Header Ads

ສູດຄິດໄລ່ລວງສູງຂອງລູກນ້ອຍໃນອະນາຄົດ


ພໍ່ແມ່ຫຼາຍຄົນອານມີຄໍາຖາມ ແລະ ຢາກຮູ້ວ່າລູກຂອງໂຕເອງໃຫຍ່ຂື້ນຈະມີເປັນຄົນສູງ ຫຼຶ ເປັນຄົນເຕັ້ຍ  ແຕ່ລ່າສຸດສໍານັກຂ່າວ dailymail.co.uk ເຜີຍແຜຮສູດການຄິດໄລ່ຄວາມສູງດ້ວຍສູດຄິດໄລ່ຍິງຊາຕ່າງກັນລຸ່ມນີ້.

ການຄິດໄລ່ລວງສູງຂອງເດັກນ້ອຍຜູ້ຊາຍ

ໃຫ້ເອົາລວງສູງຂອງພໍ່ກັບແມ່ ມາບວກກັນ ແລະ ບວກເພີ່ມໄປອີກ 13 ຊັງຕິແມັດ ຈາກນັ້ນນຳມາຫານ 2
ຕົວຢ່າງ:  ພໍ່ສູງ 175 ແມ່ສູງ 165 ກໍຈະໄດ້ເທົ່າກັບ 175+165+13 = 353 ແລ້ວໄປຫານດ້ວຍ 2 ເທົ່າກັບ 176.5 ຜົນຮັບໄດ້ກໍຄືລວງສູງຂອງລູກຊາຍໃນອະນາຄົດ



ການຄິດໄລ່ລວງສູງຂອງເດັກນ້ອຍຍິງ

ໃຫ້ນຳລວງສູງຂອງພໍ່ກັບແມ່ ມາບວກກັນ ແລະ ລົບດ້ວຍ 13 ຊັງຕິແມັດ ຈາກນັ້ນນຳມາຫານ 2

ຕົວຢ່າງ:   ພໍ່ສູງ 175 ແມ່ສູງ 165 ກໍຈະໄດ້ເທົ່າກັບ 175+165-13 = 327 ນຳໄປຫານດ້ວຍ 2 ເທົ່າກັບ 163.5 ຜົນຮັບທີ່ໄດ້ກໍຄືລວງສູງຂອງລູກສາວໃນອະນາຄົດ


ການຄາດຄະເນລວງສູງດັ່ງກ່າວນີ້ ເດັກຕ້ອງໄດ້ຮັບໂພດນາການທີ່ດີ ແລະການອອກກຳລັງກາຍທີ່ເໝາະສົມ ນັ້ນໝາຍຄວາມວ່າ ນອກຈາກແຊນ ຫລື ກຳມະພັນຂອງພໍ່ແມ່ແລ້ວ ສິ່ງແວດລ້ອມຍັງມີຜົນສຳຄັນຕໍ່ລວງສູງຂອງເດັກອີກດ້ວຍ ສັງເກດຈາກເດັກທີ່ຂາດສານອາຫານ ແລະສຸກຂະພາບບໍ່ດີຕັ້ງແຕ່ເດັກຈະສົ່ງຜົນໃຫ້ເດັກມີຮູບຮ່າງນ້ອຍ ແລະເຮັດໃຫ້ລວງສູງບໍ່ເປັນໄປຕາມເກນອີກນຳ.


ທີ່ມາ: dailymail.co.uk
© ໂຕະນໍ້າຊາ | tonamcha.com   
___________

Powered by Blogger.