Header Ads

ກາຕ້າມີຄວາມສ່ຽງ ອາດບໍ່ໄດ້ເປັນເຈົ້າພາບການແຂ່ງຂັນເຕະບານໂລກ 2022




ສຶບເນື່ອງຈາກກຸ່ມປະເທດຕາເວັນອອກກາງ ພ້ອມກັບຕັດສາຍສໍາພັນທາງການທູດກັບປະເທດກາຕ້າ ເຮັດໃຫ້ປະເທດເຂົ້າສູ່ພາວະວິກິດ  ເຊິ່ງແນ່ແນນ ຕອນນີ້ການກໍ່ສ້າງສະໜາມ ແລະ ບັນດາໂຄ້ງສ້າງພື້ນຖານ ເລີ່ມປະສົບບັນຫາດ້ານວັດສະດຸການກໍ່ສ້າງ ເພາະວັດສະດຸການກໍ່ສ້າງຕ້ອງນໍາເຂົ້າທາງລົດຕ້ອງຜ່ານດ່ານປະເທດ Saudi arabia ແລະ ທາງເຮືອແມ່ນຕ້ອງຕິດຢູ່ທ່າເຮືອ UAE ເຊິ່ງກາຕ້າມີທາງເລືອກຢູ່ບໍ່ເທົ່າໃດທາງ  ແນ່ນອນ ໜຶ່ງໃນທາງເລືອກແມ່ນຂົນສົງຜ່ານທ່າເຮືອຄູເວດ ແລະ ໂອມານ ແຕ່ກໍບັນດາປະເທດເລົ່ານັ້ນຍັງຕັດສາຍສໍາພັນຢູ່ນະຂະນະນີ້.  ຄວາມທ້າທາຍຂອງ ກາຕ້າ ແມ່ນວັດດຸການກໍ່ສ້າງສະໜາມ ແລະ ພື້ນຖານໂຄງສ້າງຕ່າງໆໃນສ້າງກໍາລັງໝົດລົງ ນັ້ນໝາຍຄວາມວ່າການກໍ່ສ້າງ ຕ້ອງຢຸດລົງທັນທີ  ເຊິ່ງອາດສົ່ງຜົນໃຫ້ສະໜາມ ແລະ ສິ່ງອໍານວຍຄວາມສະດວດບໍ່ສາມາດສໍາເລັດຕາມແຜນ. 


ສ່ວນຂອງລັດຖະບານຂອງ ກາຕ້າ ກໍ່ມິດງຽບ ໂດຍບໍ່ມີການຖະແຫຼງຂ່າວ ຫຼື ຖະແຫຼງນະໂຍບາຍໃດໆພາຍຫຼັງຊາດອາລັບ ຕັດສາຍສຳພັນທາງການທູດ.


ອີກໜື່ງບັນຫາຂອງ ກາຕ້າ ແມ່ນການແຂ່ງຂັນ Gulf Cup of Nations 2017 ທີ່ກຳລັງຈະເກີດຂື້ນໃນຕົ້ນປີ 2018 ນີ້ໂດຍ ກາຕ້າ ເປັນເຈົ້າພາບຈັດງານ ແຕ່ປະເດັ່ນຢູ່ທີ່ ປະເທດທີ່ເຂົ້າຮ່ວມ 4 ປະເທດພັດດັນເປັນປະເທດທີ່ຕັດສາຍສໍາພັນກັບ ກາຕ້ານະຕອນນີ້.  ສ່ວນບັນຫາໃຫຍ່ແມ່ນການຈັດການແຂ່ງຂັນເຕະບານໂລກ 2022 ກໍມີຫຼາກຫຼາຍເລື່ອງຕ້ອງສະສາງກ່ອນເລີ່ມງານ ບໍ່ວ່າຈະເປັນເລື່ອງຂອງເສັ້ນທາງການບິນທີ່ນ້ານຟ້າຂອງ ກາຕ້າ ອາດບໍ່ພຽງພໍຕໍ່ຄົນທີ່ຈະລັ່ງໄຫຼໄປຊົມການແຂ່ງຂັນ, ສິ່ງອໍານວຍຄວາມສະດວກ, ຄວາມປອດໄພ, ເຄື່ອງອຸປະໂພກບໍລິໂພກ  ແລະ ອື່ນໆ ທີ່ອາດເຮັດໃຫ້ ກາຕ້າ ຖືກຕັດສິດຈາກການເປັນເຈົ້າພາບການແຂ່ງຂັນເຕະບານໂລກ 2022 ນີ້.






© ໂຕະນໍ້າຊາ | tonamcha.com  
___________







Powered by Blogger.