Header Ads

ໂຄງການບໍ່ຄຳເຊໂປນ ສະໜັບສະໜູນອຸປະກອນການແພດ ໃຫ້ເຂດຫ່າງໄກສອກຫຼີກ ເມືອງວິລະບູລີ



ບໍລິສັດ MMG LXML Sepon  (ໂຄງການບໍ່ຄຳເຊໂປນ) ໄດ້ບໍລິຈາກອຸປະກອນການແພດຈຳນວນ 12 ຊຸດ ມູນຄ່າ 157ລ້ານກີບ (US$19,080) ໃຫ້ແກ່ ສຸກສາລາ 12 ແຫ່ງ ໃນທົ່ວເມືອງ ວິລະບູລີ  ແຂວງສະຫວັນນະເຂດ)ເພື່ອຊ່ວຍເສີມຂະຫຍາຍຄວາມອາດສາມາດ ດ້ານບໍລິການສຸຂະພາບ ແມ່ ແລະ ເດັກ ໃຫ້ແກ່ ຊຸມຊົນທ້ອງຖິ່ນ.

ໃນໜຶ່ງຊຸດຂອງອຸປະກອນການແພດດັ່ງກ່າວ ປະກອບມີ ຊຸດຫຍິບບາດແຜນ້ອຍ, ຊຸດຊ່ວຍເກີດລູກ, ເຄື່ອງຟັງຫົວໃຈເດັກໃນທ້ອງ, ໂຄມໄຟ (ຫຍິບບາດແຜປະສູດ) ແລະ ຊິງຊັ່ງນ້ຳໜັກເດັກນ້ອຍ.
ທ່ານວິບູນ ສິດທິມໍລະດາ  ຜູ້ຈັດການ ພະແນກ ພົວພັນທຸລະກິດ ແລະ ຊຸມຊົນກ່າວວ່າ “ຂ້າພະເຈົ້າມີຄວາມພາກພູມໃຈຕໍ່ກັບການປະກອບສ່ວນທີ່ສຳຄັນໃນຄັ້ງນີ້ ເຊິ່ງສ້າງຜົນປະໂຫຍດໂດຍກົງ ແລະ ຊ່ວຍປັບປຸງ ສຸຂະພາບ ຂອງແມ່ ແລະ ເດັກ ໃນຊຸມຊົນເຈົ້າພາບຂອງພວກເຮົາ. ນີ້ຍັງສອດຄ່ອງກັນອຸດົມການຂອງMMG ໃນ ຄວາມມຸ່ງໝັ້ນເພື່ອການປົກປ້ອງສຸຂະພາບ, ຄວາມປອດໄພ ແລະ ສະຫວັດດິີພາບຂອງພະນັກງານ.ການປະກອບສ່ວນໃນຄັ້ງນີ້ ຍັງຊ່ວຍໃຫ້ພະນັກງານຂອງພວກເຮົາ ແລະ ຄອບຄົວຂອງເຂົາເຈົ້າ ສາມາດເຂົ້າເຖິງການບໍລິການສຸຂະພາບທີ່ຈຳເປັນອີກດ້ວຍ”.

ທ່ານໝໍ ຈັນທະວົງ ພວງວິຈິດ  ວ່າການຫົວໜ້າຫ້ອງການສາທາລະນະສຸກເມືອງ ກ່າວວ່າ: “ຂ້າພະເຈົ້າມີຄວາມຍິນດີທີ່ໄດ້ຮ່ວມເປັນສັກຂີພິຍານໃນການປະກອບສ່ວນອັນສຳຄັນນີ້. ອຸປະກອນການແພດດັ່ງກ່າວມີຄວາມຈຳເປັນໃນການຊ່ວຍປັບປຸງການບໍລິການດ້ານສາທາລະນະສຸກໃຫ້ແກ່ຊຸມຊົນ.”

ທ່ານໄດ້ກ່າວຕື່ມອີກວ່າ “ອຸປະກອນການແພດດັ່ງກ່າວຍັງຊ່ວຍເພີ່ມຄວາມອາດສາມາດຂອງແພດໝໍໃນການບົ່ງມະຕິ ແລະ ປິ່ນປົວພະຍາດແມ່ ແລະ ເດັກໃນໄລຍະເລີ່ມຕົ້ນ ຊຶ່ງຈະຊ່ວຍຫຼຸດຜ່ອນອັດຕາການເສຍຊີວິດລົງໄດ້.”

ບໍລິສັດ LXML ໄດ້ລົງທຶນ 3 ລ້ານໂດລາສະຫະລັດເຂົ້າໃນໂຄງການ ‘1000 ວັນ’ ໂດຍການຮ່ວມມືກັບກະຊວງສາທາລະນະສຸກ, ສະຫະພັນແມ່ຍິງລາວ ແລະ ອົງການ UNICEFເພື່ອແກ້ໄຂບັນຫາໂພຊະນາການຂອງແມ່ ແລະ ເດັກ. ໂຄງການນີ້ເຂົ້າເຖິງເດັກນ້ອຍຫຼາຍກວ່າ 250,000 ຄົນ ແລະ ໄດ້ຝຶກອົບຮົມອາສະສະໝັກ ແລະ ເຈົ້າໜ້າທີ່ສະຫະພັນແມ່ຍິງລາວ ຫຼາຍກວ່າ 1,600 ຄົນ. ການສະໜັບສະໜູນໂຄງການນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການສ້າງຄວາມຮັ່ງມີໃຫ້ແກ່ຊຸມຊົນເຈົ້າພາບ ໂດຍການໃຫ້ການສະໜັບສະໜູນໂຄງການທີ່ໃຫ້ຜົນປະໂຫຍດໄລຍະຍາວດ້ານສຸຂະພາບໃຫ້ແກ່ແມ່ ແລະ ເດັກນ້ອຍໃນຊາດ.


© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.