Header Ads

ລັດເອົາໃສ່ໃຫ້ທຸລະກິດSMEເຂົ້າຫາແຫລ່ງທຶນໃຫ້ງ່າຍຂຶ້ນ




ທ່ານ ສົມດີ ອິນມີໄຊ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວໃນກອງປະຊຸມວ່າ:SME ແມ່ນມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ – ສັງຄົມ ແລະ ເປັນພື້ນຖານແຫ່ງການຂັບເຄື່ອນເສດຖະກິດຂອງຊາດ. ຂໍ້ມູນຈາກສູນສະຕິຖິແຫ່ງຊາດ ໃນປີ 2006 ຊີ້ໃຫ້ເຫັນຕົວເລກວິສາຫະກິດ SME ທັງໝົດ 126,697 ຫົວໜ່ວຍ ເຊິ່ງກວມເອົາ 99.8% ຂອງເສດຖະກິດ ເພື່ອປະກອບສ່ວນໃນການສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືການສ້າງປະຖົມປັດໄຈໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ ເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ.
ນອກຈາກນີ້, ການເຂົ້າເຖິງແຫຼ່ງທຶນຂອງ SME ກໍ່ແມ່ນບັນຫາສຳຄັນຕໍ່ການດຳເນີນທຸລະກິດ ແລະ ການຂະຫຍາຍກິດຈະກຳຂອງ SME ລັດຖະບານຈຶ່ງໄດ້ເອົາວຽກງານການປັບປຸງການເຂົ້າເຖິງແຫຼ່ງທຶນເຂົ້າເປັນ 1 ໃນ 13 ກິດຈະກຳສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ.
ຜ່ານມາມີໂຄງການທຸລະກິດ ຫຼື ແຜນທຸລະກິດທີ່ສາມາດສະໜອງສິນເຊື່ອ ບາງທຸລະກິດໄດ້ຈ້າງໃຫ້ບຸກຄົນທີ່ມີຄວາມຮູ້ທາງດ້ານວາງແຜນທຸລະກິດ ຂຽນແຜນໃຫ້ ເພື່ອໃຫ້ໄດ້ຕາມເງື່ອນໄຂຂອງທະນາຄານຮຽກຮ້ອງ ບໍ່ແມ່ນຂຽນແຜນເອົາແຜນໄປປະຕິບັດ ເຊິ່ງເປັນບົດຮຽນທີ່ເຮົາພົບເຫັນ. ທ່ານ ປອ ໄຊເລນດຣາ ນາຣາຍ ທີ່ປຶກສາຕ່າງປະເທດຂອງໂຄງການ A2F ກອງປະຊຸມຄັ້ງນີ້ເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມຕ້ອງການຂອງ SME ໃນດ້ານການບໍລິການ, ພັດທະນາທຸລະກິດ ແລະ ເພື່ອຮູ້ວ່າຝ່າຍຜູ້ສະໜອງ ( ທະນາຄານ, ສະຖາບັນສົ່ງເສີມການເງິນຕ່າງໆ ແລະ ອື່ນໆ ) ການບໍລິການດັ່ງກ່າວແມ່ນສາມາດຕອບສະໜອງໄດ້ຖືກຕ້ອງຕາມຄວາມຕ້ອງການຂອງ SME ຫຼື ບໍ່ ແລະ ເພື່ອສ້າງຄວາມເຂົ້າໃຈ ແລະ ປະເມີນບົດບາດຄວາມສຳຄັນ ແລະ ຄຸນປະໂຫຍດຂອງການບໍລິການ ພັດທະນາທຸລະກິດທີ່ບໍ່ແມ່ນການເງິນ ລະຫວ່າງ SME.

ທີ່ມາ: ເສດຖະກິດ-ການຄ້າ
----------------


Powered by Blogger.