Header Ads

ແຫຼ່ງທ່ອງທ່ຽວນໍ້າຕົກຕາດຫ້ວຍນໍ້າຂຸ່ນ (NamHuaiykhoun Waterfall)



ແຫຼ່ງທ່ອງທ່ຽວນໍ້າຕົກຕາດຫ້ວຍນໍ້າຂຸ່ນ (NamHuaiykhoun Water fall) ຕັ້ງຢູ່ບ້ານ ສົບອິໃໝ່ ເມືອງຫຼອງ ແຂວງຫຼວງນໍ້າທາ  ເຊິ່ງແຫຼ່ງທ່ອງທ່ຽວແຫຼ່ນີ້ສາມາດທ່ຽວຊົມໄດ້ 2 ລະດູ. ນໍ້າຕົກຕານີ້ມີໄລຍະຫ່າງຈາກເທດສະບານເມືອງ 34 ກິໂລແມັດ ສາມາດເດີນທາງດ້ວຍລົດໃຫຍ່, ລົດຈັກ, ລົດຖີບ ແລະ ດ້ວຍການຍ່າງ 150 ແມັດ.


ແຫຼ່ງທ່ອງທ່ຽວຕາດນໍ້າຫ້ວຍຂຸ່ນເປັນແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ມີຄວາມສວຍງາມມີຄວາມສູງ ເຖິງ40 ກວ່າແມັດ ໃນບໍລິເວນຕາດຍັງມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ເປັນຕົ້ນແມ່ນ ຕົ້ນໄມ້ໃຫຍ່ຫຼາຍຮ້ອຍປີ ,ສັດສາວາສິ່ງນາໆຊະນິດ ເຊັ່ນ: ກວາງ, ຟານ, ໝູປ່າ, ໄກ່ປາ ແລະ ສັດຊະນິດ ອື່ນໆ.  ຕາດແຫ່ງນີ້ຍັງມີສິ່ງທີ່ນ້າສົນໃຈຄືບ້ານເຜົ່າ ອາຄາທີ່ມີຮີດຄອງປະເພນີອັນດີງາມທີ່ເປັນເອກະລັກ ແລະ ຍັງຄົງຮັກສາຂະນົບທໍານຽມແບບດັ້ງເດີມ. ຊື່ຕາດຂຸ້ນແມ່ນຍ້ອນວ່ານໍ້າຈະຂຸ່ນຕະຫຼອດປີທັງສອງລະດູ ເຊິ່ງເປັນເຫດຜົນທີ່ເຮັດໃຫ້ປະຊາຊົນເຂດດັ່ງກ່າວພາກັນເອີ້ນວ່າ: ຕາດນໍ້າ ຫ້ວຍຂຸ່ນ ຈົນມາເຖິງປັດຈະບັນ.​

ນໍ້າຕົກຕາດຫ້ວຍນໍ້າຂຸ່ນ (NamHuaiykhoun Water fall) 

ນໍ້າຕົກຕາດຫ້ວຍນໍ້າຂຸ່ນ (NamHuaiykhoun Water fall) 

ພາບການສຳຫຼວດນໍ້າຕົກຕາດຫ້ວຍນໍ້າຂຸ່ນ (NamHuaiykhoun Water fall) 

ນໍ້າຕົກຕາດຫ້ວຍນໍ້າຂຸ່ນ (NamHuaiykhoun Water fall) 

ນໍ້າຕົກຕາດຫ້ວຍນໍ້າຂຸ່ນ (NamHuaiykhoun Water fall) 

ນໍ້າຕົກຕາດຫ້ວຍນໍ້າຂຸ່ນ (NamHuaiykhoun Water fall) 








ທີ່ມາ: Muanglong Ict
© ໂຕະນໍ້າຊາ | tonamcha.com 
-----------------

Powered by Blogger.