ໄອເດຍບັນເຈີດໃນການເຮັດໂຮງແຮມຂະໜາດນ້ອຍດ້ວຍຕູ້ຄອນເທນເນີ້
ນີ້ແມ່ນໄອເດຍບັນເຈີດຂອງ ໂຮງແຮມຊື່ Contain Hotel ທີ່ປະເທດສາທະລະນະລັດເຊ໊ກ ເຊິ່ງເປັນໂຮງແຮມແບບບູຕິກທີ່ອອກແບບໃຫ້ສາມາດເຄື່ອນຍ້າຍ ແລະ ປັບປ່ຽນຕາມລະດູການ. ສຳລັບ ໂຮງແຮມ Contain Hotel ແຫ່ງນີ້ແມ່ນຜົນການການອອກແບບຂອງສະຖາປານິກຊື່ Artikul ຜູ້ທີ່ວາງແນວຄິດການອອກແບບໃຫ້ໂຮງແຮມແຫ່ງນີ້ເປັນສະຖານທີ່ພັກຜ່ອນທີ່ໃຫ້ອາລົມສະບາຍສະບາຍ ໂດຍນໍາຕູ້ຄອນເທນເນີ້ມາເປັນສ່ວນປະກອບພື້ນຖານຂອງໂຄງສ້າງໂຮງແຮມ.
ແນວຄິດໂຮງແຮມແບບນີ້ເໜາະສໍາລັບຄົນທີ່ຕ້ອງການຢາກມີໂຮງແຮມນ້ອຍໆເປັນຂອງຕົນເອງ ໃນງົບປະມານທີ່ເອື້ອມເຖິງໄດ້ໃນການກໍ່ສ້າງ ແຕ່ເນັ້ນການບໍລິການ, ເນັ້ນບັນຍາກາດ, ຄວາມແປກໃໜ່ ແລະ ສ້າງລາຍຮັບຈາກສ່ວນອື່ນໆນອກເໜືອຈາກຄ່າພັກເຊົາ. ແນວຄິດໂຮງແຮມແບບນີ້ສຳລັບບ້ານເຮົາໜ້າຈະເໜາະກັບ ເມືອງວັງວຽງ ເພາະກຸ່ມລູກຄ້າເນັ້ນພັກຊົ່ວຄາວ, ມາເປັນກຸ່ມ ແລະ ຕ້ອງການຄວາມຮູ້ສຶກບວກຄວາມແປກໃໜ່ເທົ່ານັ້ນ ເຊິ່ງຖ້າມີໂຮງແຮມແບບນີ້ອາດຕອບໂຈດລູກໄດ້ດີທີ່ສຸດ.
ແບບຜັງການອອກແບບ
ພາບດ້ານນອກ
ພາບມຸມດ້ານຂ້ອງ
ພາບຫ້ອງນອນ ແລະ ລະບຽງ
ພາບຫ້ອງນໍ້າ
ທີ່ມາ: https://www.artikul.eu | tonamch.com
-----------------
Post a Comment