Header Ads

9 ຂໍ້ຄິດ ແລະ ຄວາມຕ່າງລະຫວ່າງຄົນຮັ່ງມີ ແລະ ຄົນທຸກ


1. ຄົນຮັ່ງມີເວົ້າເລື່ອງແນວຄິດໃໝ່ໆ,​ໂອກາດໃໜ່ໆ ແລະ ຊ່ອງທາງຫາເງິນໃໝ່ໆ ແຕ່ຄົນທຸກກຳລັງເບິ່ງຫາເຄື່ອງທີ່ຈະຊື້, ລົມເລື່ອງຄົນອື່ນ,​ຜິດກັນຍ້ອນລະຄອນມື້ຄືນນີ້, ເປັນຫ່ວງເມຍນ້ອຍທີ່ຕີກັບເມຍຫຼວງໃນສື່ໂຊຊ້ຽວ ແລະ ແລະ ຂ່າວທີ່ຮ້າຍຕ່າງໆທີ່ເຮັດຈິດໃຕ້ສໍານຶກຈື່ຈໍາແຕ່ສິ່ງດ້ານລົບ;

2. ຄົນຮັ່ງມີເບິ່ງເຫັນອານາຄົດ ແລະ ໂອກາດ ສ່ວນຄົນທຸກບໍ່ພາດສິ່ງທີ່ກໍ່ໃຫ້ເກີດຄວາມຝຸມເຝືອຍຕໍ່ຊີວິດ ໃນຂະນະທີ່ຄົນທຸກຈຳນວນຫຼາຍ ຍັງຄົງຫວັຖືກຫວາຍ, ຢາກມີລາຍຮັບແບບ Passive Income ແລະ ເວົ້າເລື່ອງຄວາມສຳເລັດຜ່ານມາຂອງໂຕເອງ; 



3. ຄົນຮັ່ງມີພະຍາຍາມຫຼຸດລາຍຈ່າຍ ແລະ ເພີ່ມຊ່ອງທາງຫາເງີນ ສ່ວນຄົນທຸກ ເບິ່ງອາຫານແຊບໆ , ເຄື່ອງແບຣນເນມ ແລະ ຊີວິດທີ່ສະດວກສະບາຍ;

4. ຄົນຮັ່ງມີບໍ່ຢຸດພັດທະນາຕົນເອງ ຫຼຶ ທຸລະກິດ, ອ່ານໜັງສື ແລະ ກຳຈັດຈຸດອອ່ນທີ່ມີ ແຕ່ຄົນທຸກຄິດຢາກມີເມຍນ້ອຍ, ເບິ່ງລະຄອນ, ຊອກບ່ອນທ່ຽວ ແລະ ນອນເວັນເປັນກິດຈະກຳຫຼັກໃນແຕ່ລະມື້; 



5. ຄົນຮັ່ງມີເບີ່ງໂລກໃນແງ່ບວກ  ແຕ່ຄົນທຸກເບິ່ງໂລກນີ້ມີແຕ່ຂຸມ ແຖມສ້າງຂໍອ້າງໃຫ້ກັບຊີວິດສະລະພັດເລື່ອງ ເປັນຕົ້ນ : ບໍ່ມີຕົ້ນທຶນຊີວິດ, ບໍ່ມີເງິນ, ບໍ່ມີປະສົບການ,​ບໍ່ມີເສັ້ນສາຍ, ບໍ່ມີເວລາ, ບໍ່ມີຄວາມມີຮູ້,​ບໍ່ກ້າສ່ຽງຢ້ານລົ້ມແຫຼວ,​ບໍ່ການປ່ຽນແປງ, ບໍ່ຖະນັດ, ບໍ່ພ້ອມ , ແລະ ອີກ 100 ກວ່າບໍ່;

6. ຄົນຮັ່ງມີກຳລັງພະຍາຍາມສ້າງສົມດູນລະຫວ່າງຄອບຄົວ,ສັງຄົມ ແລະ ແຜນພັດທະນາທຸລະກິດໃນອີກສິບປີຂ້າງໜ້າ ສ່ວນຂັວນຟ້າໜ້າດຳຄົນທຸກ ຍັງເມົາຄ້າງ ແລະ ກຳລັງຊອກຫາແນວກິນໃນເຮືອນຄົວ ແລະ ບ່ອນໄປທ່ຽວມື້ແລງ;



7. ຄົນຮັ່ງມີຄິດໃນແງ່ບວກສະເໝີ ແລະ ຄິດວ່າບັນຫາເປັນສິ່ງທ້າທາຍ ພໍເມື່ອພົບບັນຫາຈິ່ງເຫັນທາງອອກໃນທຸກບັນຫາ ແຕ່ຄົນທຸກເຫັນແຕ່ບັນຫາໃນທຸກທາງອອກ;​ 




8. ຄົນຮັ່ງມີມັກການອ່ານໜັງສື, ມັກເດີນທາງເພື່ອສະແຫວງຫາໂອກາດ, ມັກຮຽນຮູ້ສິ່ງໃໝ່ໆ ແລະ ຄັ້ນຫາແນວຄິດໃໝ່ໆ ໃນຂະນະທີ່ຄົນທຸກ ກຳລັງຢື້ກຳລັງເຢັ່ງໃສ່ລົດລາຄາແພງ , ອາຫານແຊບໆ ແລະ ສ້າງວິມານເທິງອາກາດ “ຢາກຖືກຫວຍຈັກ 1000 ລ້ານ”;



9. ຄົນຮັ່ງມີເປັນນັກສັງເກດ ແລະ ສ້າງໂອກາດ ແຕ່ຄົນທຸກກໍເປັນນັກຄິດ ແລະ ນັກຈິນຕະນາການເຊັ່ນກັນ ເພາະຄິດຢາກເປັນ, ຢາກມີ,ຢ່າກໄດ້ , ຢາກຄືໜູ່ ແຕ່ບໍ່ລົງມືເຮັດ ແລະ ມັກລໍຖ້າໂອກາດ ແລະ ການຊ່ວຍເຫຼືອຈາກຜູ້ອື່ນ.

© ໂຕະນໍ້າຊາ | tonamcha.com 
-----------------

Powered by Blogger.