Header Ads

ແນວຄິດການອອກແບບຕຶກອາຄານເປັນມິດຕໍ່ສິ່ງແວດລ້ອມ

ນີ້ແມ່ນພາບຕຶກ Edificio Santalaia ທີ່ຕັ້ງຢູ່ໃຈກາງເມືອງໂບໂກຕ້າ ປະເທດໂຄລໍາເບຍ ເຊິ່ງແມ່ນໜຶ່ງໃນແນວຄິດການອອກແບບຕຶກອາຄານເປັນມິດຕໍ່ສິ່ງແວດລ້ອມ ໂດຍເນັ້ນສີຂຽວ ສີແຫ່ງການເປັນມິດຕໍ່ທໍາມະຊາດ ເຊິ່ງຕຶກ Edificio Santalaia  ມີຂະໜາດ 3,065 ແມັດ ເປັນອາຄານ 11 ຊັ້ນໂດຍເປັນຜົນງານການອອກແບບຂອງ Paisajismo Urbano  ນັກອອກແບບຊາວສະແປນ ພາຍໃຕ້ການຄຸມງານຂອງ ບໍລິສັດ Groncol ໃນປະເທດໂຄລໍາເບຍ.

Edificio Santalaia ແມ່ນສວນແນວຕັ້ງທີ່ໃຫຍ່ທີ່ສຸດໃນໂລກປະກອບດ້ວຍພືດ 115,000 ຕົ້ນ ມາຈາກພືດ 10 ຊະນິດ ແລະ ພືດຕະກຸນອື່ນໆອີກຫຼາຍຊະນິດ.  Paisajismo Urbano ໜຶ່ງໃນທີມນັກອອກແບບ ແລະ ຕົບແຕ່ງສວນບອກວ່າການເຮັດສວນແນວຕັ້ງແບບນີ້ແມ່ນຄຸ້ມຄ່າທີ່ສຸດ ເພາະສວນສາມາດຜະລິດ Oxygen ຕໍ່ຈໍານວນຜູ້ຄົນເຖິງ 3,100  ຄົນຕໍ່ປີ, ສາມາດກອງແກ໊ສທີ່ເປັນອັນຕະລາຍໄດ້ເຖິງ 2,000 ໂຕນ ແລະ ດັກຝຸ່ນຄວັນໄດ້ຫຼາຍກວ່າ 400 ກິໂລກຮາມ.




ຕຶກເປັນມິດຕໍ່ສິ່ງແວດລ້ອມ 

© ໂຕະນໍ້າຊາ | tonamcha.com
-----------------


Powered by Blogger.