Header Ads

ຜູ້ປົກຄອງຄວນລະວັງ...! ໄທພົບໄສ້ກອກ 93% ມີຂີ້ເຈຍເຈືອປົນ




ໃນວັນທີ 4 ພຶດສະພາ ທີ່ຜ່ານມາ ວາລະສານສະຫຼາດຊື້ ມູນນິທິເພື່ອຜູ້ບໍລິໂພກ (ໄທ) ໄດ້ຖະແຫຼງຜົນການທົດສອບປະລິມານສານໄນເຕຣດ ແລະໄນໄຕຣ ໃນໃສ້ກອກ ຂຶ້ນທີ່ມູນນິທິດັ່ງກ່າວ.

ນາງ ມົນລືດີ ໂພອິນ ນັກວິຊາການດ້ານວິທະຍາສາດ ມູນນິທິເພື່ອຜູ້ບໍລິໂພກ ກ່າວວ່າ ສູນທົດສອບຂອງວາລະສານສະຫຼາດຊື້ສຸ່ມເລືອກທົດສອບປະລິມານສານໄນເຕຣດແລະໄນໄຕຣຈາກຕົວຢ່າງໄສ້ກອກໃນທ້ອງຕະຫຼາດ 15 ຕົວຢ່າງ ໂດຍມີພຽງຍີ່ຫໍ້ດຽວຄື ຄັອກເທວຊອດເຊດ ກາໄທຊອດເຊດ ຂອງບໍລິສັດ ໄທ-ເຢຍລະມັນ ມີດ ໂປຣດັກ ຈຳກັດ ທີ່ບໍ່ພົບທັງໃນເຕ/ຮດແແລະໄນໄຕຣ.

ຂະນະທີ່ອີກ 14 ຍີ່ຫໍ້ ຫຼືກວ່າ 93.33% ມີການເຈືອປົນຂອງສານດັ່ງກ່າວ

ໄສ້ກອກ 93.33% ຫຼືຈຳນວນ 11 ຍີ່ຫໍ້ໃສ່ສານໄນເຕຣດແລະໄນໄຕຣ ແຕ່ບໍ່ເກີນມາຕະຖານທີ່ສຳນັກງານຄະນະກຳມະການອາຫານແລະຢາ (ອຢ) ໄທກຳໜົດ ຄື:ນໄນເຕຣດແລະໄນໄຕຣ ແຕ່ບໍ່ເກີນມາຕະຖານທີ່ສຳນັກງານຄະນະກຳມະການອາຫານແລະຢາ (ອຢ) ໄທກຳໜົດ ຄື:


1. ບີລັກກີ້
2. ມິສເຕີ ຊອດເຊດ
3. ບຸດເຊີ
4. JPM
5. ເຊເວ່ນ ເຟຣັດ
6. TGM
7. My Choice
8. BMP
9. S&P
10. Pork

11. ເບທາໂກຣ

ສ່ວນ 3 ຍີ່ຫໍ້ ຫຼື 20% ພົບປະລິມານສານດັ່ງກ່າວເກີນມາຕະຖານຄື໊:

1. ເອໂຣ່
2. NP

3. ບາງກອກແຮມ

“ສານໄນໄຕຣແລະໄນເຕຣດ ຄື ຂີ້ເຈຍ ໃຊ້ເພື່ອຟອກສີຊີ້ນສັດໃຫ້ມີສີສົດ ຖືເປັນການຖະໜອມອາຫານແບບໜຶ່ງໂດຍໃຊ້ສານກັນບູດ ແລະຢຸດຢັ້ງເຊື້ອແບັກທີເຣຍທີ່ເຮັດໃຫ້ອາຫານເນົ່າໄວ ເຊິ່ງຍັງບໍ່ມີຜົນແນ່ນອນວ່າຈະເຮັດໃຫ້ເກີດມະເຮັງຫຼືບໍ່ ແຕ່ຖ້າໄດ້ຮັບປະລິມານຫຼາຍເກີນຄ່າມາຕະຖານ ສຳລັບຄົນທີ່ແພ້ສານດັ່ງກ່າວ ກໍຈະມີອາການປວດຮາກ ຮາກ ປວດປົວ ວິນຫົວ ຈາກການໄດ້ຮັບພິດກະທັນຫັນ”.

ທີ່ມາ:  laospost 
© ໂຕະນໍ້າຊາ | tonamcha.com 

-----------------


Powered by Blogger.