Header Ads

5 ເຄັບລັບໃນການຮຽນພາສາອັງກິດໃຫ້ເປັນສະເໝືອນເຈົ້າຂອງພາສາ


[໑]. ຮຽນຄໍາສັບໃຫ້ຫຼາຍ
ການຮຽນພາສາອັງກິດ ຫຼື ພາສາອື່ນໆໃນໂລກນີ້ໃຫ້ໄດ້ດີຕ້ອງຮຽນຮູ້ຄໍາສັບໃຫ້ຫຼາຍທີ່ສຸດ ເຊິ່ງການຮຽນໃນຫ້ອງ ຫຼື ຮຽນເພີ່ມບໍ່ພຽງພໍທີ່ຈະເຮັດໃຫ້ເຮົາເວົ້າພາສາອັງກິດໄດ້. ເຄີຍສົງໄສບໍ່ວ່າເປັນຫັຍງຄົນຮຽນພາສາອັງກິດແຕ່ເວົ້າບໍ່ໄດ້,ຂຽນບໍ່ເປັນ, ຟັງບໍ່ຮູ້ເລື່ອງ ແລະ ອ່ານບໍ່ຖືກ ເຫດຜົນດຽວທີ່ເປັນແບບນັ້ນກໍເພາະພວກເຂົາບໍ່ມີຄໍາສັບຢູ່ໃນຫົວ ແລະ ບໍ່ຮູ້ຊໍ້າວ່າໂຕເອງຮຽນພາສາອັງກິດມາ 4-5 ປີ ມີຄໍາສັບໃດທີ່ອ່ານອອກຂຽນໄດ້ ເຊິ່ງຮຽນຈົນຮອດມື້ຕາຍສຸດທ້າຍກໍເວົ້າພາສາອັງກິດບໍ່ໄດ້.

ນີ້ແມ່ນສູດໃນການຮຽນຄໍາສັບ

[5ຄໍາສັບ x1 x 365 ວັນ= 1825 ຄໍາສັບ/ປີ]



ໝາຍຄວາມວ່າການຮຽນຄໍາສັບໃຫ້ໄດ້ 5 ຄໍາສັບຕໍ່ມື້[ທຸກໆມື້] ໂດຍຂຽນລົງໃຫ້ປື້ມບັນທຶກວ່າຄໍາສັບນັ້ນມີຄວາມໝາຍເປັນພາສາລາວແນວໃດ, ເປັນຄໍານາມ ຫຼື ເປັນຫັຍງ ແລະ ໃຊ້ປະກອບເຂົ້າເປັນປະໂຫຍກແນວໃດ. ໂດຍທໍາມະຊາດມະນຸດເວລາມີຄໍາສັບໃນຫົວຫຼາຍຈະສາມາດສື່ສານໄດ້ຜ່ານການເວົ້າ, ຟັງ, ອ່ານ ແລະ ຂຽນໂດຍສັນຊາດຕິຍານ ຍິ່ງມີຄໍາສັບໃນຫົວຫຼາຍເທົ່າໃດຍິ່ງດີ ເພາະຄໍາສັບ ບໍ່ສາມາດຮຽນລ້ານໆຄໍາສັບພຽງ 2-3 ອາທິດໄດ້ ແຕ່ເຮົາສາມາດຮຽນໄວຍາກອນພາສາອັງກິດໃຫ້ຮູ້ສິ່ງທີ່ຈໍາເປັນຕ້ອງໃຊ້ພຽງແຕ່ອາທິດດຽວເທົ່ານັ້ນ.



ຄໍາຖາມເປັນຫັຍງຕ້ອງ 5 ຄໍາສັບ/ມື້ ເຫດຜົນກໍເພາະສະໝອງຄົນເຮົາອອກຈະຫຼາຍກວ່າຮັບເຂົ້າ . ສະນັ້ນ, 5 ຄໍາສັບຕໍ່ມື້ຈິ່ງເປັນຈໍານວນທີ່ເໜາະສົມທີ່ສຸດ. ຄໍາຖາມຕໍ່ມາວ່າຫຼາຍກວ່າ 5 ຄໍາສັບໄດ້ບໍ່? ຄໍາຕອບຄື "ໄດ້" ສໍາລັບຄົນທີ່ຢາກເວົ້າພາສາອັງກິດໄດ້ໄວ້ ແຕ່ຄວນລະວັງເມື່ອເຮົາເລົ່າຄໍາສັບຮອດ 100 ຄໍາສັບຈະເກີດການສັບສົນເລກນ້ອຍ ແຕ່ເມື່ອຜ່ານເຂົ້າສູ່ 200 ຫຼື ຮອດ 1000 ຄໍາສັບ ສະໝອງ ຫຼື ຮ່າງກາຍເຮົາຈະປັບໂຕໂດຍສັນຊາດຕິຍານ ແລະ ເຮັດໃຫ້ເຮົາສາມາດຄິດວິທີ ຫຼື ສາມາດຈົດຈໍາໄດ້ດີແບບບໍ່ຮູ້ໂຕ.

[໒]. ຝຶກເວົ້າພາສາອັງກິດສະໝໍ່າສະເໝີ
ການຝຶກເວົ້າມີສອງ ວິທີ ຄື : ໑. ເວົ້າກັບໂຕເອງ(ອ່ານເບິ່ງເປັນເລື່ອງຕະລົກ ແຕ່ໄດ້ຜົນດີທີ່ສຸດ) ແລະ ໒. ຝຶກເວົ້າກັບຜູ້ອື່ນ ຖ້າເປັນຝຣັ່ງໄດ້ຍິ່ງດີຈະໄດ້ຄຸ້ນເຄີຍສໍານຽງເຂົາເຈົ້າ



[໓]. ມີເປົ້າໝາຍໃນການຮຽນ
ຕ້ອງມີເປົ້າໝາຍຊັດເຈນວ່າເຮົາຮຽນພາສາອັງກິດເພື່ອຫັຍງ ຖ້າເຮົາຮຽນເພື່ອສື່ສານເຮົາຕ້ອງເນັ້ນການເວົ້າ ແລ້ວຄ່ອຍກ້າວໄປສູ່ການອ່ານ/ຟັງ ແລະ ຂຽນ ແຕ່ຢ່າໄປຄາດຫັວງວ່າຮຽນພາສາອັງກິດຕ້ອງເກັ່ງໝົດ 4 ທັກສະແບບຊື້ຂອງມີໂປຣໂມຊັນ.

[໔]. ຮຽນຮູ້ໄວຍາກອນພາສາອັງກິດແບບທາງລັດ
ຄວາມໝາຍຄື ຮຽນສະເພາະທີ່ຕ້ອງໃຊ້ໂຕຈິງ ເຊິ່ງພາສາອັງກິດມີ 12 ເທັນສ ແຕ່ຮູ້ ຫຼື ບໍ່ວ່າໃນ 12 ເທັນສນໍາໃຊ້ແທ້ໆມີແຕ່ 5-6 ເທັນສເທົ່ານັ້ນ ເຊັ່ນ: present simple tense ,present past tense , present perfect tense, present continuos tens , past perfect tense ແລະ future tense . ສ່ວນໄວຍາກອນອື່ນໆແມ່ນເປັນພຽງສ່ວນປະກອບເຮັດໃຫ້ການໃຊ້ພາສາອັງກິດເປັນມາດຕະຖານ ຫຼື ມີສໍານວນ ເພື່ອປະກອບເປັນປະໂຫຍກ ເຊັ່ນ : if cause , questions tag , active,passive voice ແລະ ຫຼັກການອື່ນໆ.

[ Subject + Verb -Object/complement ]



ສ່ວນຈະຕັ້ງເປັນຄໍາຖາມ ຫຼື ແນວໃດກະຍັງຢູ່ໃນຮູບແບບໂຄງສ້າງເກົ່າຕະຫຼອດ ເຊິ່ງໄວຍາກອນພາສາອັງກິດມີເທົ່າເກົ່າ ແຕ່ຄໍາສັບມີການຄວບຄໍາ ແລະ ມີເປັນລ້ານໆຄໍາສັບໃນແຕ່ລະສາຍອາຊີບ.

[໕]. ອ່ານ, ອ່ານ ແລະ ອ່ານ (ເປັນພາສາອັງກິດ)
ຖ້າມື້ນີ້ເຮົາເລີ່ມອ່ານບົດຄວາມ, ຂ່າວ ແລະ ອື່ນໆເປັນພາສາອັງກີດເຮົາຈະໄດ້ 4 ທັກສະເຂົ້າມາແບບບໍ່ຮູ້ໂຕ. ສະນັ້ນ, ຈົ່ງລິເລີ່ມເປັນນັກອ່ານທີ່ດີ ອ່ານທັງໆທີ່ບໍ່ຮູ້ວ່າຄໍາສັບນັ້ນ ຫຼື ປະໂຫຍກນັ້ນໝາຍຄວາມວ່າແນວໃດ ແຕ່ສຸດທ້າຍ ສັນຊາດຕິຍານຈະເຮັດໃຫ້ເຂົ້າໃຈ ແລະ ຄິດສູດການຮຽນດ້ວຍໂຕເຮົາເອງ.


ທີ່ມາ: Jobsabai 
© ໂຕະນໍ້າຊາ | tonamcha.com
-----------------

Powered by Blogger.