Header Ads

ນັກລົງທຶນຈີນໃຫ້ຄໍາໝັ້ນສັນຍາຈະປູກໝາກໄມ້ໃຫ້ໝາກຢູ່ເມືອງຫີນເຫີບ



ແຂວງວຽງຈັນເປີດໄຟຂຽນໃຫ້ນັກລົງທຶນຈີນເຂົ້າມາປູກໄມ້ໃຫ້ໝາກແບບປະສົມປະສານຢູ່ເມືອງຫີນເຫີບໂດຍມີມູນຄ່າ 1 ລ້ານໂດສະຫະລັດ ຂະນະທີ່ ລັດຖະບານລາວຫາກໍປະກາດສັ່ງຢຸດຕິໂຄງການປູກກ້ວຍຫອມທົ່ວປະເທດ ພາຍຫລັງພົບການໃຊ້ສານເຄມີອັນຕະຫລາດ. 

ພິທີເຊັນສັນຍາອະນຸຍາດການລົງທຶນຢ່າງເປັນທາງການມີຂຶ້ນໃນວັນທີ 22 ມິຖຸນາ ທີ່ຜ່ານມາລະຫວ່າງທ່ານ ສຸກັນ ວິໄຣ ຫົວໜ້າພະແນກແຜນການ-ການລົງທຶນແຂວງວຽງຈັນ ແລະ ທ່ານ ທາວ ຊິນຍີປະທານບໍລິສັດຊິນຮວງຕາວຕີງອີ້ການຄ້າຈຳກັດ,ໂຄງການນີ້ມີມູນຄ່າການລົງທຶນ 1ລ້ານໂດລາ.

ຫວ່າງພິທີເຊັນສັນຍາຄັ້ງນີ້ ນັກລົງທຶນຈີນກໍໃຫ້ຄໍາໝັ້ນສັນຍາວ່າຈະບໍ່ປູກກ້ວຍເພື່ອຫວັງຜົນກຳໄລໃນໄລຍະສັ້ນເດັດຂາດ ແຕ່ໂຄງການຂອງຕົນຈະສຸມໃສ່ປູກໄມ້ໃຫ້ໝາກແບບປະສົມປະສານ ປະກອບດ້ວຍປູກໝາກມ່ວງ,ໝາກລີ້ນຈີ່ ແລະ ໝາກລຳໄຍ ເຊິ່ງຈະຈັດຕັ້ງປະຕິບັດຢູ່ບ້ານຄອນແກ້ວ ເມືອງເມືອງຫີນເຫີບແຂວງວຽງຈັນ ໃນເນື້ອທີ່ 150 ເຮັກຕາໂດຍມີໄລຍະການສຳປະທານ 30 ປີນັບແຕ່ມື້ເຊັນສັນຍາເປັນຕົ້ນໄປຫຼັງຈາກນັ້ນແມ່ນສົ່ງດິນດັ່ງກ່າວຄືນໃຫ້ລັດ.

ທ່ານ ທາວ ຊິນຍີ ປະທານບໍລິສັດຊິນຮວງຕາວຕີງອີ້ການຄ້າຈຳກັດກ່າວວ່າ: ໂຄງການນີ້ເປັນໂຄງການປູກໄມ້ໃຫ້ໝາກແບບປະສົມປະສານໂດຍຈະນຳໃຊ້ເຕັກນິກວິທະນາສາດເຂົ້າໃນການຜະລິດບໍ່ນຳໃຊ້ເຄມີທີ່ເປັນອັນຕະລາຍຜູ້ທຳການຜະລິດ,ຕໍ່ປະຊາຊົນບໍລິເວນໄກ້ຄຽງ ແລະໃນໂຄງການນີ້ຈະບໍ່ປູກໝາກກ້ວຍທີ່ໃຊ້ສານເຄມີເພື່ອຫວັງຜົນກຳໄລໃນໄລຍະສັ້ນເດັດຂາດ.

ສ່ວນການປູກຕົວຈິງແມ່ນຈະເລີ່ມລົງມືໃນຕົ້ນລະດູຝົນປີໜ້າໃນຈຳນວນ 150 ເຮັກຕາ ນີ້ແມ່ນຈະປູກໝາກມ່ວງ 50% ຂອງເນື້ອທີ່ ຄາດວ່າ5ປີຈະໄດ້ເກັບຜົນຜະລິດຂາຍ,70%ແມ່ນສົ່ງໄປຈີນອີກ30%ແມ່ນຂາຍພາຍໃນ,ດ້ານແຮງງານແມ່ນຈະນຳໃຊ້ປະຊາຊົນຢູ່ບ້ານຄອນແກ້ວແລະບ້ານໄດ້ຄຽງເຊິ່ງໂຄງການມີຄວາມຕ້ອງການແຮງງານຢ່າງໜ້ອງ50ຄົນຂຶ້ນໄປ,ສ່ວນວິຊາກການແມ່ນນຳໃຊ້ຄົນຈີນ.


ທີ່ມາ:  ສີຫຼວງລາດ. 
© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.