ເຈົ້າໜ້າທີ່ຢືນຢັນພົບຜູ້ເສຍຊີວິດແລ້ວ 6 ຄົນ, ບາດເຈັບ 74 ຄົນ ແລະ 20 ບາດເຈັບສາຫັດ
ສຳນັກຂ່າວຕ່າງປະເທດລາຍງານເຫດໄຟໄໝ້ ອະພາດເມັ້ນ Grenfell Tower ສູງ 24 ຊັ້ນ ມີຜູ້ເສຍຊີວິດແລ້ວ 6 ຄົນ, ບາດເຈັບ 74 ຄົນ ແລະ 20 ບາດເຈັບສາຫັດ ເຊິ່ງຜູ້ບາດເຈັບເຫຼົ່ານັ້ນແມ່ນຖືກນໍາສົ່ງໄປໂຮງໜໍເພື່ອທໍາການຮັກສາແລ້ວ.
ສ່ວນຄວາມເສຍຫາຍ ແລະ ສາເຫດຍັງຢູ່ໃນຂະບວນກວດສອບ ແລະ ລວບລວມຂໍ້ມູນຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ. ສໍາລັບອັກຄິໄຟໃນຄັ້ງນີ້ຖືກເປັນເຫດການໜັກສົມຄວນໂດຍເຈົ້າໜ້າທີ່ລະດົມນັກດົບເພີງເຖິງ 250 ຄົນເຂົ້າປະຕິບັດການໃນຄັ້ງນີ້.
ສໍາລັບເຫດການໄຟໄໝ້ ອະພາດເມັ້ນ Grenfell Tower ໃນຄັ້ງນີ້ ຄາດວ່າຈໍານວນຜູ້ເສຍຊີວິດອາດມີໂຕເລກເພີ່ມຂື້ນ ໂດຍຈໍານວນຜູ້ທີ່ຄາດວ່າຕິດໃນ ອະພາດເມັ້ນມີເຖິງ 600 ຄົນ ແລະ ຈໍານວນຜູ້ສູນຫາຍກໍຍັງມີຈໍານວນຫຼາຍ.
© ໂຕະນໍ້າຊາ | tonamcha.com
___________
Post a Comment