Header Ads

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ ອາວຸໂສ ອາຊຽນ



ໃນວັນທີ 22 ພຶດສະພາ 2017 ທີ່ ນະຄອນຫລວງມະນີລາ ຟີລິບປິນ, ທ່ານ ທອງຜ່ານສະຫວັນເພັດ ຮອງລັດຖະມົນຕີ ກະຊວງ ການ ຕ່າງ ປະ ເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ພາຍໃຕ້ການເປັນປະທານ ຂອງຟີລິບປິນ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຄັ້ງນີ້, ໄດ້ປຶກສາຫາລື ກ່ຽວກັບຄວາມພະຍາຍາມ ໃນການສືບຕໍ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຄົມອາຊຽນ, ຊຶ່ງລວມທັງການພົວພັນ ແລະ ຮ່ວມມືກັບພາຍນອກ ແລະ ບົດບາດຄວາມເປັນແກນກາງຂອງອາຊຽນ. ພ້ອມດຽວກັນນີ້, ກອງປະຊຸມ ປຶກສາຫາລື ເພື່ອກະກຽມໃຫ້ແກ່ບັນດາກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 50 ແລະ ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ກັບ ບັນດາຄູ່ເຈລະຈາ, ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ບວກສາມ ຄັ້ງທີ 13, ກອງປະຊຸມລັດຖະມົນຕີ ຕ່າງປະເທດ ຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 7,  ກອງປະຊຸມເວທີພາກພື້ນ ອາຊຽນ ຄັ້ງທີ 24 ແລະ ກິດຈະກໍາສະເຫລີມສະຫລອງຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ທີ່ຈະຈັດຂຶ້ນໃນເດືອນສິງຫາ 2017.


ພາຍຫລັງ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຄັ້ງນີ້, ທ່ານ ທອງຜ່ານ ສະຫວັນເພັດ ພ້ອມດ້ວຍຄະນະ ສືບຕໍ່ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸ ໂສອາຊຽນ ບວກສາມ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອງກອງປະຊຸມ ສຸດຍອດອາຊີຕາເວັນອອກ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ ໃນວັນທີ 23 ແລະ 24 ພຶດສະພາ 2017 ຕາມລໍາດັບ.


ທີ່ມາ: ຂປລ 
© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.