Header Ads

10 ຄໍາແນະນໍາຈາກໝໍສໍາລັບຄົນອາຍຸ 50-60 ປີ ທີ່ຄວນລະວັງ





ນີ້ແມ່ນ 10 ຄໍາແນະນໍາຈາກໝໍສໍາລັບຄົນອາຍຸ 50-60 ປີ ທີ່ຄວນລະວັງ  ເຊິ່ງທີມງານ tonamcha.com ຮຽບຮຽງມານໍາສະເໜີໃຫ້ບັນດາລູກຫຼານ ແລະ ຜູ້ທີ່ອາຍຸ 50-60 ປີ ຄວນລະວັງໂຕເອງ ເພາະເປັນໄວທີ່ສ່ວນຕ່າງໆຂອງຮ່າງກາຍຕ້ອງການເອົາໃຈໃສ່ເປັນພິເສດຫວ່າຄົນໜຸ່ມສາວ.​ 



1. ຢ່າກົມຫົວເປັນເວລາດົນ
2. ເວລາລຸກ ໃຫ້ຢືນຊື່ໆໄວ້ກ່ອນ ເພື່ອໃຫ້ສະໝອງປັບສົມດຸນແລ້ວຄ່ອຍຍ່າງ 
3. ເວລານອນໃຫ້ນອນເທິງຕຽງ , ຄວນເລືອກຕຽງໃຫ້ເໜາະສົມ ແລະ ມີຄວາມສະດວກສະບາຍ
4. ເວລາຕື່ມກາງຄືນໃຫ້ຄ່ອຍພິກໂຕໃນທ່າສະແຄງ ແລ້ວນັ່ງເທິງຕຽງກ່ອນ ແລ້ວໃຊ້ຕິນຢ່ອນລົງພື້ນ ຈິ່ງຍ່າງໄປຫ້ອງນໍ້າ


5. ເວລາເຂົ້າຫ້ອງນໍ້າ ຫ້າມໃສ່ກອນເດັດຂາດ  (ຄວນໃຊ້ປ້າຍບອກວ່າມີຄົນກຳລັງໃຊ້ຫ້ອງນໍ້າ ຖ້າເປັນຫ້ອງນໍ້າລວມໃນເຮືອນ)
6.  ເວລາກັບມາເຂົ້ານອນຕໍ່ ໃຫ້ນັ່ງຂອບຕຽງກ່ອນ ກ່ອນຄ່ອຍໆລົ້ມໂຕລົງນອນ ໃນທ່າສະແຄງຊ້າຍ ຫຼື ຂວາ 
7. ທ່ານອນ ແມ່ນໃຫ້ນອນໃນທ່າສະແຄງຊ້າຍ ແລະ ຂວາ (ສະຫຼັບກັນ) ແລະ ທ່າຫງາຍ
8. ຫ້າມນອນໃນທ່າຄວໍ້າເດັດຂາດ 
9. ໃຫ້ກວດສອບການຊົງໂຕ ຕົວຢ່າງ: ໃຫ້ລອງຢືນນຸ່ງສົ້ງຂາສັ້ນ ໂດຍໃສ່ເທື່ອລະຂ້າງ ຖ້າຢືນໃສ່ແລ້ວລົ້ມ ສະແດງວ່າການຊົງໂຕບໍ່ດີ ຄວນລະມັດລະວັງໃນການຢືນ, ນັ່ງ ແລະ ຍ່າງ. 



10. ເວລາປ່ຽນເຄື່ອງນຸ່ງຫົມຕ້ອງມີບ່ອນອີງ ຫຼື ຫາວຈັບເພື່ອຊ່ວຍໃນການຊົງໂຕ ແຕ່ຫ້າມເດັດຂາດບໍ່ໃຫ້ລົ້ມ
ຖ້າເກີດລົ້ມແລ້ວ: 
80% ຈະມີອາການໜັກ  (ຫຼື ມີອາການໂຊ)
20%  ຈະເຈັບອ໊ອດແອດໆຕະຫຼອດເວລາ. 


ທີ່ມາ: healthyclub 
© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.