: ອາຍຸເລີ່ມທີ່ 25-35
ໄຕມາດທີ  2: ອາຍຸເລີ່ມທີ່ 35-45
ໄຕມາດທີ  3: ອາຍຸເລີ່ມທີ່ 45-55
ໄຕມາດທີ  4: ອາຍຸເລີ່ມທີ່ 55-65

ເປັນຫຍັງຕ້ອງເລີ່ມແຕ່ ອາຍຸເລີ່ມທີ່ 25 ປິ ເຫດຜົນເພາະອາຍຸໃນຊ້ວງໄລຍະນີ້ແມ່ນໄລຍະຂອງການລອງຜິດລອງຖືກ ແຕ່ເຮົາຮູ້ໂຕເອງວ່າ ຕ້ອງການຫຍັງ ແລະ ຢາກເຮັດຫຍັງແຕ່ອາຍຸນ້ອຍຖືວ່າເປັນໂຊກດີ ແຕ່ຄົນສ່ວນຫຼາຍອາຍຸຮອດ 30 ປາຍປີຍັງບໍ່ຮູ້ວ່າໂຕເອງຕ້ອງການຫຍັງ ແລະ ຢາກເຮັດຫຍັງ ຊໍ້າບໍ່ໝໍາຄວາມຄິດຍັງປານເດັກນ້ອຍມັດທະຍົມ ເຊິ່ງອັນນີ້ອັນຕະລາຍຕໍ່ຊີວິດໃນອະນາຄົດ.​  ສໍາລັບຄົນທີ່ຮູ້ໂຕເອງຕ້ອງການຫຍັງ ແລະ ຢາກເຮັດຫຍັງໃນຕອນອາຍຸຍັງນ້ອຍເຊັ່ນ : Mark Zuckerberg ,Bill Gates, Elon Musk ແລະ ຄົນອື່ນໆອີກນັບບໍ່ຖ້ວນທີ່ເຂົາປະສົບຜົນສໍາເລັດດ້ວຍການເຂົ້າໃຈຫຼັກຄິດ “ເວລາເປັນສິ່ງທີ່ມີຄ່າກວ່າເງິນ ”;



7. ຜົນຕອບຮັບເປັນດ້ານບວກກໍ່ເພາະເຮົາລົງມືກະທຳໃນດ້ານບວກຂອງຊີວິດ
ຊີວິດຈະເປັນດ້ານບວກກໍເພາະເຮົາເລື່ອກທີ່ຈະຢູ່ດ້ານບວກ, ຄິດບວກ,ລົງມືເຮັດໃນດ້ານບວກ ແລະ ເບິ່ງໂລກໃນດ້ານບວກ ເຊັ່ນດຽວກັບເຮົາເລືອກອ່ານບົດຄວາມນີ້ ກໍສະແດງວ່າເຮົາຕ້ອງການຢາກມີຊີວິດໃນດ້ານບວກ  ແຕ່ຖ້າເຮົາເລືອກທີ່ຈະຢູ່ດ້ານລົບເຮົາກໍຈະອ່ານແຕ່ຂ່າວຮ້າຍ, ເສບຂ່າວ ຫຼື ເລື່ອງທີ່ບໍ່ດີ ແລະມົກມົ້ນຢູ່ກັບສິ່ງທີ່ເປັນດ້ານລົບ ເຊິ່ງແນ່ນອນຊີວິດກໍຈະໄປຢູ່ດ້ານລົບ;



8. ຄວາມສົມບູນເປັນເລື່ອງມະໂນ 


ຄວາມສົມບູນເປັນເລື່ອງມະໂນ ປະໂຫຍກນີ້ໝາຍຄວາມວ່າ: ຄວາມສໍາເລັດຢູ່ຈິງແຕ່ຄວາມສົມບູນເປັນເລື່ອງທີ່ເລື່ອງມະໂນໃນບາງຄັ້ງ.  ຕົວຢ່າງ Ms Window ຜະລິດອອກມາບໍ່ເຄີຍມີລຸ້ນໃດສົມບູນ ແຕ່ Bill  Gates ລໍ້າລ້ວຍເປັນເສດຖີຫຼາຍພັນລ້ານໂດລາ ສະຫະລັດ ທັງໆທີ່ Ms Window ບໍ່ເຄີຍສົມບູນຈັກລຸ້ນ.  ມາເລື່ອງຄວາມສໍາເລັດໃນຊີວິດມີຈິງ ແຕ່ຄວາມສົມບູນໃນຊີວິດເປັນເລື່ອງມະໂນ  ເພາະຊີວິດມະນຸດແຕ່ລະຄົນບໍ່ມີຄວາມສົມບູນພຽບພ້ອມໄປໝົດທຸກເລື່ອງ. ຕົວຢ່າງ Elon Musk ປະສົບຄວາມສໍາເລັດທີ່ສຸດໃນທຸລະກິດ ແຕ່ຊີວິດຄອບຄົວຕ້ອງຢ່າຮ້າງກັບເມຍເຖິງສາມຄັ້ງ ,ຕ້ອງສູນເສຍລູກຊາຍຄົນທໍາອິດທັງໆທີ່ຍັງບໍ່ທັນເກີດ ແລະ ຕ້ອງຊື່ນຊົມຄວາມສໍາເລັດຂອງຕົນເອງຄົນດຽວ. ສະນັ້ນ, ສິ່ງທີ່ຕ້ອງຈື່ໄວ້ໃນການນິຍາມຄວາມສໍາເລັດຄື “ຄວາມສຳເລັດທາງນອກ ແທນຄວາມສໍາເລັດໃນຄອບຄົວບໍ່ໄດ້”;



10. ຊີວິດຂອງຕົນເອງກໍ່ຕ້ອງແມ່ນຕົນເອງເປັນຜູ້ກຳນົດ ແລະ ສ້າງຝັນໃຫ້ເປັນຈິງ
ຄວາມໝາຍສັ້ນໆຄື “ຢ່າປ່ອຍໃຫ້ຜູ້ອື່ນມາກຳນົດຊີວິດເຮົາ ຫຼື ຢ່າໃຫ້ສຽງຜູ້ອື່ນມາດັງກ້ອງໃນໃຈ/ຄວາມຄິດເຮົາ”.  ເພາະຊີວິດເຮົາ ມີແຕ່ເຮົາເທົ່ານັ້ນເປັນຜູ້ກຳນົດສະຕາ ແລະ ທາງເດີນ. 


ຮຽງຮຽງ :  ໂຕະນໍ້າຊາ  | tonamcha.com
-----------------






Powered by Blogger.