ສປປ ລາວ ຈະເປັນສ່ວນໜຶ່ງ ໃນຂະບວນຮັກສາ ສັນຕິພາບ-ເປີດກວ້າງ ສູ່ໂລກພາຍນອກ
ໃນຍຸກໂລກາພິວັດ ແລະ ການເຊື່ອມໂຍງນີ້, ສປປ ລາວ ຈະເປັນສ່ວນໜຶ່ງ ເຖິງຈະເປັນສ່ວນນ້ອຍໆກໍຕາມ ຂອງຂະບວນການ ປົກປັກຮັກສາ ສັນຕິພາບ, ເສີມສ້າງມິດຕະພາບ, ເປີດກວ້າງປະເທດ ອອກສູ່ໂລກພາຍນອກ ແລະ ຍິນດີຮັບເອົາການ ສະໜັບສະໜູນ, ຊ່ວຍເຫລືອ, ການລົງທຶນຈາກພາຍນອກ, ພ້ອມນີ້ ຈະຕັ້ງໜ້າປະຕິບັດພັນທະຂອງຕົນ ໃນການເປັນສະມາຊິກ ທີ່ດີ ຂອງອົງການຈັດຕັ້ງສາກົນ ແລະ ພາກພື້ນ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວປາໄສໃນກອງປະຊຸມສາກົນກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 23ທີ່ປະເທດຍີ່ປຸ່ນໂດຍລະບຸຕື່ມວ່າ: ລັດຖະບານ ລາວ ຈະສຸມໃສ່ຈັດຕັ້ງປະຕິບັດ ວິໄສທັດ 2030 ແລະ ຍຸດທະສາດ 2025 ແລະ ແຜນ 5 ປີ 2020 ໃນການພັດທະນາປະເທດ ແລະ ມີເປົ້າໝາຍພັດທະນາ ປະເທດຕາມທິດຍືນຍົງ ແລະ ສີຂຽວ, ພ້ອມທັງຫັນເອົາ 17 ເປົ້າໝາຍ ການພັດທະນາແບບຍືນຍົງ (SDG) ຂອງສະຫະປະຊາຊາດ ເຂົ້າເປັນແຜນງານ ລະດັບຊາດ ຂອງຕົນຢ່າງຕັ້ງໜ້າ. ພ້ອມນັ້ນ, ສປປ ລາວ ກໍໄດ້ຮັບຮອງເອົາເປົ້າໝາຍທີ 18 ຄື: ຊີວິດທີ່ປອດໄພຈາກ ລະເບີດບໍ່ທັນແຕກ ເພີ່ມເຂົ້າເປັນເປົ້າໝາຍ ການພັດທະນາແບບຍືນຍົງ ຂອງປະເທດ ເພື່ອຈະສ້າງສະພາບແວດລ້ອມ ພາຍໃນ ແລະ ສາກົນ ທີ່ໝັ້ນທ່ຽງ ເພື່ອສໍາເລັດເປົ້າໝາຍ ແຫ່ງການພັດທະນາຂອງຕົນ.
ທ່ານ ທອງລຸນ ສີສຸລິດ ຊີ້ໃຫ້ເຫັນຕື່ມວ່າ: ອາຊີ ຈະເດີນໜ້າໄປສູ່ ອະນາຄົດອັນແຈ່ມໃສ ແລະ ຈະເຫັນ ສັດຕະວັດທີ 21 ນີ້ ເປັນສັດຕະວັດ ຂອງອາຊີທີ່ແທ້ຈິງ, ເພາະອາຊີ ມີຄວາມສາມາດບົ່ມຊ້ອນ ໃນທຸກໆດ້ານ ທີ່ຈະພາໃຫ້ກ້າວໄປຢ່າງບໍ່ຢຸດຢັ້ງ, ອາຊີ ຈະເປັນສ່ວນສໍາຄັນ ເພື່ອຂັບເຄື່ອນ ຂະບວນວິວັດຂອງໂລກາພິວັດໄດ້. ໂດຍທົ່ວໄປແລ້ວ ໃນອະດີດ, ອາຊີຂອງພວກເຮົາ ເຄີຍໄດ້ຮັບເຄາະຮ້າຍ ຈາກຄວາມຂັດແຍ່ງ ຢູ່ໃນຂົງເຂດຕ່າງໆຂອງໂລກ, ແຕ່ອາຊີ ຍັງໄດ້ມີຄວາມສາມາດ ແກ້ໄຂບັນຫາຂອງອາຊີເອງໄດ້ ຕະຫລອດໄລຍະທີ່ຜ່ານມາ. ເຖິງວ່າມີປະຫວັດຄວາມເປັນມາ ທີ່ຂຶ່ນຂົມຫລາຍຢ່າງ, ແຕ່ດ້ວຍສັດຈະທໍາ ທີ່ວ່າຄົນອາຊີ ແມ່ນຄົນຮັກສັນຕິພາບ, ມັກຄວາມສະຫງົບ, ໄຝ່ຫາການພັດທະນາ ແບບຍືນຍົງ, ຮ່ວມກັນ, ມີນໍ້າໃຈຊ່ວຍເຫລືອເກື້ອກູນກັນ, ສະແຫວງຫາຄວາມເປັນມິດກັບ ທຸກປະເທດໃນໂລກນັ້ນ, ອາຊີ ຈະກ້າວໄປຕາມກະແສໂລກາພິວັດ.
ບົນຈິດໃຈດັ່ງກ່າວ, ນາຍົກລັດຖະມົນຕີ ເຫັນວ່າ: ພາກພື້ນອາຊີ ຈະຕ້ອງໄດ້ຄໍານຶງ ເຖິງບັນຫາ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືທີ່ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ແລະ ຄວນຖືບັນ ຫານີ້ ເປັນສິ່ງສຳຄັນແຖວໜ້າ ໃນຍຸກໂລກາພິວັດ ແລະ ເຊື່ອມໂຍງນີ້ ເຊິ່ງທຸກປະເທດໃນອາຊີ ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ 3 ປະການ ຄື: ຕ້ອງເພີ່ມທະວີ ຄວາມພະຍາຍາມ ໃນການຮັບປະກັນ ສັນຕິພາບ ແລະ ຄວາມໝັ້ນຄົງ ດ້ວຍການແກ້ໄຂບັນຫາ ຂໍ້ຂັດແຍ່ງຕ່າງໆ ໂດຍສັນຕິວິທີ, ຫລີກລ້ຽງການໃຊ້ກຳລັງ ຫລື ການນາບຂູ່ ດ້ວຍກຳລັງທຸກຮູບແບບ, ສົງຄາມມີແຕ່ຈະນໍາ ຄວາມຫາຍຍະນະ ມາສູ່ພາກພື້ນ ແລະ ບັນດາປະເທດຕ່າງໆ; ເພີ່ມທະວີການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ດ້ານການພັດທະນາ ເພື່ອຮັດແຄບຄວາມແຕກໂຕນກັນ, ໃຫ້ທຸກປະເທດເຫັນຜົນໄດ້ ຂອງຂະບວນວິວັດ ຂອງໂລກາພິວັດ ແລະ ຜົນໄດ້ຂອງ ການເຊື່ອມໂຍງ, ເຊື່ອມຈອດທີ່ເປັນປະໂຫຍດ; ອາຊີ ຄວນຫັນເອົາຄວາມແຕກຕ່າງ ແລະ ຄວາມຫລາກຫລາຍ ໃຫ້ກາຍເປັນກໍາລັງແຮງ ແຫ່ງການຮ່ວມມື ໃຫ້ແກ່ການພັດທະນາ, ສາມາດເປັນປະຊາຄົມ ແຫ່ງການຮຽນຮູ້, ແບ່ງປັນ, ຊ່ວຍເຫລືອກັນໄດ້ ເພື່ອກ້າວສູ່ການເປັນໂລກາພິວັດ.
ຂ່າວ:ຣາຊະວົງ / ຂປລ
© ໂຕະນໍ້າຊາ | tonamcha.com
___________
Post a Comment