Header Ads

ກອງປະຊຸມພາກທຸລະກິດຈີນ-ອາຊຽນ ຄັ້ງທີ 1 ເນັ້ນຫາລືການຄ້າ-ການລົງທຶນເປັນຫຼັກ



ກອງປະຊຸມພາກທຸລະກິດຈີນ-ອາຊຽນ ຄັ້ງທີ 1 (The 1st China-Southeast Asia Business Forum) ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 13 ມິຖຸນາ 2017 ທີ່ຄຸນໝິງ ສປຈີນ ເຊິ່ງມີບັນດາພາກລັດ ແລະ ຜູ້ປະກອບການຈາກ 10 ປະເທດສະມາຊິກອາຊຽນ ລວມທັງພາກທຸລະກິດຈີນເຂົ້າຮ່ວມ  ກອງປະຊຸມຄັ້ງນີ້ໄດ້ເນັ້ນໃສ່ການປຶກສາຫາລືຮ່ວມກັນໃນຂົງເຂດການຄ້າ ແລະ ການລົງທຶນເປັນຕົ້ນຕໍ ເພື່ອສ້າງໃຫ້ອາຊຽນ-ຈີນ ມີຄວາມເຂັ້ມແຂງທາງດ້ານອຸດສາຫະກຳຕ່າງໆໃນຍຸກແຫ່ງການເຊື່ອມໂຍງ.



ຂະນະທີ່ ລາວ ໄດ້ຮັບກຽດເປັນປະທານກອງປະຊຸມໝູນວຽນໄດ້ເຊີນຊວນໃຫ້ພາກທຸລະກິດຈີນ -ອາຊຽນ ມາຮ່ວມລົງທຶນໃນລາວ ແລະ ພ້ອມໃຫ້ການຮ່ວມມືໃນທຸກດ້ານ ຮັບຟັງການລາຍງານຈາກບັນດາຜູ້ຕາງໜ້າຂອງແຕ່ລະປະເທດ ແລະ ມີການປຶກສາຫາລືຮ່ວມກັນເພື່ອສ້າງຄວາມເຂັ້ມແຂງທາງດ້ານການຄ້າ-ການລົງທຶນຂອງຈີນ-ອາຊຽນ ໃຫ້ມີຄວາມໜັກແໜ້ນຢ່າງຕັ້ງໜ້າ, ແນໃສ່ເຮັດໃຫ້ເສດຖະກິດຂອງບັນດາປະເທດອາຊຽນເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ. ສຳລັບຫົວທີ່ປຶກສາຫາລືກັນໃນຄັ້ງນີ້ ປະກອບມີ: ການຮ່ວມມືທາງດ້ານພະລັງງານ, ການເປັນຄູ່ຄ້າຮ່ວມກັນ, ການລົງທຶນໃນຂົງເຂດອຸດສາ ຫະກຳ, ການຮ່ວມມືລະຫວ່າງພາກທຸລະກິດດ້ວຍກັນ ການແລກປ່ຽນ ແລະ ການສະໜອງຂໍ້ມູນ-ຂ່າວສານ ເພື່ອເຮັດໃຫ້ພາກທຸລະກິດໄດ້ມີທາງເລືອກໃນການລົງທຶນໃນຂະແໜງການຕ່າງໆໃນຍຸກຂອງການເຊື່ອມໂຍງ  ກອງປະຊຸມຍັງໄດ້ເປີດໂອກາດໃຫ້ຜູ້ປະກອບການແຕ່ລະປະເທດໄດ້ມີການຈັບຄູ່ທຸລະກິດ ໂດຍສະເພາະແມ່ນນັກທຸລະກິດຈີນ ກັບ ບັນດາປະເທດສະມາຊິກອາຊຽນ. ຄຽງຄູ່ກັນນັ້ນ ພາກລັດຂອງແຕ່ລະປະເທດກໍ່ໄດ້ມີການຫາລືຮ່ວມກັນ ແລະ ຊຸກຍູ້ສົ່ງເສີມໃຫ້ທຸລະກິດຈາກຈີນໄປລົງທຶນໂດຍກົງ ຫຼື ຮ່ວມລົງທຶນກັບຜູ້ປະກອບການໃນ 10 ປະເທດອາຊຽນຫຼາຍຂຶ້ນ.

ທີ່ມາ ວິທະຍຸກະຈາຍສຽງແຫ່ງຊາດ
© ໂຕະນໍ້າຊາ | tonamcha.com  

__________


Powered by Blogger.