Header Ads

ຄລິບວິດີໂອການຊຸກຊ້ອນຢາບ້າໃນໝາກເຜັດ ຂອງຜູ້ຄ້າຂາຍສິ່ງເສບຕິດ


ປັດຈຸບັນຫຼາຍປະເທດໃນໂລກນີ້ກໍາລັງປະເຊີນກັບໄພຄຸກຄາມທີ່ທ້າທາຍທີ່ສຸດໃນການພັດທະນາເສດຖະກິດ-ສັງຄົມ ເຊິ່ງໜຶ່ງໃນນັ້ນແມ່ນການຄ້າຂາຍສິ່ງເສບຕິດທີ່ລັດຖະບານຫຼາຍປະເທດພະຍາຍາມຊອກວິທິເພື່ອມາແກ້ໄຂ, ສະກັດກັ້ນ ແລະ ປາບປາມໃຫ້ໝົດໄປຈາກສັງຄົມຂອງແຕ່ລະປະເທດ ແຕ່ເບິ່ງຄືວ່າຍິ່ງປາບ ຍິ່ງເພີ່ມຂື້ນຂອງຈໍານວນຜູ້ເສບ ແລະ ຜູ້ຂາຍ.



ສິ່ງທີ່ໜ້າສົນໃຈຄືຮູບແບບ ແລະ ວີທີຂອງຜູ້ຄ້າຂາຍສິ່ງເສບຕິດ ພັດມິການປ່ຽນຮູບແບບ, ຮູບການ ແລະ ຮູບຊົງຈົນເຮັດໃຫ້ທາງເຈົ້າໜ້າທີ່ຕ້ອງໃຊ້ຄວາມພະຍາຍາມໃນການຕິດຕາມເບາະແສ ແລະ ເສັ້ນທາງຂະບວນການຜູ້ຄ້າຂາຍສິ່ງເສບຕິດຢູ່ຕະຫຼອດ ເຊິ່ງກຸ່ມຄົນພວກນີ້ມັກຈະຊຸກຊ້ອນ ແລະ ຈັດສົ່ງຢ້າບ້າໄປຫາຈຸດໜາຍດ້ວຍຮູບການແປກຂື້ນທຸກມື້ ແລະ ຍາກຕໍ່ການຄິດຕາມ ເຊິ່ງໜຶ່ງໃນລ້ານວິທີນັ້ນແມ່ນວິທີການລຸ່ມນີ້. 







© ໂຕະນໍ້າຊາ | tonamcha.com  
___________









Powered by Blogger.