Header Ads

ຂ່າວລື ເລື່ອງແມງໄມ້ປະລາດມີພິດເຮັດໃຫ້ຜີວໜັງເປື່ອຍ



ໃນອາທິດຜ່ານມາມີຜູ້ໃຊ້ເຟສບຸ໊ກທັງຢູ່ໃນປະເທດລາວ ແລະ ປະເທດໄທ  ໂພສ ແລະ ແຊຣຮູບພາບແມງໄມ້ຊະນິດໜຶ່ງໜ້າຕາປະລາດ ພ້ອມມີຂໍ້ຄວາມລະບຸວ່າ ເປັນແມງໄມ້ທີພິດ , ຫ້າມຈັບ, ຫ້ອມຖືກຕົນໂຕ ແລະ ຫ້າມນໍາມາປຸງແຕ່ງກິນ ແຕ່ລ່າສຸດສໍານັກຂ່າວ Channel 8  ໄດ້ອອກມານໍາສະເໜີວ່າແມງໄມ້ທີ່ເປັນຂ່າວລືໃນສື່ໂຊຊ້ຽວນັ້ນເປັນແມງດາຊະນິດໜຶ່ງຟັກໄຂ່ຢູ່ເທິງຫຼັງ (ແມງດາສວນໂຕຜູ້) ເຊິ່ງບໍ່ມີພິດຢ່າງທີ່ເປັນຂ່າວ ແລະ ທີ່ສໍາຄັນແມ່ນມາມາດນໍາມາປຸງແຕ່ງເປັນອາຫານໄດ້.  ສະນັ້ນ ຈິ່ງແຈ້ງເຕືອນຢ່າຫຼົງເຊື່ອ ແລະ ແຊຣຂໍ້ມູນຜິດໆ. 



ຄລີບຂ່າວ channel 8



ທີ່ມາ:channel 8
© ໂຕະນໍ້າຊາ | tonamcha.com
___________




Powered by Blogger.