Header Ads

ສານຂອງທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເນື່ອງໃນ ໂອກາດວັນສາກົນ ຕ້ານຢາເສບຕິດ ວັນທີ 26 ມິຖຸນາ 2017



ໃນ​ທ່າມກາງ​ທີ່​ທົ່ວ​ພັກ, ທົ່ວ​ລັດ ​ແລະ ທົ່ວ​ງປວງ​ຊົນ​ລາວ ​ພວມ​ຫ້າວຫັນ​ຈັດຕັ້ງປະຕິບັດ​ ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ X ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຢ່າງ​ຟົດຟື້ນນັ້ນ, ພວກ​ເຮົາ​ຈະ​ໄດ້​ພ້ອມ​ກັນ​ ກັບ​ປະຊາ​ຊາດ​ໃນ​ທົ່ວ​ໂລກ ​ສະ​ເຫລີ​ມສະຫລອງ​ ວັນ​ສາກົນ​ຕ້ານ​ຢາ​ເສບ​ຕິດ​ ຄົບຮອບ 30 ປີ ວັນ​ທີ 26 ມິຖຸນາ 2017 ​ເຊິ່ງຖື​ເປັນ​ໂອກາດ​ ແຫ່ງ​ການສະ​ເໜີ​ຜົນງານ ​ໃນ​ການ​ຕໍ່ສູ້​ເພື່ອ​ສະກັດ​ກັ້ນ, ຕ້ານ ​ແລະ ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ທີ່ ​ພັກ-ລັດ ​ແລະ ປະຊາຊົນ​ລາວ ​ບັນດາ​ເຜົ່າ​ ໄດ້​ດຳ​ເນີນ​ໃນ​ໄລຍະ 1 ປີຜ່ານມາ ​ແລະ ສະ​ເໜີ​ທິດ​ທາງ​ເພື່ອ ​ຈັດຕັ້ງປະຕິບັດ​ ໃນ​ຊຸມ​ປີ​ຕໍ່ໜ້າ.

ເປັນ​ທີ່​ຊາບ​ນຳ​ກັນ​ແລ້ວ​ວ່າ: ຢາ​ເສບ​ຕິດ​ແມ່ນ​ ບັນຫາ​ກວມ​ລວມຂອງ​ໂລກ ​ທີ່​ເປັນ​ໄພ​ອັນຕະລາຍ​ ຕໍ່​ມວນ​ມະນຸດ, ​ເປັນ​ບໍ່​ເກີດ​ແຫ່ງ​ການ ​ກໍ່​ອາ​ຊະ​ຍາ​ກຳ, ກາ​ນສໍ້​ລາດ​ບັງ​ຫລວງ, ກົດ​ໜ່ວງ​ທ່ວງດຶງ​ ການ​ສ້າງສາ​ພັດທະນາ​ ເສດຖະກິດ-ສັງຄົມ​ ຂອງ​ຊາດ ທັງ​ສ້າງ​ຄວາມ​ເສຍ​ຫາຍ​ ຢ່າງ​ໃຫຍ່​ຫລວງ​ຕໍ່​ບຸກຄົນ ​ແລະ ຄອບຄົວ​ ຜູ້​ຕົກ​ເປັນ​ທາດ​ຂອງ​ມັນ.

ຍ້ອນ​ແນວ​ນັ້ນ, ​ໃນ​ຊຸມ​ປີຜ່ານມາ​ ຈົນ​ເຖິງ​ປັດຈຸບັນ, ພັກ ​ແລະ ລັດຖະບານ​ເຮົາ ​ຈຶ່ງ​ໄດ້​ຖື​ເອົາ​ການ​ ສະກັດ​ກັ້ນ, ຕ້ານ ​ແລະ ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ ເປັນ​ໜ້າ​ທີ່​ສຳຄັນ ​ແລະ ​ໄດ້​ຊີ້​ນຳ-ນຳພາ ​ການຈັດຕັ້ງປະຕິບັດ ​ວຽກ​ງານ​ດັ່ງກ່າວ​ຢ່າງ​ຈົດ​ຈໍ່ ​ແລະ ຈິງ​ຈັງ​ຕະຫລອດ​ມາ. ພວກ​ເຮົາ​ໄດ້​ເອົາ​ໃຈ​ໃສ່​ ສຶກສາ​ອົບຮົມ​ ໃຫ້​ປະຊາຊົນ​ບັນດາ​ຊັ້ນຄົນ ​ເປັນຕົ້ນຊາວ​ໜຸ່ມ-​ເຍົາວະ​ຊົນ​ ໄດ້​ຮັບ​ຮູ້-​ເຂົ້າ​ໃຈ​ ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ພິດ​ໄພ ​ແລະ ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ, ​ໄດ້​ໂຄສະນາ​ເຜີຍ​ແຜ່ ​ແນວທາງ​ນະ​ໂຍບາຍ, ກົດໝາຍ, ລະບຽບ​ການ ​ແລະ ມະຕິ​ຄຳ​ສັ່ງ​ຂອງ​ ພັກ-ລັດ ​ກ່ຽວ​ກັບ​ບັນຫາ​ຢາ​ເສບ​ຕິດ​ ຢ່າງ​ຕໍ່​ເນື່ອງ ​ແລະ ​ເປັນ​ປົກກະຕິ. ພວກ​ເຮົາ​ໄດ້​ຊ່ວຍ​ເຫລືອ ​ແລະ ສ້າງ​ເງື່ອນ​ໄຂ​ ໃຫ້​ບັນດາ​ຄອບຄົວ ​ປະຊາຊົນ​ເຜົ່າ​ຕ່າງໆ​ ຢູ່​ເຂດ​ພູດ​ອຍທາງ​ພາກ​ເໜືອ ​ຫັນ​ໄປ​ປະກອບ​ອາຊີບ​ອື່ນ​ທີ່​ໝັ້ນຄົງ ​ແລະ ຖືກ​ກົດໝາຍ​ ແທນ​ການ​ປູກ​ຝິ່ນ, ​ໄດ້​ດຳ​ເນີນ​ການ​ບຳບັດ​ປິ່ນປົວ ​ແລະ ຟື້ນຟູ​ສຸຂະພາບ​ ຜູ້​ຕິດ​ຢາ​ເສບ​ຕິດ ​ເພື່ອ​ໃຫ້​ເຂົາ​ເຈົ້າກັບ​ຄືນ​ເປັນ​ຄົນ​ດີ​ ຂອງ​ສັງຄົມ.

ນອກຈາກ​ນັ້ນ, ຍັງ​ໄດ້​ຕັ້ງໜ້າ​ເຂົ້າຮ່ວມ ​ໃນ​ການ​ປະຕິບັດ​ວຽກ​ງານ 3 ສ້າງ ​ທີ່​ຕິດ​ພັນ​ກັບ​ການ​ສ້າງ​ບ້ານ​ ໃຫ້​ເປັນ​ຫົວໜ່ວຍ​ພັດທະນາ ​ໂດຍ​ໄດ້​ສ້າງ​ບ້ານ, ​ໂຮງຮຽນ, ກົມ​ກອງ, ຫົວໜ່ວຍ​ການ​ຜະລິດ ​ແລະ ການ​ບໍລິການ​ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ​ຢູ່​ຕາມ​ທ້ອງ​ຖິ່ນ​ຕ່າງໆ​ ໃຫ້​ປອດ​ຈາກ​ຢາ​ເສບ​ຕິດ. ພວກ​ເຮົາ​ໄດ້​ເອົາ​ໃຈ​ໃສ່ ​ແລະ ​ໃຫ້​ຄວາມ​ສຳຄັນ ​ຕໍ່​ການ​ປະຕິບັດ​ມາດ​ຕະການ ​ທາງ​ດ້ານ​ກົດໝາຍ ​ຕໍ່​ຜູ້​ກະທຳ​ຄວາມ​ຜິດ ​ເຊິ່ງ​ໃນ​ປີ​ນີ້ ​ເຈົ້າໜ້າ​ທີ່​ຕຳຫລວດ ​ໂດຍ​ໄດ້​ຮັບ​ການ​ຮ່ວມ​ມື​ ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ໄດ້​ມ້າງ​ຄະດີ, ຢຶດຊັບ​ສິນ, ສານ​ເຄມີ​ທີ່​ນຳ​ ມາ​ຜະລິດ​ຢາ​ເສບ​ຕິດ, ພາຫະນະ, ທີ່​ດິນ, ສິ່ງ​ປຸກ​ສ້າງ, ອາວຸດ, ວັດຖຸ​ມີຄ່າ ​ແລະ ​ໂດຍ​ສະ​ເພາະ​ ໄດ້​ຈັບ​ກຸມ​ຜູ້​ກະທຳ​ຜິດ ​ແລະ ກັກ​ຕົວ​ບັນດາ​ຫົວ​ໂປ່​ຕົວ​ການ​ ຄ້າຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ ຈຳນວນ​ໜຶ່ງ ​ມາ​ດຳ​ເນີນ​ຄະດີ ​ຕາມ​ກົດໝາຍ ​ແລະ ລະບຽບ​ການ. ນອກຈາກນັ້ນ ກໍ​ໄດ້​ມີ​ການ​ພົວພັນ ​ຮ່ວມ​ມື​ຢ່າງ​ໃກ້ຊິດ, ​ເປັນ​ເຈົ້າການ ​ແລະ ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ ​ໂດຍ​ສະ​ເພາະ ​ກັບປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ອົງການ​ຈັດຕັ້ງສາກົນ​ຕ່າງໆ ​ຕະຫລອດ​ມາ.

​ໃນ​ໂອກາດ​ນີ້, ຕາງໜ້າ​ໃຫ້​ລັດຖະບານ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ ເຈົ້າໜ້າ​ທີ່​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ທຸກ​ພາກສ່ວນ​ກ່ຽວຂ້ອງ​ ຢູ່​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ ​ແລະ ປະຊາຊົນ​ ບັນດາ​ຊັ້ນຄົນ​ ໃນ​ທົ່ວ​ປະ​ເທດ ທີ່​ໄດ້​ຕັ້ງໜ້າ​ເຂົ້າຮ່ວມ​ ໃນ​ການ​ສະກັດ​ກັ້ນ, ຕ້ານ ​ແລະ ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ. ພ້ອມ​ກັນ​ນີ້ ກໍ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຮູ້​ບຸນຄຸນ​ມາ​ຍັງ​ ບັນດາ​ປະ​ເທດ​ເພື່ອນ​ມິດ, ອົງການ​ຈັດຕັ້ງສາກົນ, ສະ​ຖາ​ບັນ​ການ​ເງິນ​ສາກົນ, ອົງການ​ບໍ່​ສັງກັດ​ ລັດຖະບານ ​ແລະ ບັນດາ​ຜູ້​ປະກອບ​ການ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ທີ່​ໄດ້​ໃຫ້ການ ​ສະໜັບສະໜູນ, ອຸ້ມ​ຊູ​ຊ່ວຍ​ເຫລືອ ​ໃຫ້​ແກ່​ລັດຖະບານ ​ແລະ ປະຊາຊົນ​ລາວ​ ໃນ​ການ​ສະກັດ​ກັ້ນ, ຕ້ານ ​ແລະ ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ ​ຢ່າງ​ໄດ້​ຮັບ​ຜົນ​ດີ​ ຕະຫລອດ​ມາ.

​ໃນ​ປັດຈຸບັນ, ການ​ຜະລິດ ​ແລະ ການ​ຄ້າຂາຍ​ຢາ​ເສບ​ຕິດ​ ໄດ້​ກາຍ​ເປັນ​ຂະ​ບວນການ ​ຂ້າມ​ຊາດ​ທີ່​ລັດຖະບານ ​ແລະ ປະຊາຊົນ ກໍ​ຄື​ປະຊາ​ຊາດ​ທົ່ວ​ໂລກ ພ້ອມ​ກັນ ​ຕໍ່ຕ້ານ​ຢ່າງ​ແຂງ​ແຮງ. ​ເຖິງ​ວ່າ​ຫລາຍ​ປະ​ເທດ​ ໄດ້​ເພີ່ມ​ທະວີ​ ມາດ​ຕະການ ​ແລະ ຄວາມ​ພະຍາຍາມ​ ໃນ​ການ​ສະກັດ​ກັ້ນ, ປາບ​ປາມ ​ແລະ ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ ຢ່າງ​ຕໍ່​ເນື່ອງ​ປານ​ໃດ​ກໍ​ຕາມ, ​ແຕ່​ການ​ຜະລິດ, ການ​ຊົມ​ໃຊ້, ການ​ຄ້າຂາຍ ​ແລະ ການ​ລຳ ລຽງ​ຂົນ​ສົ່ງ ​ຢາ​ເສບ​ຕິດ​ຢູ່​ໃນ​ໂລກ ກໍ​ຄື​ຢູ່ ສປປ ລາວ ກໍ​ຍັງ​ບໍ່​ຫລຸດ​ໜ້ອຍ​ຖອຍ​ລົງ ​ແລະ ມີ​ທ່າ​ອ່ຽງຂະ ຫຍາຍຕົວ​ຂຶ້ນ ຢ່າງ​ໜ້າ​ເປັນ​ຫ່ວງ.

ດັ່ງນັ້ນ, ​ເພື່ອ​ສະກັດ​ກັ້ນ ​ແລະ ຕ້ານ​ບໍ່​ໃຫ້​ບັນຫາ​ ຢາ​ເສບ​ຕິດ ​ຢູ່​ປະ​ເທດ​ເຮົາ​ ໄດ້​ຂະຫຍາຍ​ອອກ​ສູ່​ວົງ​ກວ້າງ ​ແລະ ​ເພີ່ມ​ຄວາມ​ຮຸນ​ແຮງ​ ຂຶ້ນຕື່ມ​ອີກ​ນັ້ນ, ຂ້າພະ​ເຈົ້າຂໍ​ສະ​ເໜີ​ ໃຫ້​ບັນດາ​ຂະ​ແໜງ​ການ​ຕ່າງໆ​ ອ້ອມ​ຂ້າງສູນ​ກາງ, ຄະນະ​ພັກ ​ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ​ທຸກຂັ້ນ ​ແລະ ປະຊາຊົນ​ທຸກ​ຊັ້ນຄົນ, ທຸກ​ເພດ​ໄວ ​ໃນ​ທົ່ວ​ປະ​ເທດ​ ຈົ່ງ​ໄດ້​ເອົາ​ໃຈ​ໃສ່​ ບັນດາ​ວຽກ​ງານ​ຕົ້ນຕໍ​ຄື:

1. ​ໃຫ້​ຖື​ເອົາ​ການ​ສະກັດ​ກັ້ນ, ຕ້ານ ​ແລະ ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ ເປັນ​ພັນທະ ​ແລະ ໜ້າ​ທີ່​ຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ທຸກ​ພາກສ່ວນ​ທັງ​ ພາກ​ລັດ ​ແລະ ​ເອກະ​ຊົນ​ ຢູ່​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ ​ໂດຍ​​ໃຫ້​ກຳນົດ​ເອົາ​ ວຽກ​ງານ​ດັ່ງກ່າວ​ ເປັນ​ວຽກ​ຈຸດ​ສຸມ ​ທີ່​ຕິດ​ພັນ​ກັບ​ວຽກ​ງານ ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ.

2. ​ໃຫ້​ສືບ​ຕໍ່​ປັບປຸງ​ກົງຈັກ​ການຈັດຕັ້ງ ຂອງ​ອົງການ​ກວດກາ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດ ​ຢູ່​ຂັ້ນຕ່າງໆ​ ໃຫ້​ແທດ​ເໝາະ​ກັບ​ ສະພາບ​ການ​ຕົວ​ຈິງ ​ເພື່ອ​ເຄື່ອນ​ໄຫວ​ວຽກ​ງານ​ ໃຫ້​ມີ​ປະສິດທິ​ຜົນ ​ແລະ ນັບ​ມື້ນັບ​ໄດ້​ຮັບ​ ຜົນ​ດີ​ຂຶ້ນ​ໄປ​ເລື້ອຍໆ.

3. ​ໃຫ້​ດຳ​ເນີນ​ການ ​ສຶກສາ​ອົບຮົມ ​ແລະ ​ໂຄສະນາ​ເຜີຍ​ແຜ່​ ດ້ວຍ​ຫລາຍ​ຮູບ​ການ ​ເພື່ອ​ປູດຈິດ​ສຳນຶກ​ ໃຫ້​ຄົນ​ໃນ​ທົ່ວ​ສັງຄົມ ​ໂດຍ​ສະ​ເພາະ​​ແມ່ນ ​ຊາວ​ໜຸ່ມ-​ເຍົາວະ​ຊົນ ​ເຫັນ​ໄດ້​ເຖິງ​ພິດ​ໄພ ​ແລະ ຜົນ​ຮ້າຍ​ ຂອງ​ຢາ​ເສບ​ຕິດ, ປຸກລະດົມ​ໃຫ້ ​ເຂົາ​ເຈົ້າຢູ່​ຫ່າງ​ໄກ ​ແລະ ບໍ່​ໄປ​ຫຍຸ້ງ​ກ່ຽວ​ກັບ​ ບັນຫາ​ຢາ​ເສບ​ຕິດ, ​ໃຫ້​ຕື່ນ​ຕົວ ​ແລະ ສະໝັກ​ໃຈ​ເຂົ້າຮ່ວມ ​ໃນ​ວຽກ​ງານ​ສະກັດ​ກັ້ນ, ຕ້ານ ​ແລະ ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ຂອງ​ ພັກ-ລັດ​ ຢູ່​ທ້ອງ​ຖິ່ນ​ຂອງ​ໃຜລາວ.

4. ​ໃຫ້​ສືບ​ຕໍ່​ຊຸກຍູ້​ຊ່ວຍ​ເຫລືອ​ ຄອບຄົວ​ປະຊາຊົນ​ ຢູ່​ຊົນນະບົດ​ ທີ່​ໄດ້​ຢຸດ​ເຊົາ ​ປູກ​ຝິ່ນ-ປູກ​ກັນຊາ ​ແລ້ວ ​ເພື່ອ​ໃຫ້​ເຂົາ​ເຈົ້າມີ​ເງື່ອນ​ໄຂ ​ຫັນ​ໄປ​ປະກອບ​ອາຊີບ​ອື່ນ​ທີ່​ໝັ້ນຄົງ ພ້ອມ​ທັງ​ສຶກສາ​ອົບຮົມ ​ບໍ່​ໃຫ້​ເຂົາ​ເຈົ້າກັບ​ໄປ​ລັກລ​ອບ ປູກ​ຝິ່ນ-ປູກ​ກັນຊາ ​ຄືນ​ໃໝ່​ອີກ.

5. ​ໃຫ້​ຕັ້ງໜ້າ​ເອົາ​ໃຈ​ໃສ່​ ຕໍ່​ການ​ບຳບັດ​ປິ່ນປົວ, ຟື້ນຟູ​ສຸຂະພາບ ​ແລະ ​ເຝິກ​ວິຊາ​ຊີບ ​ໃຫ້​ແກ່​ຜູ້​ຕິດ​ຢາ​ເສບ​ຕິດ ​ເພື່ອ​ມີ​ສຸຂະພາບ​ ທາງ​ຮ່າງກາຍ ​ແລະ ຈິດ​ໃຈ​ທີ່​ເຂັ້ມ​ແຂງ, ບໍ່​ຕົກ​ເປັນ​ທາດ ​ຂອງ​ຢາ​ເສບ​ຕິດ ​ແລະ ກັບ​ຄືນ​ເປັນ​ຄົນ​ດີ​ຂອງ​ສັງຄົມ. ຢາກ​ເຮັດ​ວຽກ​ງານ​ນີ້​ໄດ້​ດີ ຕ້ອງ​ໄດ້​ປັບປຸງ ​ແລະ ຍົກ​ລະດັບ​ບັນດາ​ສູນ​ປິ່ນປົວ​ທີ່​ມີ​ແລ້ວ​ ໃຫ້​ມີ​ຄຸນ​ນະພາ​ບ ດ້ວຍ​ການ​ຍົກ​ລະດັບ ​ພະນັກງານ-​ແພດ​ໝໍ, ປະກອບພາຫະນະ-ອຸປະກອນ ແລະ ສະໜອງ​ງົບປະມານ ​ທີ່​ຈຳ​ເປັນ ​ເພື່ອ​ໃຫ້​ບັນດາ​ສູນ​ປິ່ນປົວ​ ຜູ້​ຕິດ​ຢາ​ເສບ​ຕິດ ​ສາມາດ​ປະຕິບັດ​ ພາລະ​ບົດບາດ​ຂອງ​ຕົນ ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ນັບ​ມື້ນັບ​ດີ​ຂຶ້ນ​ໄປ​ເລື້ອຍໆ.

6. ​ໃຫ້ຕັ້ງໜ້າ​ສະກັດ​ກັ້ນ ​ແລະ ປາບ​ປາມ​ພວກ​ຄ້າຂາຍ​ຢາ​ເສບ​ຕິດ​ ຢູ່​ຕາມ​ທ້ອງ​ຖິ່ນ​ຕ່າງໆ​ ຢ່າງ​ເຂັ້ມ ງວດ ​ແລະ ​ເດັດຂາດ, ຊອກ​ຮູ້ ​ແລະ ຕິດຕາມ​ກວດກາ​ ບັນດາ​ເປົ້າໝາຍ​ນັບ​ທັງ​ ຄົນ​ລາວ ​ແລະ ຊາວ​ຕ່າງປະ​ເທດ​ ທີ່​ລັກລອບ​ເຄື່ອນ​ໄຫວ​ ຈຳໜ່າຍ​ຄ້າຂາຍ ​ແລະ ລຳລຽງ​ຂົນ​ສົ່ງ​ເຂົ້າ-ອອກ​ຢາ​ເສບ​ຕິດ ​ເພື່ອ​ນຳ​ເອົາ​ເປົ້າໝາຍ​ດັ່ງກ່າວ​ ມາ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ ​ແລະ ລະບຽບ​ການ​ຂອງ​ບ້ານ​ເມືອງ.

7. ​ໃຫ້​ເພີ່ມ​ທະວີ ​ແລະ ​ໃຫ້​ຄວາມ​ສຳຄັນ​ ຕໍ່​ວຽກ​ງານ​ການ​ພົວພັນ​ ຮ່ວມ​ມື​ຢ່າ​ງ​ໃກ້ຊິດ​ ກັບ​ສາກົນ ​ເປັນຕົ້ນ ກັບ​ບັນດາ​ປະ​ເທດ​ ບ້ານ​ໃກ້​ເຮືອນ​ຄຽງ ​ເພື່ອ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ຮ່ວມ​ກັນ​ສະກັດ​ກັ້ນ, ຕັດ​ຊ່ອງ​ທາງ ​ແລະ ປາບ​ປາມ​ການ​ຜະລິດ, ການ​ລັກລອບ​ຄ້າຂາຍ ​ແລະ ລຳລຽງ​ຂົນ​ສົ່ງ​ ຢາ​ເສບ​ຕິດ ​ແລະ ສານ​ເຄມີ​ຕົ້ນ ທີ່​ນຳ​ມາ​ຜະລິດ​ຢາ​ເສບ​ຕິດ​ ຢູ່​ຕາມ​ບໍລິ​ເວນ​ຊາຍ​ແດນ ​ແລະ ບ່ອນ​ທີ່​ຖືກ​ນຳ​ໃຊ້​ ເປັນ​ແຫ​ລ່ງຜະລິດ.

ຢາ​ເສບ​ຕິດ​ເປັນ​ບັນຫາ​ ຂອງ​ຊາ​ດ ​ແລະ ຂອງ​ສາກົນ ທີ່​ກຳລັງ​​ເປັນ​ໄພ​ຂົ່ມຂູ່​ ຕໍ່​ຄວາມ​ສະຫງົບ​ສຸກ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ຂອງ​ສັງຄົມ ​ແລະ ຄວາມ​ໝັ້ນຄົງ​ ຂອງ​ຊາດ​ລາວ​ເຮົາ. ດັ່ງນັ້ນ ອີກ​ເທື່ອ​ໜຶ່ງ ຂ້າພະ​ເຈົ້າ ຂໍ​ຮຽກຮ້ອງ​ມາ​ຍັງ​ ພະນັກງານ, ທະຫານ, ຕຳຫລວດ ​ແລະ ປະຊາຊົນ​ທຸກ​ຊັ້ນຄົນ, ທຸກ​ເພດ​ໄວ ຈົ່ງ​ໄດ້​ພ້ອມ​ກັນ ​ເປັນ​ເຈົ້າການ​ເຂົ້າຮ່ວມ ​ໃນ​ການ​ສະກັດ​ກັ້ນ, ຕ້ານ ​ແລະ ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ ໃຫ້​ຫລຸດ​ໜ້ອຍ​ຖອຍ​ລົງ ​ແລະ ໝົດ​ໄປ​ຈາກ​ສັງຄົມ​ລາວ. ຂ້າພະ​ເຈົ້າ ຫວັງ​ເປັນ​ຢ່າງ​ຍິ່ງ​ວ່າ ບັນດາ​ປະ​ເທດ​ເພື່ອນ​ມິດ ​ແລະ ອົງການ​ຈັດຕັ້ງສາກົນ ຈະ​ສືບ​ຕໍ່​ໃຫ້ການ​ ສະໜັບສະໜູນ, ຮ່ວມ​ມື​ຊ່ວຍ​ເຫລືອ​ດ້ານ​ທຶນຮອນ, ບົດຮຽນ ​ແລະ ປະສົບ​ການ​ແກ່​ລັດຖະບານ ​ແລະ ປະຊາຊົນ​ລາວ​ ໃນ​ການ​ສະກັດ​ກັ້ນ, ຕ້ານ ​ແລະ ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​​ ໃຫ້​ໄດ້​ຮັບ​ຜົນ​ດີ, ​ເຮັດ​ໃຫ້​ພາກພື້ນນີ້​ຂອງ​ໂລກ ​ໄດ້​ປອດ​ຢາ​ເສບ​ຕິດ​ຕະຫລອດ​ໄປ.

ທີ່ມາ:  ຂປລ
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.