Header Ads

ເຕືອນໄພສັງຄົມມິດຊາຊີບລະບາດໜັກ



ເຫດການນີ້ເກີດຂື້ນໃນເຊົ້າ ວັນທີ 24 ພືດສະພາ 2017 ເວລາປະມານ 7: 45 ນາທີ ທີ່ບ້ານໜອງພະຍາ ເມືອງໄຊນາທີ  ນະຄອນຫຼວງວຽງຈັນ ເຊິ່ງເຫດການເກີດກັບຮ້ານຂາຍເຄື່ອງທຸກຢ່າງ 6000 ກີບ ໂດຍມິດຊາຊີບທໍາທ່າເປັນລູກຄ້າມາຊື້ເຄື່ອງໂດຍເກັບເອົາເຄື່ອງຈໍານວນຫຼາຍ ແລະ ບອກໃຫ້ແມ່ຄ້າຊ່ວຍເກັບຊ່ວຍອີກ ເພາະບອກວ່າຈະເອົາໄປເຮັດບຸນເຮືອນ  ແຕ່ພໍເກັບໃສ່ຖົງແລ້ວ ມິດຊາຊີບບອກວ່າຂໍເຂົ້າຫ້ອງນໍ້າກ່ອນນ້ອຍໜຶ່ງ ດ້ວຍຄວາມສະລ້າໃຈເລີຍເຈົ້າຂອງຮ້ານບໍ່ສົນໃຈຫຍັງ ແລະ ເກັບເຄື່ອງໃຫ້ລູກຄ້າຕາມທີ່ລົມກັນໄວ້ ແຕ່ລືມວ່າຕົນເອງປະກະປົາເງິນໄວ້ໜ້າໂຕະ  ເຊິ່ງໃນກະເປົານັ້ນມີກະເປົານ້ອຍທີ່ມີເງິນຈໍານວນໜຶ່ງຢູ່ນໍາ ໂດຍປະໄວ້ເທິງໂຕະ  ພໍສົບໂອກາດເໜາະສົມ ມິດຊາຊີບຮີບຈັບເອົາກະເປົາເງິນນ້ອຍແບບໃຈເຢັນໆ ໂດຍທີ່ເຈົ້າຂອງຮ້ານມົວກົມເກັບເຄື່ອງ  ແຕ່ພໍເມື່ອເກັບເຄື່ອງແລ້ວ ລູກຄ້າ (ມິດຊາຊີບ) ກັບບອກວ່າ ມື້ແລງຈະມາເອົາ ຟ້າວຫຼາຍຈະອອກໄປກ່ອນ. 

ພໍເມື່ອລູກຄ້າອອກໄປດົນເຕີມ ເຈົ້າຂອງຮ້ານຈິ່ງມາເບິ່ງກະເປົາຕາມປົກກະຕິ ແຕ່ປະກົດວ່າກະເປົາເງິນນ້ອຍໄດ້ຫາຍໄປແລ້ວ ພ້ອມກັບເງິນ 400 ໂດລາ ແລະ ເອກະສານຈໍານວນ ແຕ່ຍັງໂຊກດີທີ່ມິດຊາຊີບບໍ່ເອົາໄປໝົດກະເປົາໃຫຍ່ ຖ້າບໍ່ຊັ້ນແມ່ນໝົດໂຕແບບບໍ່ເຫຼືອເງິນໄວ້ຊື້ເຂົ້າກິນ.​  

ລັກສະນາການຫາເຫື່ຍອຂອງມິດຊາຊີບ: 

(1). ເລືອກຮ້ານທີ່ເປີດໃໝ່ ໂດຍມີຄົນເຖົ້າ ຫຼື ເດັກນ້ອຍເຝົ້າຮ້ານ 
(2). ເລືອກຮ້ານທີ່ບໍ່ມີກ້ອງວົງຈອນປິດ ແລະ ຫ່າງຈາກຮ້ານອື່ນ
(3). ມັກໃສ່ໝວກກັນກະທົບຍ່າງເຂົ້າຮ້ານ ປ່
(4). ມິດຊາຊີບບາງກຸ່ມທໍາທີ່ມາເບິ່ງພື້ນທີ່ກ່ອນ ແລະ ສັງເກດເບິ່ງຫຼາຍວັນກ່ອນລົງມື້
(5). ເວລາລົງມືຂອງມິດຊາຊີບ ແມ່ນເລືອກເອົາຕອນສົນລະວົນໃນຊ້ວງໃດໜຶ່ງຂອງແຕ່ລະຮ້ານ
(6). ມິດຊາຊີບພວກນີ້ມັກມີພາຫະນາເປັນລົດຈັກ  ຫຼຶ ບາງກໍລະນີມາພ້ອມລົດກະບະ

(7). ມາເປັນຂະບວນການ ໂດຍສ່ວນໃຫຍ່ແມ່ນມາສອງຄົນ ໂດຍຜູ້ໜຶ່ງເບິ່ງຕົ້ນທາງ ຫຼື ສັງເກດເບິ່ງເຄື່ອງຂອງມີຄ່າ ແລະ ຫາໂອກາດລົງມືທັນທີ.


© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.